ຈັດກອງປະຊຸມປຶກສາຫາລືວຽກງານຫັນເປັນທັນສະໄໝໃນວຽກງານໂຄສະນາອົບຮົມ ລະຫວ່າງ ຄະນະໂຄສະນາອົບຮົມສູນກາງພັກ ແລະ ກະຊວງເຕັກໂນໂລຊີ ແລະ ການສື່ສານ

ຈັດກອງປະຊຸມປຶກສາຫາລືວຽກງານຫັນເປັນທັນສະໄໝໃນວຽກງານໂຄສະນາອົບຮົມ ລະຫວ່າງ ຄະນະໂຄສະນາອົບຮົມສູນກາງພັກ ແລະ ກະຊວງເຕັກໂນໂລຊີ ແລະ ການສື່ສານ

    ໃນວັນທີ 05 ກຸມພາ 2024 ທີ່ຫ້ອງປະຊຸມຊັ້ນ 4 ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດກອງປະຊຸມປຶກສາຫາລືວຽກງານຫັນເປັນທັນສະໄໝເພື່ອຈັດຕັ້ງປະຕິບັດບົດບັນທຶກຄວາມເຂົ້າໃຈ MOU ວ່າດ້ວຍການຮ່ວມມືຫັນເປັນດີຈີຕອນ ໃນວຽກງານໂຄສະນາອົບຮົມ ລະຫວ່າງ ຄະນະໂຄສະນາອົບຮົມສູນກາງພັກ ແລະ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ກຳນົດໄວ້; ໃຫ້ກຽດເຂົ້າຮ່ວມໂດຍທ່ານ ວັນຕຸລາ ຣັກນຸດ ຄະນະພັກ, ຫົວໜ້າຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ພ້ອມດ້ວຍຄະນະ ແລະ ທ່ານ ປອ ທະວີສັກ ມະໂນທັມ, ຫົວໜ້າສູນບໍລິຫານລັດດິຈິຕອນ ກຕສ ພ້ອມດ້ວຍຄະນະ.

ໃນພິທີທັງສອງຝ່າຍໄດ້ແລກປ່ຽນປຶກສາຫາລືຫຼາຍບັນຫາທີ່ຈະຕ້ອງໄດ້ປັບປຸງແກ້ໄຂຢ່າງຮີບດ່ວນໃນຕໍ່ໜ້າມີ: ຮ່ວມມືກັນຫັນເປັນດິຈິຕອນ ວຽກງານການບໍລິຫານຫ້ອງການຂອງ ຄອສພ ໃຫ້ເປັນທັນສະໄໝ, ຮ່ວມມືກັນນໍາໃຊ້ເຄື່ອງມືດິຈິຕອນເຂົ້າໃນວຽກງານໂຄສະນາອົບຮົມ, ເຜີຍແຜ່ນະໂຍບາຍ ແລະ ຂໍ້ມູນຂ່າວສານຕ່າງໆ ໃນຂອບເຂດທົົ່ວປະເທດ ແລະ ເພີ່ມທະວີການຮ່ວມມື, ບຳລຸງສ້າງ, ຍົກລະດັບຄວາມຮູ້, ຄວາມສາມາດຂອງພະນັກງານໄອທີ, ແລກປ່ຽນຂໍ້ມູນຂ່າວສານ, ປະສົບການ, ຈັດກອງປະຊຸມປຶກສາຫາລື, ສໍາມະນາ, ຝຶກອົບຮົມ ແລະ ອື່ນໆ.

ຫຼັງຈາກນັ້ນທັງສອງຝ່າຍ ໄດ້ພ້ອມກັນຄົ້ນຄວ້າລົງເລິກໃນການຈັດຕັ້ງປະຕິບັດການຫັນເປັນດິຈິຕອນວຽກງານການບໍລິຫານຫ້ອງການເປັນທັນສະໄໝ, ການນໍາໃຊ້ເຄື່ອງມືດິຈິຕອນ ເຂົ້າໃນວຽກງານໂຄສະນາອົບຮົມໃນໄລຍະໃໝ່ເພື່ອຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຢ່າງຮີບດ່ວນໃນການໂຄສະນາເຜີຍແຜ່ແນວທາງນະໂຍບາຍຂອງພັກ-ລັດ, ບັນດາມະຕິ, ຄຳສັ່ງ, ຄຳແນະນຳ, ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວໃນອະນາຄົດ.