ພິທີອວຍພອນວັນເກີດ ປະທານ ຄໍາໄຕ ສີພັນດອນ ຄົບຮອບ 100 ປີ ທີ່ຫໍປະຊຸມແຫ່ງຊາດ

ພິທີອວຍພອນວັນເກີດ ປະທານ ຄໍາໄຕ ສີພັນດອນ ຄົບຮອບ 100 ປີ ທີ່ຫໍປະຊຸມແຫ່ງຊາດ

    ເພື່ອເປັນການລະນຶກເຖິງຜົນງານ, ຄຸນງາມຄວາມດີ ໃນການປະກອບສ່ວນສໍາຄັນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະ ເທດຊາດ, ໃນຕອນເຊົ້າຂອງວັນທີ 8 ກຸມພາ 2024 ທີ່ຫໍປະຊຸມແຫ່ງຊາດ ໄດ້ຈັດພິທີອວຍພອນ ປະທານ ຄໍາໄຕ ສີພັນດອນ ຄົບຮອບ 100 ປີ. ໃຫ້ກຽດເປັນປະທານໂດຍ ສະຫາຍ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດແຫ່ງ ສປປ ລາວ, ເຂົ້າຮ່ວມມີ: ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດແຫ່ງສາທາລະນະລັດປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ສອນໄຊ ສີພັນດອນ, ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ບັນດາສະຫາຍກົມການເມືອງ, ຄະນະເລຂາທິການສູນກາງພັກ, ບັນດາສະຫາຍກຳມະການສູນກາງພັກສົມບູນ ແລະ ສໍາຮອງ, ບັນດາສະຫາຍອະດີດການນໍາພັກ-ລັດ, ນັກປະຕິວັດອາວຸໂສ, ບັນດາສະຫາຍລັດຖະມົນຕີ, ຮອງລັດຖະມົນຕີ, ກໍາລັງປະກອບອາວຸດ, ອົງການຈັດ ຕັ້ງມະຫາຊົນ, ພີ່ນ້ອງຊາວນະຄອນຫຼວງວຽງຈັນ, ແຂກຜູ້ມີກຽດ ເຂົ້າຮ່ວມຢ່າງພ້ອມພຽງ.
     ໃນພິທີ ສະຫາຍ ຄໍາພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ ໄດ້ຂຶ້ນກ່າວຈຸດປະສົງ ແລະ ລາຍງານສະພາບການກະກຽມສະເຫຼີມສະຫຼອງວັນເກີດ ປະທານ ຄໍາໄຕ ສີພັນດອນ ຄົບຮອບ 100 ປີ ເຊິ່ງສະຫາຍກ່າວວ່າ ຄະນະຮັບຜິດຊອບຊີ້ນໍາການກະກຽມສະເຫຼີມສະຫຼອງວັນເກີດຂອງປະທານ ຄໍາໄຕ ສີພັນດອນ ໄດ້ເປັນເຈົ້າການສົມທົບກັບພາກສ່ວນກ່ຽວຂ້ອງໃນທົ່ວປະເທດ ໄດ້ຈັດຕັ້ງປະຕິບັດບັນດາກິດຈະກໍາທີ່ໄດ້ກໍານົດໃນຄໍາສັ່ງ ດ້ວຍຄວາມຮັບຜິດຊອບ ແລະ ໄດ້ສໍາເລັດຜົນຕາມຄາດ ໝາຍທີ່ວາງໄວ້ ເປັນຕົ້ນແມ່ນ ການຈັດສຳມະນາວິທະຍາສາດລະດັບຊາດ ກ່ຽວກັບຊິວິດ ແລະ ການເຄື່ອນໄຫວ ຂອງປະທານ ຄຳໄຕ ສີພັນດອນ; ກິດຈະກຳຖາມ-ຕອບ; ການປາຖະກະຖາເລົ່າມູນເຊື້ອກ່ຽວກັບຊີວິດ ແລະ ການເຄື່ອນໄຫວປະຕິວັດຂອງເພິ່ນ; ໄດ້ອອກບົດຄວາມ, ບົດນໍາ, ບົດຂ່າວ ຜ່ານພາຫະນະສື່ມວນຊົນຕ່າງໆ; ໄດ້ກວດແກ້, ຮຽບຮຽງບັນດາເອກະສານ; ໄດ້ຈັດການສໍາພາດການນໍາ, ພະນັກງານ, ສະມາຊິກພັກ ແລະ ປະຊາຊົນຈຳນວນໜຶ່ງ ກ່ຽວກັບຊີວິດ ແລະ ການເຄື່ອນໄຫວປະຕິວັດ ຂອງປະທານ ຄໍາໄຕ ສີພັນດອນ; ປັບປຸງບູລະນະສະຖານທີ່ການເຄື່ອນໄຫວປະຕິວັດ ແລະ ເຮືອນບ່ອນກໍາເນີດຂອງປະທານ ເພື່ອເປັນອານຸສອນສະຖານ; ໄດ້ສ້າງສາລະຄະດີ ປື້ມຮູບພາບ ກ່ຽວກັບຊີວິດ ແລະ ການເຄື່ອນໄຫວປະຕິວັດ ຂອງປະທານ ຄໍາໄຕ ສີພັນດອນ; ນອກຈາກນັ້ນ, ຍັງໄດ້ປຸກລະດົມຂະບວນການຍ່າງມາລາທອນ, ອອກແຮງງານ, ຕິດປ້າຍໂຄສະນາ-ປຸກລະດົມໃນສະຖານທີ່ສໍາຄັນຕ່າງໆ…
     ບັນດາກິດຈະກຳຕ່າງໆທີ່ກ່າວມານັ້ນ ລ້ວນແຕ່ໄດ້ສ່ອງແສງເຖິງການສັນລະເສີນຄຸນງາມຄວາມດີ, ຄວາມເສຍສະລະອຸທິດຕົນ ແລະ ຜົນງານອັນໃຫຍ່ຫຼວງຂອງປະທານ ຄຳໄຕ ສີພັນດອນ; ສ່ອງແສງເຖິງການປຸກລະດົມ, ສຶກສາອົບຮົມ ພະນັກງານ, ສະມາຊິກພັກ, ກໍາລັງປະກອບອາວຸດ, ມະຫາຊົນ, ຄົນຮຸ່ນຫຼັງ ໄດ້ນໍາເອົານໍ້າໃຈເສຍສະລະ, ຄຸນສົມບັດສິນທໍາປະຕິວັດ, ແບບແຜນນໍາພາ, ແບບແຜນວິທີເຮັດວຽກ, ແບບແຜນດໍາລົງຊີວິດ, ຕະຫຼອດຮອດທັດສະນະຊີ້ນຳຂອງເພິ່ນໃນຂົງເຂດຕ່າງໆ ນຳເອົາໄປເປັນແວ່ນແຍງ, ເຂັມຊີ້ທິດ ໃນການປະຕິບັດໜ້າທີ່ເພື່ອປະເທດຊາດ ເພື່ອປະຊາຊົນ.
ດ້ວຍເຫດນັ້ນ, ການຈັດງານອວຍພອນວັນເກີດ ປະທານ ຄຳໄຕ ສີພັນດອນ ຄົບຮອບ 100 ປີ ໃນມື້ນີ້ ເປັນການຈົດຈໍາລໍ້າລຶກຄຸນງາມຄວາມດີ, ວິລະກໍາອັນລໍ້າເລີດຂອງເພິ່ນທີ່ມີຜົນງານໃຫຍ່ຫຼວງ ຕໍ່ປະເທດຊາດ ແລະ ປະຊາຊົນເຮົາ ຕາມມູນເຊື້ອທີ່ວ່າ: “ໄດ້ກິນນໍ້າຢ່າລືມບໍ່, ໄດ້ກິນໝາກ ບໍ່ລືມຜູ້ປູກ”. ເພື່ອເປັນການເຊີດຊູກຽດຕິຄຸນ, ສໍານຶກໃນຄຸນງາມຄວາມດີອັນໃຫຍ່ຫຼວງຂອງການນໍາຮຸ່ນຕ່າງໆ ສະຫາຍ ເລຂາ ທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ໄດ້ກ່າວໄວ້ວ່າ: “ຕະຫຼອດໄລຍະຜ່ານມາ ພວກເຮົາ ມີການນຳຮຸ່ນກໍ່ຕັ້ງ, ຮຸ່ນສືບທອດຕໍ່ເນື່ອງ; ຮຸ່ນເກົ່າ; ຮຸ່ນໃໝ່ ລ້ວນແຕ່ໄດ້ຖ່າຍທອດການໂອນຖ່າຍ, ການມອບໝາຍແນວທາງ, ນະໂຍບາຍ, ມອບໝາຍມໍລະດົກແຫ່ງທິດສະດີ ແລະ ພຶດຕິກຳ, ມອບໝາຍພາລະກິດອັນໃຫຍ່ຫຼວງ, ມອບໝາຍຄວາມຮັບຜິດຊອບ, ມອບໝາຍພັນທະທີ່ມີຕໍ່ການປະຕິວັດ, ຕໍ່ປະເທດຊາດ, ຕໍ່ປະຊາຊົນ”; ພວກເພີ່ນເວລາໃດກໍມີຄະຕິເຕືອນໃຈຢູ່ສະເໝີວ່າ: “ບໍ່ມີຫຍັງປະເສີດເລີດລໍ້າກວ່າ ເອກະລາດແຫ່ງຊາດ; ບໍ່ມີກຽດສັກສີອັນໃດ ທີ່ສູງສົ່ງກວ່າການເສຍສະຫຼະຕົນເພື່ອຊາດ ເພື່ອຜືນແຜ່ນດິນອັນແສນຮັກ ແລະ ຫວງແຫນຂອງຕົນ”. ອັນນີ້ເປັນ ຄໍາຢືນຢັນທີ່ໜັກແໜ້ນ ເພື່ອຈົດຈໍາຄຸນງາມ ຄວາມດີຕໍ່ກັບນັກປະຕິວັດແຕ່ລະຮຸ່ນຄົນ ກໍຄືປະທານ ຄຳໄຕ ສີພັນດອນ ທີ່ແສນເຄົາລົບຮັກຂອງພວກເຮົາ.
    ໃນໂອກາດທີ່ມີຄວາມໝາຍ ຄວາມສໍາຄັນດັ່ງກ່າວ ສະຫາຍ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະນະເລຂາທິການສູນກາງພັກ, ຮອງປະທານປະເທດແຫ່ງ ສປປ ລາວ ໄດ້ໃຫ້ກຽດຂຶ້ນກ່າວຄໍາປາໄສ ຕໍ່ງານອວຍພອນວັນເກີດ ປະທານ ຄໍາໄຕ ສີພັນດອນ ເຊິ່ງແມ່ນໜຶ່ງໃນບັນດາສະຫາຍການນໍາຮຸ່ນກໍ່ຕັ້ງ ຂອງພັກເຮົາ, ອະດີດປະທານພັກ-ປະທານປະເທດ, ອະດີດນາຍົກລັດຖະມົນຕີ, ອະດີີດເສນາທິການ-ຜູ້ບັນຊາການກອງທັບປະຊາຊົນລາວ ແລະ ອະດີດລັດຖະມົນຕີກະ ຊວງປ້ອງກັນປະເທດ.
ເນື່ອງໃນໂອກາດວັນເກີດ ປະທານ ຄຳໄຕ ສີພັນດອນ ຄົບຮອບ 100 ປີນີ້, ພັກ-ລັດ ແລະ ປວງຊົນລາວທັງຊາດ ຂໍສັນລະເສີນ ແລະ ເຊີດຊູກຽດຕິຄຸນ, ຈົດຈໍາຄຸນງາມຄວາມດີອັນໃຫຍ່ຫຼວງ, ການອຸທິດຕົນ ແລະ ຄວາມເສຍສະຫຼະທຸກສິ່ງທຸກຢ່າງ ເພື່ອປະເທດຊາດ ກໍ່ຄືພາລະກິດປະຕິວັດ ຂອງພັກເຮົາ.
    ທົ່ວພັກ, ທົ່ວລັດ, ທົ່ວກໍາລັງປະກອບອາວຸດ ແລະ ທົ່ວປວງຊົນລາວທັງຊາດ ເຫັນແຈ້ງ ຕໍ່ໜ້າທີ່ ແລະ ຄວາມຮັບຜິດຊອບການເມືອງ ຂອງຕົນ, ຈະເພີ່ມທະວີຄວາມສາມັກຄີກັນ ເປັນປຶກແຜ່ນ ແໜ້ນໜາ ໃນທົ່ວພັກ ແລະ ທົ່ວປວງຊົນທັງຊາດ, ຕັ້ງໜ້າຮ່ຳຮຽນຄຸນສົມບັດສິນທໍາປະຕິວັດ, ແບບແຜນເຮັດວຽກ-ແບບແຜນດໍາລົງຊີວິດ, ແນວຄິດຊີ້ນຳ ຂອງປະທານ ຄໍາໄຕ ສີພັນດອນ ເຂົ້າໃນການສືບທອດ ແລະ ເສີມຂະຫຍາຍ ພາລະກິດປະຕິວັດ ຂອງເພິ່ນ ກໍຄື ຂອງພັກປະຊາຊົນປະຕິວັດລາວ ທີ່ມີກຽດສະຫງ່າ ໃຫ້ໄດ້ຮັບໝາກຜົນສູງຂຶ້ນເລື້ອຍໆ!
ຂໍອວຍພອນໄຊ ແດ່ປະທານ ຄໍາໄຕ ສີພັນດອນ ຈົ່ງມີສຸຂະພາບແຂງແຮງ, ມີອາຍຸໝັ້ນຂວັນຍືນ, ເປັນຮົ່ມໂພຮົ່ມໄຊ ໃຫ້ປະເທດຊາດບ້ານເມືອງ ຂອງພວກເຮົາຕໍ່ໆໄປ.
    ຫຼັງຈາກນັ້ນຕາງໜ້າໃຫ້ສະມາຊິກເຍົາວະຊົນ ຂຶ້ນອ່ານກາບກອນອວຍພອນແດ່ວັນເກີດ ປະທານ ຄໍາໄຕ ສີພັນດອນ.
    ໃນຕອນທ້າຍພິທີການນໍາຂັ້ນສູງໄດ້ໃຫ້ກຽດຢ້ຽມຊົມການວາງສະແດງຮູບພາບການເຄື່ອນໄຫວປະຕິວັດຂອງປະທານ ຄຳໄຕ ສີພັນດອນໃນຕະຫລອດໄລຍະການຕໍ່ສູ້ກູ້ຊາດ ແລະ ໄລຍະການສ້າງສາພັດທະນາປະເທດຊາດໃນປັດຈຸບັນ.