ກອງປະຊຸມວິທະຍາສາດ ເພື່ອພິຈາລະນາ-ຮັບຮອງເອົາເນື້ອໃນຜົນການຄົ້ນຄວ້າໂຄງການລະດັບຊາດ ຫົວຂໍ້ “ກະ​ສິ​ກຳ​ກັບ​ການ​ພັດ​ທະ​ນາ​ຊົນ​ນະ​ບົດ”

ກອງປະຊຸມວິທະຍາສາດ ເພື່ອພິຈາລະນາ-ຮັບຮອງເອົາເນື້ອໃນຜົນການຄົ້ນຄວ້າໂຄງການລະດັບຊາດ ຫົວຂໍ້ “ກະ​ສິ​ກຳ​ກັບ​ການ​ພັດ​ທະ​ນາ​ຊົນ​ນະ​ບົດ”

    ຕອນເຊົ້າວັນທີ 18 ມີນາ 2024, ເວລາ 8:30 ໂມງ ທີ່ສະພາທິດສະດີສູນກາງພັກ ໄດ້ຈັດກອງປະຊຸມວິທະຍາສາດ ເພື່ອພິຈາລະນາ-ຮັບຮອງເອົາເນື້ອໃນຜົນການຄົ້ນຄວ້າໂຄງການລະດັບຊາດ ຫົວຂໍ້ “ກະ​ສິ​ກຳ​ກັບ​ການ​ພັດ​ທະ​ນາ​ຊົນ​ນະ​ບົດ” ເຊິ່ງ​ພາຍ​ໃຕ້​ການ​ເປັນ​ປະ​ທານ ຂອງ​ສະ​ຫາຍ ປອ ຄຳ​ພັນ ເຜີຍ​ຍະ​ວົງ ເລ​ຂາ​ທິ​ການ​ສູນ​ກາງ​ພັກ, ຫົວ​ໜ້າ​ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ສູນ​ກາງ​ພັກ, ປະ​ທານ​ສະ​ພາ​ທິດ​ສະ​ດີ​ສູນ​ກາງ​ພັກ. ເຂົ້າ​ຮ່ວມ​ມີ: ຄະ​ນະ​ປະ​ຈຳ​ສະ​ພາ​ທິດ​ສະ​ດີ​ສູນ​ກາງ​ພັກ, ສະ​ມາ​ຊິກ​ສະ​ພາ​ທິດ​ສະ​ດີ​ສູນ​ກາງ​ພັກ ແລະ​​ ພາກສ່ວນຕ່າງໆຈາກຂົງ​ເຂດ​ກະ​ສິ​ກຳ.

    ໃນ​ກອງ​ປະ​ຊຸມ​​ຄັ້ງ​ນີ້, ສະ​ຫາຍ ປອ ໄຊ​ຍະ​ມັງ ວົງ​ສັກ ຫົວ​ໜ້າ​ໂຄງ​ການ ໄດ້ຂຶ້ນ​ສະ​ເໜີ​ບົດ​ສັງ​ລວມ​ໂດຍ​ຫຍໍ້​ກ່ຽວ​ກັບ​ຜົນ ຂອງ​ການ​ຄົ້ນ​ຄວ້າ​ໂຄງ​ການ ຫຼັງຈາກນັ້ນຄະ​ນະ​ກຳ​ມະ​ການ​ໄດ້ຕີ​ລາ​ຄາ ແລະ ​ປະ​ກອບ​ຄຳ​ເຫັນ​ໃສ່ເນື້ອ​ໃນ​ຜົນ​ການ​ຄົ້ນ​ຄວ້າ ໂດຍ​ຍົກ​ໃຫ້​ເຫັນ​ບັນ​ຫາສຳ​ຄັນ​ທາງ​ດ້ານ​ວິ​ທະ​ຍາ​ສາດ​ໃນ​ການ​ປັບ​ປຸງ​ດ້ານ​ເນື້ອ​ໃນໃຫ້​ມີ​ຄວາມ​ອຸ​ດົມ​ສົມ​ບູນ, ມີ​ຄຸນ​ນະ​ພາບ ແລະ​ມີ​ລັກ​ສະ​ນະ​ວິ​ທະ​ສາ​ດ. ພ້ອມ​ດຽວ​ກັນ​ນັ້ນ, ສະ​ຫາຍ ປອ ຄຳ​ພັນ ເຜີຍ​ຍະ​ວົງ ເລ​ຂາ​ທິ​ການ​ສູນ​ກາງ​ພັກ, ຫົວ​ໜ້າ​ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ສູນ​ກາງ​ພັກ, ປະ​ທານ​ສະ​ພາ​ທິດ​ສະ​ດີ​ສູນ​ກາງ​ພັກ ກໍ​ໄດ້​ເນັ້ນ​ໜັກ​ໃຫ້​ທິດ​ຊີ້​ນຳ​ໃນ​ການ​ສືບ​ຕໍ່​ນຳ​ເອົາ​ເນື້ອ​ໃນຈິດ​ໃຈ​ການ​ປະ​ກອບ​ຄຳ​ເຫັນ ຂອງ​ບັນ​ດາ​ສະ​ຫາຍ​ຄະ​ນະ​ກຳ​ມະ​ການ​ ເພື່ອ​ໃຫ້​ຄະ​ນະ​ຮັບ​ຜິດ​ຊອບ​ໂຄງ​ການ​ຄົ້ນ​ຄວ້າ​ໄດ້​ນຳ​ໄປ​ປັບ​ປຸງ​ໃຫ້​ມີ​ເນື້ອ​ໃນ​ອຸ​ດົມ​ສົມ​ບູນ​ຂຶ້ນ ແນ​ໃສ່​ເພື່ອ​ຮັບ​ປະ​ກັນ​ຄຸນ​ນະ​ພາບ ແລະ​ສາ​ມາດ​ຈັດ​ພິມ​ເຜີຍ​ແຜ່​ອອກ​ສູ່​ສັງ​ຄົມ​ໃນ​ອັນ​ດັບ​ຕໍ່​ໄປ.

    ກອງ​ປະ​ຊຸມໄດ້​ປິດ​ລົງ​ໃນ​ເວລາ 11:30 ໂມງ ຂອງວັນ​ດຽວ​ກັນ.