ກອງປະຊຸມປຶກສາຫາລືກ່ຽວກັບການພັດທະນາລະບົບກ່ອງຄໍາຄິດ-ຄໍາເຫັນ ອອນລາຍ ລະຫວ່າງກົມຂໍ້ມູນຂ່າວ ສານ ແລະ ຝຶກອົບຮົມ ກັບ ກົມກວດກາ.


ໃນຕອນບ່າຍຂອງ ວັນທີ 29 ກຸມພາ 2024. ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ກັບ ກົມກວດກາ ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບການພັດທະນາລະບົບກ່ອງຄໍາຄິດ-ຄໍາເຫັນ ອອນລາຍ ໃຫ້ມີຄວາມທັນສະໄໝ ຂຶ້ນທີ່ ຫ້ອງປະຊຸມທາງໄກ ຊັ້ນ4 ໂດຍການເປັນປະທານ ຂອງທ່ານ ວັນຕຸລາ ຣັກນຸດ ກໍາມະການຄະນະພັກ ຫົວຫນ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ເຂົ້າຮ່ວມມີ: ຮອງຫົວຫນ້າກົມກວດກາ, ຫົວຫນ້າພະແນກ, ຮອງຫົວຫນ້າພະແນກ, ວິຊາການກົມກວດກາ , ຮອງຫົວຫນ້າພະແນກ ເຕັກໂນໂລຊີຂໍ້ມູນຂ່າວສານ ພ້ອມດ້ວຍວິຊາການ ເຂົ້າຮ່ວມ.

ຈຸດປະສົງໃນການຈັດກອງປະຊຸມຄັ້ງນີ້ແມ່ນເພື່ອປຶກສາຫາລືສະຫຼຸບຖອດຖອນບົດຮຽນກ່ຽວກັບການຈັດຕັ້ງປະຕິບັດຕົວຈິງວຽກງານເກັບກໍາກ່ອງຄໍາຄິດຄໍາເຫັນອອນລາຍ ທີ່ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ພັດທະນາມອບໃຫ້ກົມກວດກາ ຄຸ້ມຄ້ອງນໍາໃຊ້ໃນຕະຫຼອດໄລຍະຜ່ານມາໄດ້ມີຂໍ້ສະດວກ ຂໍ້ຫຍຸ້ງຍາກ,ຜົນຕອບຮັບໃນການເຄື່ອນໄຫວໄລຍະຜ່ານມາ ພ້ອມທັງກໍານົດແຜນພັດທະນາ, ປັບປຸງໃນການຄຸ້ມຄອງລະບົບກ່ອງຄໍາຄິດຄໍາເຫັນອອນລາຍໃນຕໍ່ຫນ້າ ທັງຫມົດນີ້ກໍເພື່ອເຮັດໃຫ້ວຽກງານກວດກາ ຂອງ ຄອສພ ຫັນເປັນທັນສະໄຫມ ຮັບປະກັນການກວດກາແກ້ໄຂບັນຫາໄດ້ຢ່າງຖືກຕ້ອງ, ວ່ອງໄວ ແລະ ກຳໄດ້ບັນດາຫາງສຽງດ້ານດີ, ດ້ານລົບໄດ້ຢ່າງເລິກເຊິ່ງ ແລະ ຫາວິທີແກ້ໄຂໄດ້ຢ່າງທັນການ.