ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ ສົມທົບກັບ ຄະນະໂຄສະນາອົບຮົມແຂວງຫຼວງພະບາງ ຈັດຝຶກອົບຮົມ ວຽກງານໄອທີ.

ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ ສົມທົບກັບ ຄະນະໂຄສະນາອົບຮົມແຂວງຫຼວງພະບາງ ຈັດຝຶກອົບຮົມ ວຽກງານໄອທີ.

    ໃນວັນທີ 18-20 ມີນາ 202​4 ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ ສົມທົບ ກັບຄະນະໂຄສະນາອົບຮົມແຂວງຫຼວງພະບາງ ໄດ້ຈັດຝຶກອົບຮົມວຽກງານໄອທີ ໃຫ້ແກ່ພະນັກງານຄະນະໂຄສະນາອົບຮົມແຂວງ ແລະ ເມືອງ ພາຍໃຕ້ການເປັນປະທານຮ່ວມ ແລະ ກ່າວເປີດຊຸດຝຶກອົບຮົມຂອງ ທ່ານ ນ​. ວິ​ລະ​ວອນ​ ພັນ​ທະ​ວົງ ຄະ​ນະ​ປະ​ຈຳ​ພັກ ຮອງຫົວໜ້າ​ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ສູນ​ກາງ​ພັກ, ທ່ານ ນາງ ວຽນວິໄລ ດີລະພັນ ກຳມະການປະຈຳພັກແຂວງ, ຫົວຫນ້າຄະນະໂຄສະນາອົບຮົມແຂວງຫຼວງພະບາງ,ມີນັກສໍາມະນາກອນຈາກຄະນະໂຄສະນາອົບຮົມແຂວງ ແລະ ເມືອງເຂົ້າຮ່ວມ ທັງໝົດ 20 ທ່ານ.

ໃນພິທີ ທ່ານ ນ​. ວິ​ລະ​ວອນ​ ພັນ​ທະ​ວົງ ໄດ້ກ່າວຈຸດປະສົງໃນການຈັດ​ຕັ້ງຝຶກອົບຮົມ​ໃນຄັ້ງນີ້ ແມ່ນເພື່ອຍົກລະດັບຄວາມຮູ້ ຄວາມສາມາດໃຫ້ແກ່ພະນັກງານທີ່ເຮັດວຽກງານໂຄສະນາອົບຮົມ ໂດຍສະເພາະແມ່ນການນໍາໃຊ້ເຄື່ອງມືເຕັກໂນໂລຊີທີ່ທັນສະໄໝ ເຂົ້າໃນວຽກງານໂຄສະນາ ເພື່ອສ້າງບາດກ້າວຫັນປ່ຽນໃໝ່ຂອງວຽກງານການເມືອງ-ແນວຄິດ ຕາມທິດຍົກສູງຄຸນນະພາບ ແລະ ຫັນເປັນທັນສະໄໝເທື່ອລະກ້າວ ທັງເປັນການເປັນການຍົກລະດັບຄວາມຮູ້ ຄວາມສາມາດທາງດ້ານວຽກງານໄອທີ ໃຫ້ແກ່ພະນັກງານໂຄສະນາອົບຮົມແຂວງ, ເມືອງ ໃຫ້ເຂົ້າໃຈເລິກເຊິ່ງເຖິງບົດບາດຂອງເຕັກໂນໂລຊີຂໍ້ມູນຂ່າວສານ, ການນໍາໃຊ້ລະບົບຄອມພິວເຕີ ແລະ ເຄື່ອງມືເອເລັກໂຕຣນິກເຂົ້າໃນການເຮັດວຽກງານວິຊາສະເພາະ ໃຫ້ມີຄວາມສະດວກ,ວ່ອງໄວ ສາມາດຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານໃນໄລຍະໃໝ່ ທັງສ້າງການຫັນປ່ຽນໃໝ່ໃນວຽກງານການເມືອງ-ແນວຄິດໃນຍຸກ 4.0; ພ້ອມທັງກ່າວເປີດ​ຊຸດ​ຝຶ​ກອ​ົບ​ຮົມ​ວຽກ​ງານ​ໄອ​ທີ​ຢ່າງ​ເປັນ​ທາງ​ການ.

ພາບຂ່າວ: ກົງເພັດ ສີອຸດົມ