ຫ້ອງການ ຄອສພ ລົງເຄື່ອນໄຫວຕິດຕາມ, ຊຸກຍູ້ວຽກງານວິຊາສະເພາະຄົ້ນຄວ້າ-ສັງລວມ  ແລະ ວຽກງານເກັບກໍາສະພາບແນວຄິດ-ຫາງສຽງສັງຄົມ ຢູ່ແຂວງອຸດົມໄຊ.

ຫ້ອງການ ຄອສພ ລົງເຄື່ອນໄຫວຕິດຕາມ, ຊຸກຍູ້ວຽກງານວິຊາສະເພາະຄົ້ນຄວ້າ-ສັງລວມ

 ແລະ ວຽກງານເກັບກໍາສະພາບແນວຄິດ-ຫາງສຽງສັງຄົມ ຢູ່ແຂວງອຸດົມໄຊ.

 

       ເພື່ອຕິດຕາມການຈັດຕັ້ງຜັນຂະຫຍາຍ ມະຕິ 206 ຂອງກົມການເມືອງສູນກາງພັກ ວ່າດ້ວຍການຍົກສູງຄຸນນະພາບວຽກງານການເມືອງ-ແນວຄິດໃນໄລຍະໃໝ່, ຄໍາສັ່ງເລກທີ 04 ຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການເພີ່ມທະວີວຽກງານຕິດຕາມ, ເກັບກໍາສະພາບແນວຄິດ-ຫາງສຽງສັງຄົມໃນໄລຍະໃໝ່ ກໍຄືທິດທາງແຜນການ ແລະ ແຜນພັດທະນາວຽກງານໂຄສະນາອົບຮົມ (2021-2025) ໃຫ້ມີລັກສະນະຕໍ່ເນື່ອງ ແລະ ຮັບ ປະກັນໃນການຈັດຕັ້ງປະຕິບັດຕົວຈິງ, ທັງເປັນການຕິດຕາມ, ເກັບກໍາສະພາບແນວຄິດ-ຫາງສຽງສັງຄົມທີ່ພົ້ນເດັ່ນ ຂອງຖັນແຖວພະນັກງານ-ລັດຖະກອນ, ສະມາຊິກພັກ, ທະຫານ, ຕໍາຫຼວດ ແລະ ປະຊາຊົນບັນດາເຜົ່າຕໍ່ກັບການຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ແຜນພັດທະນາເສດຖະກິດ-ສັງຄົມຂອງທ້ອງຖິ່ນ, ກໍາໄດ້ສະພາບແນວຄິດຕໍ່ກັບຄວາມຫຍຸ້ງຍາກ ແລະ ບັນຫາເຄັ່ງຮ້ອນທີ່ປະເທດເຮົາພວມປະເຊີນຢູ່ໃນປັດຈຸບັນ ເພື່ອລາຍງານໃຫ້ຂັ້ນເທິງມີທິດຊີ້ນໍາໃນການເສີມຂະຫຍາຍດ້ານດີ ແລະ ແກ້ໄຂບັນດາຫາງສຽງສັງຄົມດ້ານຫຍໍ້ທໍ້ຢ່າງຖືກຕ້ອງ ແລະ ທັນການ. ໃນລະຫວ່າງວັນທີ 27-28 ມີນາ 2024, ທ່ານ ບຸນເພັງ ຈັນທະດາລາ, ຮອງຫົວໜ້າຫ້ອງການ ຄອສພ ໄດ້ນໍາພາຄະນະວິຊາການລົງເຄື່ອນໄຫວເຮັດວຽກຢູ່ແຂວງອຸດົມໄຊ ໂດຍການຕ້ອນຮັບຂອງທ່ານ ສາຍດໍາ ໃຈຫຼ້າ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ພ້ອມນັ້ນ ຍັງໄດ້ເຂົ້າພົບ ທ່ານ ມໍ ຊົ່ງ, ກໍາມະການປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ເພື່ອລາຍງານຈຸດປະສົງຂອງການເຄື່ອນໄຫວເຮັດວຽກໃນຄັ້ງນີ້.

ໃນຕອນບ່າຍຂອງວັນດຽວກັນ ກໍໄດ້ເຂົ້າຮ່ວມກອງປະຊຸມພົບປະແລກປ່ຽນຮ່ວມກັບຄະນະໂຄສະນາອົບ ຮົມແຂວງມີ ທ່ານ ສາຍດໍາ ໃຈຫຼ້າ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີບັນດາຫົວໜ້າ-ຮອງຫົວໜ້າຂະແໜງການ ແລະ ພະນັກງານວິຊາການ ຂອງຄະນະໂຄສະນາອົບຮົມແຂວງ ເຂົ້າຮ່ວມທັງໝົດ 17 ທ່ານ, ຍິງ 6 ທ່ານ. ກອງປະຊຸມໄດ້ຮັບຟັງການລາຍງານກ່ຽວກັບສະພາບການຈັດຕັ້ງປະຕິບັດວຽກງານການເມືອງ-ແນວຄິດ ກໍຄືວຽກງານໂຄສະນາອົບຮົມ ເວົ້າລວມ, ເວົ້າສະເພາະ ແມ່ນການເຄື່ອນໄຫວວຽກງານຄົ້ນຄວ້າ-ສັງລວມ ແລະ ການ ຕິດຕາມ, ເກັບກໍາສະພາບແນວຄິດ-ຫາງສຽງສັງຄົມໃນໄລຍະຜ່ານມາ ເຊິ່ງໄດ້ຍົກໃຫ້ເຫັນດ້ານດີ-ຜົນສໍາເລັດໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານ, ວິທີການເຄື່ອນໄຫວຂອງຕາໜ່າງເພື່ອນຮ່ວມງານ, ກົນໄກປະສານງານ ຂອບັນດາຂະແໜງການຢູ່ຂັ້ນເມືອງ, ບັນດາພະແນກການອ້ອມຂ້າງແຂວງ ຕິດພັນກັບຂໍ້ຫຍຸ້ງຍາກ-ສິ່ງທ້າທາຍ, ບາງບົດຮຽນຖອດຖອນໄດ້ ແລະ ຂໍ້ສະເໜີແນະບາງດ້ານ ເພື່ອແນໃສ່ປັບປຸງຍົກສູງຄຸນນະພາບວຽກງານຄົ້ນຄວ້າ-ສັງລວມ ແລະ ການຕິດຕາມ, ເກັບກໍາສະພາບແນວຄິດ-ຫາງສຽງສັງຄົມ ໃຫ້ມີຄວາມລະອຽດຄົບຖ້ວນ, ຖືກຕ້ອງສອດຄ່ອງ ແລະ ວ່ອງໄວທັນກັບສະພາບການ. ໃນໂອກາດດັ່ງກ່າວ ທ່ານ ບຸນເພັງ ຈັນທະດາລາ, ຮອງຫົວໜ້າຫ້ອງການ ຄອສພ ກໍໄດ້ມີຄວາມຄິດຄວາມເຫັນແລກປ່ຽນ ໂດຍສະເພາະແມ່ນຍົກໃຫ້ເຫັນຄວາມສໍາຄັນ ແລະ ຄວາມຈໍາເປັນຂອງວຽກງານຕິດຕາມ, ເກັບ  ກໍາສະພາບແນວຄິດ-ຫາງສຽງສັງຄົມໃນໄລຍະໃໝ່, ການຍົກສູງຄຸນນະພາບທາງດ້ານເນື້ອໃນການສ່ອງແສງລາຍງານ ແລະ ວິທີການຈັດຕັ້ງເຄື່ອນໄຫວ ເພື່ອຮັບປະກັນການເປັນເສນາທິການຊ່ວຍຄະນະພັກ, ອົງການປົກຄອງແຕ່ລະຂັ້ນ ສາມາດກໍາໄດ້ສະພາບແນວຄິດ-ຫາງສຽງສັງຄົມ ແລະ ຄວາມເປັນຫ່ວງເປັນໄຍຂອງພະນັກງານ-ລັດຖະ ກອນ, ສະມາຊິກພັກ, ນັກຮົບ ແລະ ປະຊາຊົນບັນດາເຜົ່າ ຕໍ່ກັບການປະຕິບັດແນວທາງນະໂຍບາຍຂອງພັກ, ການຄຸ້ມຄອງລັດ-ຄຸ້ມຄອງສັງຄົມດ້ວຍລະບຽບກົດໝາຍ ເພື່ອສຶກສາອົບ  ຮົມນໍາພາແນວຄິດ ແລະ ສ້າງຄວາມຮັບຮູ້, ເຂົ້າໃຈເອກະພາບກັບແນວທາງນະໂຍບາຍ ແລະ ການນໍາພາ-ຊີ້ນໍາຂອງພັກ, ການຄຸ້ມຄອງຂອງລັດໃນແຕ່ລະໄລຍະ; ພ້ອມນັ້ນ, ວັນທີ 28 ມີນາ 2024 ຄະນະວິຊາການຂອງຫ້ອງ ການ ຄອສພ ແລະ ແຂວງ ໄດ້ສືບຕໍ່ລົງເຄື່ອນໄຫວເຮັດວຽກຮ່ວມກັບຄະນະພັກ, ອົງການປົກຄອງເມືອງຫຼາ ແລະ ຄະນະໂຄສະນາອົບຮົມເມືອງຫຼາ; ພ້ອມທັງລົງຕິດຕາມ, ເກັບກໍາຂໍ້ມູນສະພາບພົ້ນເດັ່ນພື້ນທີ່ເປົ້າໝາຍຈໍານວນໜຶ່ງຂອງເມືອງອີກດ້ວຍ.

ຂ່າວໂດຍ: ພະແນກແນວຄິດ-ຫາງສຽງສັງຄົມ (ຫ້ອງການ ຄອສພ).