ຮອງຫົວໜ້າຄະນະໂຄສະນາອົບຮົມ,ບັນດາກົມ ແລະ ອົງການຈັດຕັ້ງມະຫາຊົນພາຍໃນຄະນະໂຄສະນາອົບຮົມສູນກາງພັກ ເຂົ້າອວຍພອນ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກເນື່ອງໃນໂອກາດປີໃໝ່ລາວ  ພສ 2567 ທີ່ຈະມາເຖິງ.   

ຮອງຫົວໜ້າຄະນະໂຄສະນາອົບຮົມ,ບັນດາກົມ ແລະ ອົງການຈັດຕັ້ງມະຫາຊົນພາຍໃນຄະນະໂຄສະນາອົບຮົມສູນກາງພັກ ເຂົ້າອວຍພອນ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກເນື່ອງໃນໂອກາດປີໃໝ່ລາວ  ພສ 2567 ທີ່ຈະມາເຖິງ.    

ໃນຕອນເຊົ້າຂອງວັນທີ 08 ເມາສາ 2024, ຮອງຫົວໜ້າ ຄະນະໂຄສະນາອົບຮົມສູນກາງພັກ ພ້ອມດ້ວຍຕາງໜ້າບັນດາກົມ ແລະ ອົງການຈັດຕັ້ງມະຫາຊົນ ພາຍໃນ ຄອສພ ເຂົ້າອວຍພອນ ທ່ານ ປອ. ຄໍາພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ ເນື່ອງໃນໂອກາດ ປີໃໝ່ລາວ ພສ 2567 ທີ່ຈະມາເຖິງນີ້ ຕາງໜ້າໃຫ້ແກ່ການນຳ, ບັນດາກົມ ແລະ ອົງການຈັດຕັ້ງມະຫາຊົນໂດຍ ທ່ານ ລາວປາວຊົ່ງ ນະວົງໄຊ ມີຄຳເຫັນອວຍພອນໃຫ້ແກ່ຫົວໜ້າ ຄອສພ ພ້ອມມອບກະຕ່າຂອງຂວັນໃຫ້ແກ່ຫົວໜ້າ ຄອສພ.

ໃນໂອກາດດຽວກັນນີ້, ທ່ານ ປອ. ຄໍາພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ ກໍໄດ້ສະແດງຄວາມຂອບໃຈເປັນຢ່າງສູງຕໍ່ ຄະນະນຳ ຄອສພ, ບັນດາກົມ ແລະ ອົງການຈັດຕັ້ງມະຫາຊົນທີ່ເປັນກຳລັງສຳຄັນເພື່ອຂັບເຄື່ອນວຽກງານໂຄສະນາອົບຮົມໃຫ້ມີຜົນສຳເລັດໃນຕະຫຼອດໄລຍະໜື່ງປີຜ່່ານມາ. ພ້ອມນັ້ນທ່ານຍັງໄດ້ໃຫ້ທິດຊີ້ນຳການເຄື່ອນໄຫວປະຕິບັດໜ້າທີ່ວຽກງານອັນໜັກໜ່ວງໃນປີ 2024 ແລະ ທິດທາງໃນປີ 2025 ໂດຍສະເພາະການກະກຽມສະເຫຼີມສະຫຼອງວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70ປີ, ວັນສ້າງວາລະສານອະລຸນໃໝ່ ຄົບຮອບ 40 ປີ, ວັນສະຖາປະນາ ສ ປປ ລາວ ຄົບຮອບ 50 ປີ ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ເພື່ອສືບຕໍ່ໂຄສະນາເຜີຍແຜ່ເຊື່ອມຊຶມເອກະສານຕ່າງໆເຫຼົ່ານັ້ນໃຫ້ກວ້າງຂວາງເລິກເຊິ່ງ ແລະ  ມີຄຸນນະພາບສູງພ້ອມກັນບຸກບືນສູ້ຊົນເປັນເຈົ້າການສ້າງການຫັນປ່ຽນວຽກງານໂຄສະນາອົບຮົມໄປສູ່ຄຸນະພາບໃໝ່.