ໜັງສືພິມ China Daily ພ້ອມດ້ວຍຄະນະ ເຂົ້າຢ້ຽມຄຳນັບ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ

ໜັງສືພິມ China Daily ພ້ອມດ້ວຍຄະນະ ເຂົ້າຢ້ຽມຄຳນັບ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ

    ໃນຕອນເຊົ້າວັນທີ 02 ເມສາ 2024 ທີ່ຫ້ອງຮັບແຂກ ຄະນະໂຄສະນາອົບຮົມສູນກາງພັກທ່ານ ໂຈວຫຼີ (Zhou Li) , ຫົວໜ້າບັນນາທິການໃຫຍ່ ໜັງສືພິມ China Daily ປະຈຳພາກພື້ນອາຊີປາຊີຟິກ ພ້ອມດ້ວຍຄະນະ ເຂົ້າຢ້ຽມຄຳນັບ ທ່ານ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ພ້ອມດ້ວຍຄະນະ.

    ຈຸດປະສົງໃນການເຂົ້າຢ້ຽມຄຳນັບ ໃນຄັ້ງນີ້ ແມ່ນເພື່ອສົ່ງເສີມການຮ່ວມມືໃນຂົງເຂດສື່ສິ່ງພິມ ແລະ ສື່ເອເລັກໂຕຼນິກຮ່ວມກັບ ຄອສພ ພ້ອມທັງສະເໜີຜົນງານການໂຄສະນາຂອງໜັງສືພິມດັ່ງກ່າວກ່ຽວກັບລາວໃຫ້ໂລກໄດ້ຮັບຮູ້ທັງເປັນການໂຄສະນາການຮ່ວມມືສອງຝ່າຍລາວ-ຈີນໂດຍສະເພາະແມ່ນພາຍຫຼັງທັງສອງປະເທດໄດ້ເປີດການນຳໃຊ້ເສັ້ນທາງລົດໄຟລາວ-ຈີນ ໂດຍຕິດພັນກັບການຫັນເປັນທັນສະໄໝ ທີ່ມີຫລາຍຮູບຫລາຍສີ ເພື່ອນໍາມາຫມູນໃຊ້ເຂົ້າໃນການເຜີຍແຜ່ໂຄສະນາ ເນື່ອງໃນໂອກາດສ ປປ ລາວ ເປັນປະທານອາຊຽນ ແລະ ເປີດປີທ່ອງທ່ຽວ2024. ນອກນັ້ນໜັງສືພິມ China Daily ຍັງມີແຜນການຈະເປີດງານວາງສະແດງຮູບພາບລະດັບພາກພື້ນ ແລະ ສາກົນຢູ່ທີ່ສ ປປ ລາວໃນອະນາຄົດ.

    ໃນຕອນທ້າຍພິທີ, ທ່ານ ຄໍາພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ກໍໄດ້ກ່າວສະແດງຄວາມຂອບໃຈ ແລະ ເຫັນດີຈະໃຫ້ການສະໜັບສະໜູນໂດຍການເຮັດວຽກຮ່ວມກັນ ລະຫວ່າງ ໜັງສືພິມ China Daily ກັບ ໜັງສືພິມປະຊາຊົນ, ວາລະສານ ອະລຸນໃໝ່ ແລະ ວາລະສານ ໂຄສະນາ ເຊິ່ງຈະເປັນໂອກາດດີ ແລະ ມີຄວາມໝາຍສຳຄັນທີ່ສຸດ ທີ່ຈະເຮັດໃຫ້ໜັງສືພິມປະຊາຊົນລາວ ແລະ ວາລະສານຂອງພັກເຮົາກ້າວໄປສູ່ການຫັນປ່ຽນໃໝ່ທີ່ເລິກເຊິ່ງ ແລະ ຮອບດ້ານ. ພ້ອມນັ້ນ ທ່ານໄດ້ກ່າວອວຍພອນໃຫ້ ທ່ານ ໂຈວຫຼີ (Zhou Li) ພ້ອມດ້ວຍຄະນະ ທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຈົ່ງປະສົບຜົນສຳ ເລັດຕາມລະດັບຄາດໝາຍທີ່ວາງໄວ້.