ອົບຮົມວຽກງານ 3 ສ້າງ ແລະ ຊາຍແດນໃຫ້ແກ່ເລຂາໜ່ວຍ ພັກບ້ານ ແລະ ພະນັກງານຫຼັກແຫຼ່ງຢູ່ກຸ່ມບ້ານສົມບູນ ເມືອງພູວົງ ແຂວງອັດຕະປື

   ອົບຮົມວຽກງານ 3 ສ້າງ ແລະ ຊາຍແດນ ໃຫ້ແກ່ເລຂາໜ່ວຍ

ພັກບ້ານ ແລະ ພະນັກງານຫຼັກແຫຼ່ງຢູ່ກຸ່ມບ້ານສົມບູນ ເມືອງພູວົງ ແຂວງອັດຕະປື

 ໂດຍ: ສີ​ວອນ ຈັນ​ສຸລີ

ໃນວັນທີ 21-23 ພຶດສະພາ 2024 ຄະນະໂຄສະນາອົບຮົມສູນກາງພັກ ຮ່ວມກັບ ຄະນະໂຄສະນາອົບຮົມແຂວງອັດຕະປື ໄດ້ລົງສົມທົບກັບຄະນະໂຄສະນາອົບຮົມເມືອງພູວົງ ຈັດຕັ້ງຊຸດອົບຮົມຄວາມຮູ້ພື້ນຖານດ້ານການເມືອງ-ການປົກຄອງ, ການສ້າງບ້ານພັດທະນາ​ ແລະ ອົບຮົມປະຊາຊົນລຽບຕາມຊາຍແດນ ຢູ່ກຸ່ມບ້ານສົມບູນ ໃຫ້ແກ່ເລຂາໜ່ວຍພັກບ້ານ, ນາຍບ້ານ, ຮອງນາຍບ້ານ; ຫົວໜ້າໜ່ວຍງານ ທີ່ມາຈາກ 4 ບ້ານ ແລະ ພະນັກງານຫຼັກແຫຼ່ງລົງກໍ່ສ້າງຮາກຖານການເມືອງ ຢູ່ກຸ່ມບ້ານສົມບູນ ໃຫ້ກຽດເປັນປະທານຮ່ວມຂອງ ສະຫາຍ ສີທົນ ຊາວພູວົງ ຮອງເລຂາພັກເມືອງ ເມືອງພູວົງ ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດ, ສະຫາຍ ຄຳກອງ ທໍາມະເທວາ ຄະນະພັກ ຫົວໜ້າກົມອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ, ສະຫາຍ ຄອນສະຫງ່າ ພິມມະສອນ ກໍາມະການພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງອັດຕະປື ແລະ ໃຫ້ກຽດກ່າວເປີດຊຸດອົບຮົມໂດຍ ສະຫາຍ ສີທົນ ຊາວພູວົງ ຮອງເລຂາພັກເມືອງ ເມືອງພູວົງ ຜູ້ຊີ້ນໍາວຽກງານການ ເມືອງ-ແນວຄິດ.

ຊຸດອົບຮົມຄັ້ງນີ້ມີຜູ້ເຂົ້າຮ່ວມທັງໝົດ 33 ສະຫາຍ, ຍິງ 2 ສະຫາຍ ທີ່ມາຈາກ 4 ບ້ານ ແລະ ພະນັກງານຫຼັກແຫຼ່ງລົງກໍ່ສ້າງຮາກຖານການເມືອງ 4 ສະຫາຍ; ປກຊ 2 ສະຫາຍ; ປກສ ກຸ່ມ 4 ສະຫາຍ; ເລຂາພັກບ້ານ, ຮອງເລຂາພັກບ້ານ 6 ສະຫາຍ, ຍິງ 1 ສະຫາຍ; ຊາວໜຸ່ມ 9 ສະຫາຍ; ແມ່ຍິງ 2 ສະຫາຍ ແລະ ແນວໂຮມ 6 ສະຫາຍ. ໃນນັ້ນ ມີສະມາຊິກພັກທັງໝົດ 19 ສະຫາຍ, ຍິງ 1 ສະຫາຍ; ເນື້ອ​ໃນ​​ເອກະສານອົບຮົມມີ 2 ເອກະສານ: ເອກະສານອົບຮົມຄວາມຮູ້ພື້ນຖານດ້ານການເມືອງ-ການປົກຄອງ ແລະ ການສ້າງບ້ານພັດທະນາ ປະກອບມີ 5 ບົດ ຄື: ບົດທີ 1: ຊາດລາວ, ຄົນລາວ ແລະ ມູນເຊື້ອອັນສະຫງ່າລາສີຂອງປະຊາຊົນລາວ; ບົດທີ 2: ລະບົບການເມືອງ ແລະ ການປົກຄອງ ຢູ່ ສປປ ລາວ; ບົດທີ 3: ຍົກສູງຄວາມສາມາດນໍາພາຂອງໜ່ວຍພັກບ້ານ, ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ບົດທີ 4: ການສ້າງບ້ານພັດທະນາ; ບົດທີ 5: ການແກ້ໄຂຄວາມທຸກຍາກ ດ້ວຍການຜະລິດເປັນສິນຄ້າ ແລະ ເອກະສານອົບຮົມປະຊາຊົນລຽບຕາມຊາຍແດນ ປະກອບມີ 3 ບົດ ຄື: ບົດທີ 1: ຊາດລາວ, ຄົນລາວ ແລະ ມູນເຊື້ອອັນສະຫງ່າລາສີຂອງປະຊາຊົນລາວ; ບົດທີ 2: ແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ; ບົດທີ 3: ເອກະສານອົບຮົມປະຊາຊົນລຽບຕາມຊາຍແດນ(ລັກສະນະຄໍາຖາມ-ຄໍາຕອບ). ຈຸດປະສົງໃນການຈັດຊຸດອົບຮົມໃນຄັ້ງນີ້ ແມ່ນເພື່ອຍົກສູງຄວາມຮູ້, ຄວາມສາມາດ ໃຫ້ແກ່ພະນັກງານການນໍາຫຼັກແຫຼ່ງຂັ້ນຮາກຖານ, ຍົກສູງບົດບາດ ໃນການນໍາພາຂອງຄະນະພັກຮາກຖານຕໍ່ກຸ່ມບ້ານທີ່ຕົນໄດ້ຮັບຜິດຊອບ.

ຜ່ານການຈັດຕັ້ງອົບຮົມເຮັດໃຫ້ຜູ້ເຂົ້າອົບຮົມເຂົ້າໃຈເນື້ອໃນເອກະສານເປັນຢ່າງດີ ແລະ ຜູ້ອົບຮົມມີຄວາມຫ້າວຫັນ, ຕັ້ງໃຈເຂົ້າຮ່ວມອົບຮົມ ແລະ ມີການແລກປ່ຽນຄຳເຫັນກັບຜູ້ບັນຍາຍເອກະສານຢ່າງມີບັນຍາກາດຟົດຟື້ນ.

ໃນຕອນທ້າຍຂອງການຝຶກອົບຮົມ ໄດ້ມີພິທີມອບໃບຢັ້ງຢືນໃຫ້ຜູ້ເຂົ້າຮ່ວມອົບຮົມ ຊຶ່ງໃຫ້ກຽດມອບໂດຍ ສະຫາຍ ປອ ຄອນສະຫງ່າ ພິມມະສອນ ກຳມະການພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງອັດຕະປື ແລະ ໃຫ້ກຽດໂອ້ລົມ ພ້ອມທັງກ່າວປິດຊຸດຝຶກອົບຮົມໂດຍ ສະຫາຍ  ສີທົນ ຊາວພູວົງ ຮອງເລຂາພັກເມືອງ ເມືອງພູວົງ ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດ.