ຮັບຮອງເນື້ອໃນຜົນການຄົ້ນຄວ້າ ໂຄງການຄົ້ນຄວ້າ ລະດັບຊາດ ພາຍໃນຫົວຂໍ້: “ການກໍ່ສ້າງພັກໃນເງື່ອນໄຂພັກດຽວກຳອຳນາດ ຢູ່ ສປປ ລາວ”

ຮັບຮອງເນື້ອໃນຜົນການຄົ້ນຄວ້າ

 ໂຄງການຄົ້ນຄວ້າ ລະດັບຊາດ ພາຍໃນຫົວຂໍ້:

 ການກໍ່ສ້າງພັກໃນເງື່ອນໄຂພັກດຽວກຳອຳນາດ ຢູ່ ສປປ ລາວ

ສະພາທິດສະດີສູນກາງພັກ ໄດ້ເປີດກອງປະຊຸມວິທະຍາສາດ ເພື່ອພິຈາລະນາ-ຮັບຮອງເອົາເນື້ອໃນຜົນການຄົ້ນຄວ້າໂຄງການລະດັບຊາດໃນຫົວຂໍ້ “ການກໍ່ສ້າງພັກໃນເງື່ອນໄຂພັກດຽວກຳອຳນາດ ຢູ່ ສ ລາວ”  ໃນວັນທີ 03 ມິຖຸນາ 2024 ທີ່ຫ້ອງປະຊຸມໃຫຍ່ຊັ້ນ 2 ສໍານັກງານສະພາທິດສະດີສູນກາງພັກ (ຫຼັກ 06), ໂດຍການເປັນປະທານ ຂອງ ທ່ານ ປອ. ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ, ໃນກອງປະຊຸມມີທ່ານ ສົມສະຫວາດ ເລັ່ງສະຫວັດ ທີ່ປຶກສາສະພາທິດສະດີສູນກາງພັກ, ທີ່ປຶກສາຄະນະຮັບຜິດຊອບການຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ, ທີ່ປຶກສາໃນການພິຈາລະນາ-ຮັບຮອງເນື້ອໃນໂຄງການຄົ້ນຄວ້າລະດັບຊາດ; ທ່ານ ຮສ. ປທ    ພູວົງ ອຸ່ນຄຳແສນ ກໍາມະການສູນກາງພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົດຄອງແຫ່ງຊາດ, ຮອງປະທານສະພາທິດສະດີສູນກາງພັກ;​ ທ່ານ ປອ. ຄຳມອນ ຈັນທະຈິດ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຮອງປະທານຜູ້ປະຈຳການສະພາທິດສະດີສູນກາງພັກ; ຄະນະປະຈໍາສະພາທິດສະດີສູນກາງພັກ; ຄະນະເລຂາວິທະຍາສາດສະພາທິດສະດີສູນກາງພັກ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.

ໂຄງການດັ່ງກ່າວ ເປັນ​ໜຶ່ງ​ໃນ​ບັນ​ດາ​ໂຄງ​ການ​ຄົ້ນ​ຄວ້າ​ທາງ​ດ້ານ​ທິດ​ສະ​ດີ-ພຶດ​ຕິ​ກຳ ທີ່​ຄະ​ນະ​ເລ​ຂາ​ທິ​ການ​ສູນ​ກາງ​ພັກ​ໄດ້​ອະ​ນຸ​ມັດ ຕາມມະຕິຕົກລົງ ສະບັບເລກທີ 108/ຄລສພ, ລົງວັນທີ 5 ກັນຍາ 2012 ແລະ ໄດ້ເລີ່ມຈັດຕັ້ງປະຕິບັດຕົວຈິງ ໂດຍໄດ້ຮັບການສະໜອງງົບປະມານຮັບໃຊ້ໂຄງການໃນປີ 2019 ເປັນຕົ້ນມາ, ພ້ອມ​ກັນ​ນັ້ນ ກໍ່​ໄດ້​ຜ່ານ​ການ​ຈັດ​ຕັ້ງ​ດຳ​ເນີນກອງ​ປະ​ຊຸມ​ສຳ​ມະ​ນາ​ລະ​ດົມ​ຄວາມ​ຄິດ​ເຫັນ ​ຢູ່​ຂັ້ນ​ທ້ອງ​ຖິ່ນ ແລະ​ໄດ້​ຜ່ານ​ການ​ປັບ​ປຸງ​ປະ​ກອບ​ຄຳ​ເຫັນ​ພາຍ​ໃນ​ຄະ​ນະ​ຮັບ​ຜິດ​ຊອບ​ໂຄງ​ການ. ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ໂຄງ​ການ​ຄົ້ນ​ຄວ້າຫົວຂໍ້​ຕ່າງໆ​ ເຊິ່ງ​ມາ​ຮອດ​ປັດ​ຈຸ​ບັນ​ນີ້ ສາ​ມາດ​ຮັບ​ຮອງ​ເອົາ​ເນື້ອ​ໃນ​ຜົນ​ການ​ຄົ້ນ​ຄວ້າໂຄງ​ການ​ລະ​ດັບ​ຊາດ​ໄດ້ 4 ໂຄງ​ການແລ້ວ. ບັນດາ​ຜົນ​ງານ​ການ​ຄົ້ນ​ຄວ້າ ຂອງ​ສະ​ພາ​ທິດ​ສະ​ດີ​ສູນ​ກາງ​ພັກ ກໍ​ຄື​ບັນ​ດາ​ສະມາຊິກ​ໃນ​ຄະ​ນະ​ຮັບ​ຜິດ​ຊອບ​ໂຄງ​ການ​ຄົ້ນ​ຄວ້າ​ໃນ​ຫົວ​ຂໍ້​ຕ່າງໆ ທີ່​ໄດ້​ສຸມ​ທຸກ​ກຳ​ລັງ​ສະ​ຕິ​ປັນ​ຍາເຂົ້າ​ໃນ​ການການ​ຄົ້ນ​ຄວ້າຈົນສາ​ມາດ​ນຳ​ສະ​ເໜີ ຕໍ່​ສະ​ພາ​ທິດ​ສະ​ດີ​ສູນ​ກາງ​ພັກ​ພິ​ຈາ​ລະ​ນາ​ຮັບ​ຮອງເອົາບັນດາຫົວຂໍ້ເຫຼົ່ານີ້.

ສຳລັບໂຄງ​ການ​ຄົ້ນ​ຄວ້າ ຫົ​ວ​ຂໍ້ “ການກໍ່ສ້າງພັກໃນເງື່ອນໄຂພັກດຽວກຳອຳນາດ ຢູ່ ລາວ” ຜ່ານການຄົ້ນຄວ້າຕົວຈິງໃນໄລຍະຜ່ານມາເຫັນ​ໄດ້​ວ່າ ຄະ​ນະ​ຮັບ​ຜິດ​ຊອບ​ໂຄງ​ການ​ໄດ້​ມີ​ຄວາມ​ເອົາ​ໃຈ​ໃສ່​ຢ່າງ​ຈົດ​ຈໍ່ ເຊິ່ງ​ເນື້ອ​ໃນ​ຜົນ​ການ​ຄົ້ນ​ຄວ້າ​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ເຖິງ​ທິດ​ສະ​ດີ-ພຶດ​ຕິ​ກຳແຫ່ງ​ການ​ຈັດ​ຕັ້ງ​ນຳ​ພາ ຂອງ​ພັກ​ເຮົາ ຕະ​ຫຼອດ​ໄລ​ຍະ​ຜ່ານ​ມາ ແລະບັນ​ດາ​ເນື້ອ​ໃນ​ດັ່ງ​ກ່າວ​ໄດ້ຢັ້ງ​ຢືນ​ໃຫ້​ເຫັນ​ເຖິງ​ບົດ​ບາດ​ການ​ນຳ​ພາ ຂອງ​ພັກ​ເຮົາ ໂດຍ​ຍຶດ​ໝັ້ນ​ລັດ​ທິ​ມາກ-ເລ​ນິນ, ແນວ​ຄິດ​ໄກ​ສອນ ພົມ​ວິ​ຫານ ​ຢ່າງ​ຈະ​ແຈ້ງ​ກ່ຽວ​ກັບ​ການ​ສ້າງ​ພັກ​ໃຫ້​ມີ​ຄວາມ​ໜັກ​ແໜ້ນ ແລະ​ມີ​ຄວາມ​ເຂັ້ມ​ແຂງ​ຢ່າງ​ຮອບ​ດ້ານ; ພັກ​ເຮົາ​ຖື​ວ່າ ການ​ນຳ​ພາ​ເປັນ​ຫຼັກ​ການ​ໜຶ່ງ​ທີ່​ສຳ​ຄັນ​ໃນ​ຂະ​ບວນ​ວິ​ວັດແຫ່ງ​ການ​ເຕີບ​ໃຫຍ່​ຂະ​ຫຍາຍ​ຕົວ​ຂອງ​ພັກ​ເຮົາ ແລະ​ການ​ນຳ​ພາ​ຕ້ອງ​ຕິດ​ພັນ​ກັບ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຕົວ​ຈິງ​ຢ່າງ​ສອດ​ຄ່ອງ. ດັ່ງ​ນັ້ນ, ການກໍ່​ສ້າງ​ພັກ​ໃນ​ເງື່ອນ​ໄຂ​ພັກ​ດຽວ​ກຳ​ອ​ຳ​ນາດ ຢູ່ ສ​ປ​ປ ລາວ ແມ່ນ​ເນື້ອ​ໃນ​ອັນ​ສຳ​ຄັນ ແລະ​ສ່ອງ​ແສງ​ໃຫ້​ເຫັນ​ລັກ​ສະ​ນະ ຂອງ​ຍຸກ​ສະ​ໄໝ​ແຫ່ງ​ການ​ຈັດ​ຕັ້ງ​ນຳ​ພາຂອງ​ພັກ​ເຮົາ ເພື່ອ​ນຳ​ພາ​ປະ​ເທດ​ຊາດ​ກ້າວ​ສູ່​ຈຸດ​ໝາຍ​ສັງ​ຄົມ​ນິ​ຍົມ.

ພ້ອມນັ້ນ ຍັງໄດ້​ສ່ອງ​ແສງ​ໃຫ້​ເຫັນ​ເນື້ອ​ໃນ​ພື້ນ​ຖານ​ສຳ​ຄັນ​ຫຼາຍ​ປະ​ການ​ກ່ຽວ​ກັບ​ການກໍ່​ສ້າງ​ພັກ​ໃນ​ເງື່ອນ​ໄຂ​ພັກ​ດຽວ​ກຳ​ອຳ​ນາດ ເປັນ​ຕົ້ນຄວາມ​ຮັບ​ຮູ້​ກ່ຽວ​ກັບ​ພັກ​ການ​ເມືອງ ແລະ​ພັກ​ການ​ເມືອງ​ກຳ​ອຳ​ນາດ; ບັນ​ດາ​ຫຼັກ​ການ​ພື້ນ​ຖານ ຂອງ​ການ​ກໍ່​ສ້າງ​ພັກ​ແບບ​ໃໝ່ ຂອງ​ຊົນ​ຊັ້ນ​ກຳ​ມະ​ກອນ; ບົດ​ຮຽນ​ ຂອງ​ບັນ​ດາ​ພັກ​ການ​ເມືອງ​ກຳ​ນາດ ຂອງ​ບັນ​ດາ​ພັກ​ກອມ​ມູ​ນິດ ພ້ອມ​ດຽວ​ກັນ​ນັ້ນ ກໍ່​ໄດ້​ຕີ​ລາ​ຄາ​ຢ່າງ​ພາ​ວະ​ວິ​ໄສ ແລະ​ຍົກ​ໃຫ້​ເຫັນ​ຂໍ້​ຈຳ​ກັດ​ດ້ານ​ຕ່າງໆ; ການ​ວາງວິ​ໄສ​ທັດ, ວິ​ທີ​ການ​ໃນ​ການ​ແກ້​ໄຂ​ຕໍ່​ໜ້າ​ຢ່າງ​ມີ​ວິ​ທະ​ຍາ​ສາດ.

ໃນຕອນທ້າຍ, ທ່ານ ປອ. ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກປະທານກອງປະຊຸມໄດ້ມີຄຳເຫັນເພີ່ມເຕີມ ໂດຍເນັ້ນໜັກບາງປະການ ດັ່ງນີ້:

1). ຄະນະຮັບຜິດຊອບໂຄງການດັ່ງກ່າວ ຈົ່ງໄດ້ເຊີດຊູຄວາມຮັບຜິດຊອບ ແລະສຸມໃສ່ໃນການນຳເອົາເນື້ອໃນຄຳເຫັນ ຂອງຄະນະກຳມະການວິທະຍາສາດທີ່ໄດ້ມີຄຳເຫັນໃນການຕີລາຄາເນື້ອໃນບົດຄົ້ນຄວ້າໄປປັບປຸງ ແລະລາຍງານມາຍັງສະພາທິດສະດີສູນກາງພັກ ເປັນລາຍລັກອັກສອນ ເພື່ອສະເໜີຄະນະປະຈຳສະພາທິດສະດີສູນກາງພັກມີຄຳເຫັນ ແລະຈັດພິມເປັນສະບັບສົມບູນ.

2). ຄະນະຮັບຜິດຊອບໂຄງການປະສານກັບຫ້ອງການສະພາທິດສະດີສູນກາງພັກສຸມໃສ່ໃນການກວດກາດ້ານເຕັກນິກ-ໄວຍະກອນ, ການສ້າງມາແກັດປື້ມແລ້ວສົ່ງໃຫ້ຫ້ອງການສະພາທິດສະດີສູນກາງພັກ.

3). ຫ້ອງການສະພາທິດສະດີສູນກາງພັກຕ້ອງເປັນໃຈກາງໃນການຕິດຕາມ ແລະຊຸກຍູ້ການ ຈັດຕັ້ງປະຕິບັດບັນດາໜ້າວຽກຕ່າງໆ ເພື່ອເຮັດໃຫ້ການດຳເນີນໂຄງການໄດ້ສຳເລັດຕາມລະດັບຄາດໝາຍ ພ້ອມນັ້ນ ກໍຮ່າງຂໍ້ຕົກລົງວ່າດ້ວຍການຮັບຮອງເນື້ອໃນຜົນການຄົ້ນຄວ້າໂຄງການ ເພື່ອສະເໜີສະພາທິດສະດີສູນກາງພັກລົງລາຍເຊັນຢ່າງເປັນທາງການ.

       ກອງປະຊຸມໄດ້ດຳເນີນເປັນເວລາເຄິ່ງວັນ ແລະ ປິດລົງໃນເວລາ 11:30 ຂອງວັນດຽວກັນດ້ວຍຜົນສຳເລັດຢ່າງຈົບງາມ.

ແຫຼ່ງຂາວ:​ ສະພາທິດສະດີສູນກາງພັກ