ຄູ-ອາຈານສອນວິຊາສັງຄົມ-ການເມືອງອ້ອມຂ້າງເມືອງວາປີ ແຂວງ ສາລະວັນ  ສຳເລັດການຝຶກອົບຮົມ ການເມືອງ-ແນວຄິດ

ຄູ-ອາຈານສອນວິຊາສັງຄົມ-ການເມືອງອ້ອມຂ້າງເມືອງວາປີ ແຂວງ ສາລະວັນ

 ສຳເລັດການຝຶກອົບຮົມ ການເມືອງ-ແນວຄິດ

          ໃນວັນທີ 17 ມິຖຸນາ 2024 ໄດ້ຈັດພິທີເປີດຊຸດອົບຮົມ ຝຶກອົບຮົມ ການເມືອງ-ແນວຄິດໃຫ້ຄູ-ອາຈານສອນວິຊາສັງຄົມ-ການເມືອງ ອ້ອມຂ້າງເມືອງວາປີ ແຂວງ ສາລະວັນ ຂຶ້ນຢູ່ສະໂມສອນຫ້ອງການປົກຄອງເມືອງວາປີ ແຂວງສາລະວັນ ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ຈັນສະໝອນ ພົມມະແສງ ກໍາມະການປະຈຳພັກແຂວງພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງສາລະວັນ, ມີສະຫາຍ ບຸນຍູ້ ຈັນທະລັງສີ ກໍາມະການພັກແຂວງ, ເລຂາພັກເມືອງ ເຈົ້າເມືອງໆວາປີ ແຂວງສາລະວັນ, ສະຫາຍ ລີຈາວ ໄຊເຍ່ຍຊ່າງ ຮອງຫົວໜ້າກົມອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ, ພ້ອມດ້ວຍພະນັກງານຈາກກົມອົບຮົມ, ເເຂວງ, ເມືອງ ແລະ ນັກຝຶກອົບຮົມອ້າງຂ້າງເມືອງວາປີ ເຂົ້າຮ່ວມ.

ການຝຶກອົບຮົມໃນຄັ້ງນີ້ ແນ່ໃສ່ສ້າງຄວາມເຂັ້ມແຂງໃຫ້ແກ່ຖັນແຖວຄູ-ອາຈານສອນວິຊາສັງຄົມ-ການເມືອງ ຢູ່ເມືອງວາປີ ແຂວງ ສາລະວັນ, ການຝຶກອົບຮົມໃຊ້ເວລາ 2 ວັນ ແຕ່ວັນທີ 17-18 ມິຖຸນາ 2024 ຊຶ່ງມີນັກສຳມະນາກອນເຂົ້າຮ່ວມທັງໝົດ 51 ສະຫາຍ, ຍິງ 24 ສະຫາຍ; ໃນນັ້ນ, ມີຂັ້ນອໍານວຍການໂຮງຮຽນ 6 ຄົນ, ຮອງອໍານວຍການໂຮງຮຽນ 12 ຄົນ, ຍິງ 4 ຄົນ, ວິຊາການ 3 ຄົນ, ຍິງ 1 ຄົນ ຄູ-ອາຈານ 33 ສະຫາຍ, ຍິງ 20 ສະຫາຍ.

ສໍາລັບເນື້ອໃນເອກະສານທີ່ນໍາໃຊ້ຝຶກອົບຮົມໃນຄັ້ງນີ້ ປະກອບມີ 6 ບົດຄື: 1. ຄວາມຮູ້ພື້ນຖານກ່ຽວກັບລັດທິມາກ-ເລນິນ, 2. ເສີມຂະຫຍາຍມູນເຊື້ອຂອງຊາດລາວ, 3. ສ້າງ ແລະ ບູລະນະລະບອບປະຊາທິປະໄຕປະຊາຊົນ ຕາມທິດສັງຄົມນິຍົມ, .4. ແນວທາງນະໂຍບາຍຂອງສຶກສາຂອງພັກ-ລັດເຮົາ, 5. ການພັດທະນາເສດຖະກິດຕິດພັນກັບການພັດທະນາວັດທະນະທໍາ-ສັງ ຄົມ ແລະ ສິ່ງແວດລ້ອມ, 6. ຈັນຍາບັນຂອງຄູ.

ພາຍຫຼັງສຳເລັດຊຸດຝຶກອົບຮົມ ທ່ານ ຈັນສະໝອນ ພົມມະແສງ ກໍາມະການປະຈຳພັກແຂວງພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງສາລະວັນໄດ້ມີຄໍາເຫັນໂອ້ລົມຕໍ່ ຊຸດຝຶກອົບຮົມ ການເມືອງ-ແນວຄິດໃຫ້ຄູ-ອາຈານສອນວິຊາສັງຄົມ-ການເມືອງໃນຄັ້ງນີ້ວ່າ:ຄູອາຈານທີ່ມາຝຶກອົບຮົມ ລ້ວນແຕ່ແມ່ນຄູອາຈານສອນສາຍສັງຄົມ ທີ່ຖືກຄັດເລືອກມາຈາກບັນດາໂຮງຮຽນອ້ອມຂ້າງເມືອງວາປີ ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ການເມືອງໃນໄລຍະໃໝ່ ຍິ່ງຈໍາເປັນຕ້ອງມີຖັນແຖວຄູ-ອາຈານສອນ ທີ່ມີຄວາມຮູ້, ຄວາມສາມາດ, ຄຸນສົມ ບັດ, ມີຫຼັກໝັ້ນການເມືອງໜັກແໜ້ນ, ມີຄວາມຈົ່ງຮັງພັກດີຕໍ່ປະເທດຊາດ ສໍາລັບນັກສໍາມະນາກອນ ທີ່ໄດ້ຮັບໃບຢັ້ງຢຶນໄປແລ້ວນັ້ນ ມັນແມ່ນກຽດສັກສີສຸງສົ່ງ ແມ່ນຄວາມໄວ້ວາງໃຈ ແລະ ເຊື່ອໝັ້ນຈາກການຈັດຕັ້ງ ໃຫ້ກາຍເປັນຄູ ທີ່ສອນດີ-ສອນເກັ່ງ ເປັນແບບຢ່າງທີ່ດີໃນການສິດສອນ, ກ້າຄິດ, ກ້າເຮັດ ແລະ ກ້າຮັບຜິດຊອບໃນການປະຕິບັດໜ້າທີ່ການເມືອງຂອງຕົນ.

+ ພາບ-ຂ່າວ: ກິຕ້ອມ ພັນທະວົງ, ສິດທິຊາດ ພູມສະຫວັນ