ປະທານກວດກາ  ແລະ ພະນັກງານກົມກວດກາ ຄະນະໂຄສະນາອົບຮົມງສູນກາງພັກ ລົງຊຸກຍູ້ວຽກງານກວດກາ ຢູ່ແຂວງຫຼວງນໍ້າທາ ແລະ ແຂວງບໍ່ແກ້ວ

 

ປະທານກວດກາ  ແລະ ພະນັກງານກົມກວດກາ ຄະນະໂຄສະນາອົບຮົມງສູນກາງພັກ ລົງຊຸກຍູ້ວຽກງານກວດກາ

ຢູ່ແຂວງຫຼວງນໍ້າທາ ແລະ ແຂວງບໍ່ແກ້ວ

          ໃນວັນທີ 17-19 ມິຖຸນາ 2024 ລົງເຄື່ອນໄຫວຊຸກຍູ້ວຽກງານກວດກາ ຢູ່ແຂວງຫຼວງນໍ້າທາ ນຳພາໂດຍ ທ່ານ ນ. ວິລະວອນ ພັນທະວົງ ຄະນະປະຈໍາພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານກວດກາ ແລະ ເຮັດວຽກກັບແຂວງຫຼວງນ້ຳທາ ພ້ອມດ້ວຍທິມງານລົງຕິດຕາມ, ຊຸກຍູ້ວຽກງານກວດກາຢູ່ແຂວງຫຼວງນ້ຳທາ ໂດຍໃຫ້ກຽດຕ້ອນຮັບຂອງທ່ານ ຈັນທອງ ແກ້ວປະເສີດ, ຮອງເລຂາພັກແຂວງ, ຜູ້ຊີ້ນໍາຂົງເຂດການເມືອງ-ແນວຄິດ, ວຽກງານພັກ-ພະນັກງານ. ຫຼັງຈາກນັ້ນ, ເຂົ້າພົບປະຢ້ຽມຢາມ ແລະ ເຮັດວຽກກັບຄະນະໂຄສະນາອົບຮົມແຂວງຫຼວງນ້ຳທາ, ການນຳເມືອງ, ຄະນະໂຄສະນາອົບຮົມເມືອງສິງ,  ຄະນະໂຄສະນາອົບຮົມເມືອງລອງ ແລະ ທ່ຽວຊົມຂົວມິດຕະພາບລາວ-ມຽນມ້າ…

ວັນທີ 20-21 ມິຖຸນາ 2024 ສືບຕໍ່ລົງເຄື່ອນໄຫວຊຸກຍູ້ວຽກງານກວດກາ ຢູ່ແຂວງບໍ່ແກ້ວ ໂດຍໃຫ້ກຽດຕ້ອນຮັບຂອງທ່ານ ທ່ານ ສົມພອນ ແກ້ວມະນີ ຄະນະປະຈໍາພັກແຂວງ, ຜູ້ຊີ້ນໍາຂົງເຂດການເມືອງ-ແນວຄິດ, ວຽກງານພັກ-ພະນັກງານ ຂອງແຂວງ. ຫຼັງຈາກນັ້ນ, ເຂົ້າພົບປະ ແລະ ເຮັດວຽກກັບຄະນະໂຄສະນາອົບຮົມແຂວງບໍ່ແກ້ວ, ການນຳເມືອງ, ຄະນະໂຄສະນາອົບຮົມເມືງຕົ້ນເຜີ້ງ ແລະ  ຄະນະໂຄສະນາອົບຮົມເມືອງປາກທາ.

ຈຸດປະສົງເພື່ອລົງຕິດຕາມ, ຊຸກຍູ້ວຽກງານໂຄສະນາອົບຮົມຢູ່ທ້ອງຖິ່ນ ໂດຍສະເພາະຕິດຕາມ, ຊຸກຍູ້ການຈັດຕັ້ງຜັນຂະຫຍາຍ ແລະ ການຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ-ລັດ, ມະຕິກອງປະຊຸມໃຫ່ຍ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ຄະນະບໍລິຫານງານພັກແຂວງ, ມະຕິກອງປະຊຸມໃຫ່ຍ ຄະນະບໍລິຫານພັກເມືອງ. ເວົ້າລວມ, ເວົ້າສະເພາະ ໂດຍສະເພາະຕິດຕາມ, ຊຸກຍູ້ກອງປະຊຸມ 3 ຂັ້ນ ຢູ່ຂັ້ນແຂວງ ແລະ ຂັ້ນເມືອງ.