ຝຶກອົບຮົມການບໍລິຫານຈັດການກະດານຂ່າວເອເລັກໂຕຼນິກໃຫ້ແກ່ຄະນະໂຄສະນາອົບຮົມແຂວງທົ່ວປະເທດຜ່ານລະບົບທາງໄກ(video conference)

ຝຶກອົບຮົມການບໍລິຫານຈັດການກະດານຂ່າວເອເລັກໂຕຼນິກໃຫ້ແກ່ຄະນະໂຄສະນາອົບຮົມແຂວງທົ່ວປະເທດຜ່ານລະບົບທາງໄກ(video conference)

ໃນລະຫວ່າງວັນທີ 10 – 20 ມີນາ 2024 ທີ່ຫ້ອງປະຊຸມທາງໄກຂອງຄະນະໂຄສະນາອົບຮົມສູນກາງພັກກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ໄດ້ຈັດຝຶກອົບຮົມການບໍລິຫານຈັດການກະດານຂ່າວເອເລັກໂຕຼນິກໃຫ້ແກ່ຄະນະໂຄສະນາອົບຮົມແຂວງທົ່ວປະເທດຜ່ານລະບົບທາງໄກ. ໂດຍໃຫ້ກຽດກ່າວເປີດພ້ອມທັງເປັນປະທານ ທ່ານ ນ. ວິລະວອນ ພັນທະວົງ ຄະນະປະຈຳພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຜູ້ຊີ້ນຳກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ, ທ່ານ ວັນຕຸລາ ຣັກນຸດ ກຳມະການພັກ, ຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ມີບັນດາຮອງຫົວໜ້າຄະນະໂຄສະນາອົບຮົມແຂວງຜູ້ຊີ້ນຳວຽກງານສື່ທົ່ວປະເທດ, ຄູອາຈານ ແລະ ພະນັກງານພາຍໃນກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມເຂົ້າຮ່ວມ.

ຈຸດປະສົງເພື່ອເຮັດໃຫ້ພະນັກງານທີ່ຮັບຜິດຊອບວຽກງານສື່ເອເລັກໂຕຼນິກຂອງແຂວງສາມາດນຳໃຊ້ໄດ້ທາງດ້ານເຕັກນິກ, ການຂຽນບົດ, ການໂພດຮູບພາບ ແລະ ອຶ່ນໆຂຶ້ນເວັບໄຊໄດ້ດ້ວຍຕົນເອງເພື່ອເປັນກະບອກສຽງໃນການໂຄສະນາການເຄື່ອນໄຫວຂອງບັນດາການນຳຂັ້ນຕ່າງໆຂອງແຂວງ, ເມືອງໃນການເຮັດວຽກງານການເມືອງ-ແນວຄິດຂອງພວກເຮົາເພາະຍຸກປັດຈຸບັນການສະໜອງບັນດາຂໍ້ມູນຂ່າວສານຕ້ອງໃຫ້ມີຄວາມວ່ອງໄວ ແລະ ທັນການ.

ບົດຮຽນທີ່ນຳສະເໜີປະກອບມີ 5 ບົດດ່ັງນີ້:

ຫົວຂໍ້ 1: ຂັ້ນຕອນການກະກຽມຮູບພາບໃນການປະກອບບົດຂ່າວ.

ຫົວຂໍ້ 2: ຂັ້ນຕອນການສ້າງ ແລະ ເຜີຍແຜ່ບົດຂ່າວ ລົງໃນເວັບໄຊສ.

ຫົວຂໍ້ 3: ຂັ້ນຕອນການອັບເດດຂໍ້ມູນ ເອກະສານ ມະຕິຄຳສັ່ງຕ່າງໆ ລົງໃນເມນູ ແລະ ຄໍລຳຕ່າງໆ.

ຫົວຂໍ້ 4: ຂັ້ນຕອນການເຜີຍແຜ່ບັນດາຂໍ້ມູນຂ່າວສານຈາກເວັບໄຊສ ໄປຍັງບັນດາສື່ສັງຄົມອອນລາຍ.

ຫົວຂໍ້ 5: ຂັ້ນຕອນການສ້າງ ແລະ ຄຸ້ມຄອງຜູ້ໃຊ້ງານລະບົບ (user).

ໂອກາດດັ່ງກ່າວ ປະທານກອງປະຊຸມໄດ້ຮຽກຮ້ອງມາຍັງບັນດາທ່ານຫົວໜ້າ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ຄະນະຊີ້ນຳ, ຄະນະແອັດມິນວຽກງານເວັບໄຊສ໌ຂອງບັນດາແຂວງເອົາໃຈໃສ່ຍາດແຍ່ງແລກປ່ຽນຄວາມຮູ້ນໍາຄະນະຮັບຜິດຊອບທາງສູນກາງໃນການສືບຕໍ່ຈັດຕັ້ງປະຕິບັດວຽກງານໂຄສະນາຜ່ານສື່ເອລັກໂຕຣນິກ (ເວັບໄຊສ໌) ແຕ່ລະໄລຍະໃຫ້ມີຜົນສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້ ເພື່ອຫັນປ່ຽນວຽກງານໂຄສະນາອົບຮົມຂອງພວກເຮົາຕາມທິດຫັນເປັນທັນສະໄໝເທື່ອລະກ້າວ, ແນໃສ່ເຮັດໃຫ້ບັນດາແນວທາງແຜນນະໂຍບາຍຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ, ລະບຽບກົດໝາຍຂອງລັດ, ຜົນງານການຈັດຕັ້ງເຄື່ອນໄຫວວຽກງານວຽກງານໂຄສະນາອົບຮົມແຕ່ລະໄລຍະ ໄດ້ຮັບການເຜີຍແຜ່ຜ່ານສື່ເອເລັກໂຕນິກສູ່ສັງຄົມໄດ້ຢ່າງວ່ອງໄວ, ກວ້າງຂວາງ ແລະ ທັນກັບສະພາບການ.