ຄະນະຜູ້ແທນຄະນະໂຄສະນາອົບຮົມສູນກາງພັກປະຊາຊົນປະຕິວັດລາວ ປຶກສາຫາລືແລກປ່ຽນບົດຮຽນວຽກງານການຄຸ້ມຄອງສື່ ກັບຄະນະໂຄສະນາສຶກສາສູນກາງພັກກອມມູນິດຫວຽດນາມ

ຄະນະຜູ້ແທນຄະນະໂຄສະນາອົບຮົມສູນກາງພັກປະຊາຊົນປະຕິວັດລາວ ປຶກສາຫາລືແລກປ່ຽນບົດຮຽນວຽກງານການຄຸ້ມຄອງສື່ ກັບຄະນະໂຄສະນາສຶກສາສູນກາງພັກກອມມູນິດຫວຽດນາມ 

           ໃນ​ວັນ​ທີ 16 ກໍລະກົດ 2024​ ນີ້, ຄະນະ​ໂຄສະນາ​ອົບຮົມ​ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ​ລາວ ​ແລະ ຄະນະໂຄສະນາສຶກສາສູນກາງພັກກອມມູນິດຫວຽດນາມ  ​ໄດ້​ມີ​ການແລກປ່ຽນບົດຮຽນ ແລະ ​ປຶກສາ​ຫາລື​ກ່ຽວ​ກັບ​ແຜນການ ​ແລະ ຄຸ້ມ​ຄອງວຽກ​ງານ​ສື່​ມວນ​ຊົນ​ຂອງ 2 ປະ​ເທດ.

           ໃນການຢ້ຽມຢາມແລກປ່ຽນບົດຮຽນຄັ້ງນີ້ ສະ​ຫາຍ ຟານ ​ຊວນ ​ທູຍ ຮອງຫົວໜ້າຄະນະໂຄສະນາສຶກສາສູນກາງພັກກອມມູນິດຫວຽດນາມ ​ໄດ້​ກ່າວ​ຕ້ອນຮັບ​ສະຫາຍ ສາຄອນ ພົມ​ມະ​ລາດ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກປະຊາຊົນປະຕິວັດລາວ ​ແລະ ຄະນະ​ຜູ້​ແທນ​ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ​ລາວ ໃນໂອກາດທີ່ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ກັບ​ຄະນະໂຄສະນາສຶກສາສູນກາງພັກກອມມູນິດຫວຽດນາມ, ການ​ຢ້ຽມຢາມ​ຂອງ​ຄະນະ​ຜູ້​ແທນ​ຄັ້ງ​ນີ້​ໄດ້​ດຳ​ເນີນ​ຢູ່ໃນ​​ສາຍ​ພົວພັນ​ມິດຕະພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ຫວຽດນາມ – ລາວ ພັດທະນາ​ຢ່າງ​ຕັ້ງໜ້າ. ​ໃນ​ສະພາບ​ການທີ່ ຄະນະໂຄສະນາອົບຮົມສູນກາງພັກປະຊາຊົນປະຕິວັດລາວ ແລະ ຄະນະໂຄສະນາສຶກສາສູນກາງພັກກອມມູນິດຫວຽດນາມ ພວມ​ຍູ້​ແຮງ​ການ​ເພີ່ມ​ທະວີ​ການ​ເຄື່ອນ​ໄຫວ​ພົວພັນ​ແລກປ່ຽນ, ​ແລກປ່ຽນ​ບົດຮຽນ​ດ້ານ​ວິຊາ​ການ, ​ເຮັດ​ໃຫ້ການ​ຮ່ວມ​ມື​ນັບ​ມື້​ນັບ​ມີ​ປະສິດທິ​ຜົນ.

          ສະຫາຍ ສາຄອນ ພົມມະລາດ ໄດ້ສະແດງຄວາມຂອບໃຈ ສະຫາຍ ຟານ ຊວນ ທູຍ ແລະ ຄະນະໂຄສະນາສຶກສາສູນກາງພັກກອມມູນິດຫວຽດນາມທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນດ້ວຍຄວາມຮັກແພງ. ໃນການມາຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມຄັ້ງນີ້ຈຸດປະສົງ​ເພື່ອ​ໃຫ້​ຄະນະ​ຜູ້​ແທນ​ໄດ້​ແລກປ່ຽນ ​ແລະ ​ນຳເອົາ​ບົດຮຽນ​ໃນ​ການ​ປະຕິບັດ​ວຽກ​ງານ​ຂ່າວ​ຂອງ​ຫວຽດນາມ ​ໃນ​ສະພາບ​ທີ່​ພັກ​ປະຊາຊົນ​ປະຕິວັດ​ລາວ ພວມ​ປະຕິບັດ​ແນວທາງປ່ຽນແປງໃໝ່ ​ແລະ ປັບປຸງ​ວຽກ​ງານ​ໂຄສະນາ​ອົບຮົມ​ຂອງ​ພັກ​ໄປສູ່ການຫັນປ່ຽນໃໝ່.

          ໃນຕອນທ້າຍພິທີ ສະຫາຍ ຟານ ຊວນ ທູຍ ຮອງຫົວໜ້າຄະນະໂຄສະນາສຶກສາສູນກາງພັກກອມມູນິດຫວຽດນາມ ສະ​ເໜີ​ໃຫ້​ສອງ​ປະ​ເທດ​ສືບ​ຕໍ່​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ, ​ເພີ່ມ​ທະວີ​ການ​ເຄື່ອນ​ໄຫວ​ແລກປ່ຽນ ​ແລະ ການ​ຮ່ວມ​ມື ພິ​ເສດ​ແມ່ນ​ເພີ່ມ​ທະວີ​ການ​ແລກປ່ຽນ​ບົດຮຽນ​ໃນ​ການ​ປົກຄອງ​ປະ​ເທດ​ຊາດ ​ແລະ ບັນດາ​ຜົນງານ​ທີ່​ບັນລຸ​ໄດ້​ດ້ານ​ທິດ​ສະ​ດີ ​ແລະ ພາກ​ປະຕິບັດ​ຕໍ່​ສັງຄົມ​ນິຍົມ; ບັນດາຂໍ້​ມູນ​ຂ່າວ​ສານ, ໂຄສະນາ​ເຜີຍ​ແຜ່ ​ແລະ ​ເພີ່ມ​ທະວີ​ສາຍ​ພົວພັນ​ມິດຕະພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ ລາວ – ຫວຽດນາມ.