ຄະນະພັກ,ຄະນະນໍາ ຄະນະໂຄສະນາອົບຮົມສູນກາງພັກ ເຂົ້າວາງພວງມາລາ ແລະ ໄຫວ້ອາໄລເຖິງ ສະຫາຍ ຫງວຽນຟູຈ້ອງ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ

       ໃນ​ວັນ​ທີ 25/07/2024  ຄະນະພັກ,ຄະນະນໍາ ຄະນະໂຄສະນາອົບຮົມສູນກາງພັກປະຊາຊົນປະຕິວັດລາວ  ​ໄດ້​ເຂົ້າວາງພວງມາລາ ແລະ ໄຫວ້ອາໄລເຖິງ ສະຫາຍ ຫງວຽນຟູຈ້ອງ, ອະດີດເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ​ ທີ່ໄດ້ເຖິງແກ່ມໍລະນະກຳໃນວັນທີ 19 ກໍລະກົດ 2024ທີ່ຜ່ານມາ.

         ຄະນະໂຄສະນາອົບຮົມສູນກາງພັກປະຊາຊົນປະຕິວັດລາວ ສະ​ແດງ​ຄວາມ​ໂສກ​ເສົ້າ​ເສຍດາຍ ​ແລະ ອາ​ໄລ​ອາວ​ອນຢ່າງ​ສຸດ​ຊື້​ງຕໍ່​ການຈາກໄປຂອງ ສະຫາຍ ຫງວຽນຟູຈ້ອງ ຊຶ່ງ​ການ​ຈາກ​ໄປ​ຂອງ​ສະຫາຍບໍ່ພຽງແຕ່​ເປັນການສູນເສຍຜູ້ນໍາປະຕິວັດ ທີ່ອົງອາດກ້າແກ່ນຂອງ ພັກ​, ລັດ ແລະ ປະຊາຊົນຫວຽດນາມເທົ່ານັ້ນ ແຕ່​ຍັງ​ເປັນ​ການ​ສູນເສຍເພື່ອນມິດຜູ້ໃກ້ຊິດສະໜິດສະໜົມຂອງພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າ; ເຊິ່ງຕະຫຼອດຊີວິດ ແຫ່ງການເຄື່ອນໄຫວປະຕິວັດຂອງ ສະຫາຍ ຫງວຽນຟູຈ້ອງ  ໄດ້ອຸທິດຊີວິດ, ເຫື່ອແຮງ ແລະ ສະຕິປັນຍາເຂົ້າໃນວຽກງານ, ພາລະກິດປົດປ່ອຍຊາດ, ພາລະກິດທ້ອນໂຮມປະເທດຊາດເປັນເອກະພາບ ແລະ ພາລະກິດປ່ຽນແປງໃໝ່ຂອງ ພັກກອມມູນິດຫວຽດນາມ. ນອກຈາກນັ້ນສະຫາຍຍັງໄດ້ໄດ້ປະກອບສ່ວນອັນສໍາຄັນເຂົ້າໃນການເພີ່ມພູນຄູນສ້າງ ສາຍພົວພັນມິດຕະພາບອັນໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ຫວຽດນາມ-ລາວ ມາໂດຍຕະຫຼອດ.

      ໃນທ່າມກາງບັນຍາກາດແຫ່ງຄວາມໂສກເສົ້າເສຍດາຍອາໄລອາວອນ ຕາງໜ້າໃຫ້ ຄະນະໂຄສະນາອົບຮົມສູນກາງພັກປະຊາຊົນປະຕິວັດລາວ ແລະ ພະນັກງານລັດຖະກອນໂຄສະນາອົບຮົມໃນທົ່ວປະເທດ ຂໍຝາກຄວາມເສົ້າສະຫຼົດໃຈອັນສຸດຊຶ້ງ, ອາໄລອາວອນ ແລະ ຂໍແບ່ງປັນຄວາມທຸກໂສກມາຍັງ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ລັດຖະບານ ສສ ຫວຽດນາມ, ປະຊາຊົນຫວຽດນາມ ອ້າຍນ້ອງ ພ້ອມດ້ວຍຄອບຄົວ ສະຫາຍ ຫງວຽນຟູຈ້ອງ ມານະໂອກາດນີ້ດ້ວຍ.ຂໍໃຫ້ດວງວິນຍານຂອງສະຫາຍຈົ່ງໄປສູ່ສຸຂະຕິເຖີດ.