ພິທິສະເຫລີມສະຫລອງ ວັນສ້າງຕັ້ງສະຫະພັນແມ່ຍິງລາວຄົບຮອບ 69ປີ(20 ກໍລະກົດ 1955- 20 ກໍລະກົດ 2024)


ໃນຕອນເຊົ້າວັນທີ 25 ກໍລະກົດ 2024 ຄະນະສະຫະພັນແມ່ຍິງ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດພິທິສະເຫລີມສະຫລອງ ວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 69 ປີ ໂດຍຕິດພັນກັບການຝຶກອົບຮົມຄວາມຮູ້ພື້ນຖານກ່ຽວກັບວິທີຂຽນ ເອກະສານ ແລະ ທັກສະໃນການປາຖະກະຖາຂຶ້ນທີ່ ຫ້ອງປະຊຸມໃຫຍ່ ຄອສພ (ຫຼັກ6), ພາຍໃຕ້ການເປັນປະທານ ແລະ ກ່າວເປີດໂດຍ ທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈໍາພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຜູ້ຊີ້ນໍາອົງການ ຈັດຕັ້ງມະຫາຊົນ; ເຂົ້າຮ່ວມມີ: ທ່ານ ນາງ ພວງມະລີ ອັກຄະມຸນຕີ ຄະນະພັກ ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ປະທານສະຫະພັນແມ່ຍິິິິິິິິິິິິິິິິິິິິິິິິິິິິິງ ຄອສພ, ທ່ານ ນາງ ບົວລີ ບັນຊາລິດ ອະດີດຄະນະພັກ ຄະນະບໍລິ ຫານງານສະຫະພັນແມ່ຍິງ ຄອສພ, ບັນດາຫົວໜ້າ, ຮອງຫົວໜ້າໜ່ວຍແມ່ຍິງ ພ້ອມດ້ວຍສະມາຊິກສະຫະພັນແມ່ຍິງທັງໝົດ ເຂົ້າຮ່ວມຢ່າງພ້ອມພຽງ.


ໃນພິທີ ທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈໍາພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນ ໄດ້ມີຄໍາເຫັນໂອ້ລົມຕໍ່ທີ່ປະຊຸມເຊິ່ງທ່ານໄດ້ຮຽກຮ້ອງມາຍັງສະມາ ຊິກສະຫະພັນແມ່ຍິງທັງຫມົດ ໃນນາມພວກເຮົາເຮັດວຽກເປັນເສນາທິການໃນຂົງເຂດວຽກງານການເມືອງແນວຄິດ ພ້ອມກັນເອົາໃຈໃສ່ຄົ້ນຄວ້າ, ເຊື່ອມຊຶມ ແລະ ຖອດຖອນເອົາບົດຮຽນນໍານັກວິທະຍາກອນ ຜູ້ທີ່ມີຄວາມຊ່ຽວຊານ ສໍານິສໍານານໃນການເຮັດເອກະສານ, ການຂຽນບົດປາຖະກະຖາຕ່າງໆ ເພື່ອເປັນບ່ອນອີງ ແລະ ເປັນຄວາມຮູ້ພຶ້ນຖານທີ່ຈະນໍາໄປຫມູນໃຊ້ໃນການຈັດຕັ້ງປະຕິບັດຫນ້າທີ່ວຽກງານວິຊາສະເພາະຕົວຈິງຂອງຕົນໃຫ້ມີປະສິດທິພາບ ປະສິດທິຜົນສູງ.
ເພື່ອເຮັດໃຫ້ການສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 69ປີ ມີຄວາມໝາຍສໍາຄັນ ແລະ ມີເນື້ອໃນເລິກ ເຊິ່ງ; ຄະນະສະຫະພັນແມ່ຍິງ ຄອສພ ຈຶ່ງໄດ້ຈັດກິດຈະກໍາຝຶກອົບຮົມຄວາມຮູ້ພື້ນຖານກ່ຽວກັບວິທີຂຽນ ເອກະສານ ແລະ ທັກສະການປາຖະກະຖາໃຫ້ແກ່ສະມາຊິກສະຫະພັນແມ່ຍິງ         ທົ່ວຄອສພ.

ທ່ານ ນາງ ບົວລີ ບັນຊາລິດ ອະດີດຄະນະພັກ ຄະນະບໍລິຫານງານສະຫະພັນແມ່ຍິງ ຄອສພ ໄດ້ໃຫ້ກຽດຂຶ້ນບັນຍາຍເອກະສານໃນການຝຶກອົບຮົມຄັ້ງນີ້ເຊິ່ງປະກອບມີຫົວຂໍ້ດັ່ງນີ້:
1. ທັກສະໃນການຂຽນເອກະສານປາຖະກະຖາ, ການສ້າງໂຄງຮ່າງບົດປາຖະກະຖາ,ການກະກຽມເອກະ ສານ ແລະ ບັນຫາທີ່ຄວນເອົາໃຈໃສ່ໃນການຂຽນເອກະຊົນ
2.ທັກສະນະໃນການປາຖະກະຖາ
3. ການຂຶ້ນທົດລອງປາຖະກະຖາ
ຫຼັງຈາກສໍາເລັດພາກທິດສະດີແລ້ວ ໄດ້ມີການຂຶ້ນທົດລອງປາຖະກະຖາຕົວຈິງຂອງບັນດາຫນ່ວຍຕາມການແບ່ງຫົວຂໍ້ຄວາມຮັບຜິດຊອບຂອງຕົນ ເພື່ອເປັນການແລກປ່ຽນ, ຖອດຖອນບົດຮຽນ ເຊິ່ງກັນ ແລະ ກັນທັງເປັນການຝຶກທັກສະ ເພື່ອກ້າວໄປສູ່ການເປັນນັກຂຽນ ແລະ ນັກປາຖະກະຖາທີ່ດີໃນຕໍ່ຫນ້າ.