ສະຫາຍເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ ຕີລາຄາສູງຕໍ່ການປະກອບສ່ວນຢ່າງຕັ້ງໜ້າຂອງ ສະຫາຍ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ.

   ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານ ສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕີລາຄາສູງຕໍ່ການປະກອບສ່ວນຢ່າງຕັ້ງໜ້າ ຂອງສະຫາຍ ຫງວຽນ ຝູ໋ ຈ້ອງ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ເຮັດໃຫ້ສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ໄດ້ຮັບການພັດທະນາຂຶ້ນຢ່າງບໍ່ຢຸດຢັ້ງ ໃນໄລຍະທີ່ສະຫາຍມີຊີວິດຢູ່.

      ສະຫາຍ ທອງລຸນ ສີສຸລິດ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ໃນວັນທີ 23 ກໍລະກົດ 2024 ໂດຍສະຫາຍ ໄດ້ຍົກໃຫ້ເຫັນຄວາມຊົງຈຳ, ຄວາມຜູກພັນທີ່ມີຕໍ່ ສະຫາຍ ຫງວຽນ ຝູ໋ຈ້ອງ ເຊິ່ງເມື່ອກ່ອນເຄີຍໄດ້ເຮັດວຽກຮ່ວມກັນ, ໄດ້ຮ່ວມປຶກສາຫາລື, ຮ່ວມພົບປະສົນທະນາ ລວມທັງຮ່ວມພາເຂົ້ານຳກັນ ນັບເທື່ອບໍ່ໄດ້ ເຊິ່ງການພົບກັນແຕ່ລະຄັ້ງ ສະຫາຍ ຫງວຽນ ຝູ໋ຈ້ອງ ໄດ້ສະແດງຄວາມຮັກແພງ ຖານສະຫາຍອ້າຍນ້ອງລາວ-ຫວຽດນາມ, ຫວຽດນາມ-ລາວ ສະຫາຍສະແດງອອກດ້ວຍມີຈິດໃຈກວ້າງຂວ້າງ, ເປີດເຜີຍ, ກົງໄປກົງມາ ເຊິ່ງການແລກປ່ຽນບົດຮຽນຕ່າງໆ ແມ່ນການແລກ ປ່ຽນທີ່ເລີກເຊິ່ງ, ໄດ້ທັງຄວາມຮູ້ ແລະ ທິດສະດີ ທີ່ສະຫາຍຖ່າຍທອດໃຫ້ ຄືກັບຖ່າຍທອດໃຫ້ ຜູ້ເປັນສະຫາຍເປັນອ້າຍເປັນນ້ອງ ຢ່າງແທ້ຈິງ ເຊິ່ງຂ້າພະເຈົ້າເປັນຄົນໂຊກດີຄົນໜຶ່ງ ທີ່ໄດ້ມີໂອກາດພົບປະ ກັບສະຫາຍ ຫງວຽນ ຝູ໋ຈ້ອງ ໃນຫລາຍຫົວຂໍ້ສຳຄັນ ໃນໄລຍະຜ່ານມາຍັງຈື່ບໍ່ລືມເຖິງວ່າ ສະຫາຍຈະຈາກໄປແລ້ວ ແຕ່ຄວາມຊົງຈຳອັນດີ, ຄວາມເປັນມິດແທ້, ຄວາມເປັນສະຫາຍທີ່ໜ້ານັບຖືນັ້ນ ຍັງຄົງຢູ່ໃນໝາກຫົວໃຈຕະຫລອດເວລາ.

      ສະຫາຍ ຫງວຽນ ຟູຈ້ອງ ເປັນບຸກຄົນໜຶ່ງທີ່ມີຄວາມຮູ້ເລິກເຊິ່ງ ທາງດ້ານທິດສະດີ ແລະ ມີບົດຮຽນຢ່າງໃຫຍ່ຫລວງທາງດ້ານ ພືດຕິກຳໃນການພັດທະນາ ເສດຖະກິດ-ສັງຄົມ ຂອງຫວຽດ ນາມ ສະຫາຍ ໄດ້ສຶກສາຢ່າງເລິກເຊິ່ງກ່ຽວກັບລັດທິມາກ-ເລນິນ, ເສັ້ນທາງກ້າວຂຶ້ນສູ້ສັງຄົມນິຍົມ. ພິເສດ ສະຫາຍ ຫງວຽນ ຝູ໋ຈ້ອງ ໄດ້ນຳເອົາແນວຄວາມຄິດ ປະທານໂຮ່ຈີ່ມິນ ມາຈັດຕັ້ງນຳພາພັດ ທະນາ, ສ້າງສາປະເທດຊາດຫວຽດນາມ ໃຫ້ນັບມື້ນັບກ້າວຂຶ້ນຢ່າງບໍ່ຢຸດຢັ້ງ. ປັດຈຸບັນ ຫວຽດນາມເປັນປະເທດໜຶ່ງ ທີ່ກຳລັງໄດ້ຮັບຄວາມຍົກຍ້ອງຂອງໂລກ ວ່າເປັນປະເທດທີ່ກຳລັງພັດທະນາໄປຢ່າງໝັ້ນທ່ຽງ, ມີບາດກ້າວເດີນທີ່ຈະແຈ້ງ, ຊັດເຈນ ການພັດທະນາເສດຖະກິດ-ສັງຄົມຂອງຫວຽດ ນາມ ຄືປັດຈຸບັນນີ້ ແມ່ນພາຍໃຕ້ການນຳພາອັນປີຊາສາມາດ ທີ່ສະຫລາດສ່ອງໃສຂອງພັກກອມມູນິດຫວຽດນາມ ທີ່ສ້າງຕັ້ງ ແລະ ນຳພາໂດຍ ປະທານໂຮ່ຈີ່ມິນ ແຕ່ຜູ້ທີ່ຈັດຕັ້ງປະຕິບັດ ແມ່ນ ສະ ຫາຍ ຫງວຽນ ຝູ໋ຈ້ອງ ເປັນຜູ້ໜຶ່ງທີ່ໄດ້ນຳເອົາແນວທາງດັ່ງກ່າວ, ມາຈັດຕັ້ງປະຕິບັດໃຫ້ເກີດດອກອອກຜົນຢ່າງແທ້ຈິງ ປະເທດຊາດໄດ້ຮັບການພັດທະນາ, ປະຊາຊົນໄດ້ຮັບການເບິ່ງແຍງດູແລ, ແກ້ໄຂຊີວິດການເປັນຢູ່, ມີການພັດທະນາຢ່າງທົ່ວເຖິງ ເຊິ່ງມີຄວາມສຳຄັນຫລາຍ ພາຍໃຕ້ການນຳພາຢ່າງເດັດດຽວກ້າຫານ, ຖືກຕ້ອງ, ຊັດເຈນຂອງແນວທາງນະໂຍບາຍທີ່ສະຫາຍ ຫງວຽນ ຝູ໋ຈ້ອງ ວາງອອກ.

        ສະຫາຍ ຫງວຽນ ຝູ໋ຈ້ອງ ໄດ້ຮໍ່າຮຽນ, ສຶກສາຢ່າງເປັນລະບົບ ກ່ຽວກັບທິດສະດີມາກ-ເລນິນ ແລະ ນຳເອົາທິດສະດີມາກ-ເລນິນ ມາປະສົມປະສານຢ່າງກົມກຽວກັບແນວຄິດ ໂຮ່ຈີ່ມິນ. ນອກນີ້, ສະຫາຍຍັງໄດ້ຄົ້ນຄວ້າ, ຂີດຂຽນ ອອກມາເປັນທິດສະດີ, ເປັນພຶດຕິກຳຕົວຈິງ, ເປັນແນວ ທາງ, ນະໂຍບາຍ ໃນການຊີ້ນຳ-ນຳພາຂອງສະຫາຍ ຮ່ວມກັບພັກກອມມູນິດຫວຽດນາມ ແລະ ລັດຖະບານ, ປະຊາຊົນຫວຽດນາມ ຈັດຕັ້ງປະຕິບັດໄດ້ ຮັບໝາກຜົນສຳເລັດເປັນຢ່າງດີ ເຊິ່ງທິດສະດີທີ່ສະຫາຍໄດ້ຄົ້ນຄ້ວາ, ຂີດຂຽນອອກມານັ້ນ ຈະກາຍເປັນມໍລະໂດກອັນລໍ່າຄ່າໃຫ້ພັກກອມມູນິດ ຫວຽດນາມ.

ຂ່າວ-ພາບ: ສຳນັກຂ່າວສານປະເທດລາວ