ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟູຈ້ອງ ເຖິງແກ່ມໍລະນະກຳ

    ຕາມຂ່າວຈາກເວັັບໄຊກອງທັບປະຊາຊົນ ຫວຽດນາມ – ຕາມການລາຍງານຈາກຄະນະຮັກສາ, ເບິ່ງແຍງດູແລສຸຂະພາບພະນັກງານຂັ້ນສູນກາງສະຫາຍ ຫງວຽນຟູຈ້ອງ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ພາຍຫຼັງເຈັບເປັນມາໄດ້ໄລຍະໜຶ່ງ, ເຖິງວ່າ ພັກ, ລັດ, ຄະນະແພດໝໍ, ນັກຊ່ຽວຊານ ແລະຄອບຄົວໄດ້ເອົາໃຈໃສ່ເບິ່ງແຍງດູແລ, ປິ່ນປົວຢ່າງສຸດຈິດສຸດໃຈແລ້ວກໍ່ຕາມ ແຕ່ຍ້ອນອາຍຸສູງ ແລະເຈັບໜັກ, ສະຫາຍຈຶ່ງໄດ້ຈາກໄປໃນເວລາ 13 ໂມງ 38 ນາທີຂອງວັນທີ 19 ກໍລະກົດ 2024 ຢູ່ໂຮງໝໍສູນກາງກອງທັບ 108.

         ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ, ປະທານປະເທດ ແຫ່ງ ສສ ຫວຽດນາມ, ລັດຖະບານ ແຫ່ງ ສສ ຫວຽດນາມ, ຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ ຈະມີແຈ້ງການພິເສດກ່ຽວກັບການຈັດຕັ້ງງານຊາປະນະກິດສົບສະຫາຍ ຫງວຽນຟູຈ້ອງ ດ້ວຍພິທີລະດັບຊາດ.