ຄະນະໂຄສະນາອົບຮົມສູນກາງພັກ ຈັດກອງປະຊຸມເຊື່ອມຊຶມມະຕິກອງປະຊຸມ ຄົບຄະນະບໍລິຫານງານພັກ ຄັ້ງທີ 8 ສະໄຫມທີ XI.

ຄະນະໂຄສະນາອົບຮົມສູນກາງພັກ ຈັດກອງປະຊຸມເຊື່ອມຊຶມມະຕິກອງປະຊຸມ ຄົບຄະນະບໍລິຫານງານພັກ ຄັ້ງທີ 8 ສະໄຫມທີ XI ຂອງພັກ.

ໃນວັນທີ 05 ກໍລະກົດ 2024 ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດກອງປະຊຸມເຊື່ອມຊຶມມະຕິກອງປະຊຸມ ຄົບຄະນະບໍລິຫານງານພັກ ຄັ້ງທີ 8 ສະໄຫມທີ XI ຂອງພັກຂຶ້ນທີ່ ສະໂມສອນໃຫຍ່ ຄະນະໂຄສະນາອົບຮົມສູນກາງພັກ (ຫຼັກ6) ພາຍໃຕ້ການເປັນປະທານຂອງ ສະຫາຍ ຄໍາພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະ ດີສູນກາງພັກ ເຂົ້າຮ່ວມມີ: ບັນດາຄະນະປະຈໍາພັກ, ຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຄະນະກົມ, ບັນດາຫົວໜ້າພະແນກ, ຮອງຫົວໜ້າພະແນກ ແລະ ພະນັກງານທົ່ວ ຄອສພ ເຂົ້າ ຮ່ວມຢ່າງພ້ອມພຽງ.

ໃນພິທີ ສະຫາຍ ຄໍາພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ ໄດ້ໃຫ້ກຽດເຜີຍ ແຜ່ຊີ້ແຈງອະທິບາຍຢ່າງເລິກເຊິ່ງກ່ຽວກັບມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄຫມທີ XI ຂອງພັກຊຶ່ງກອງປະຊຸມໄດ້ສະຫຼຸບຕີລາຄາໃນ 6 ຫົວຂໍ້ສຳຄັນຄື:

  1. ຕີລາຄາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ, ແຜນເງິນຕາ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2024 ຕິດພັນກັບການ ຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ແລະ ການແກ້ໄຂບັນຫາຢາເສບຕິດ.
  2. ການປະຕິຮູບລັດວິສາຫະກິດ.

ກອງປະຊຸມ ໄດ້ຕີລາຄາຢ່າງກົງໄປກົງມາ ຕໍ່ສະພາບການດໍາເນີນທຸລະກິດ ຂອງລັດວິ ສາຫະກິດ ໃນໄລຍະຜ່ານມາ ສ່ວນໃຫຍ່ບໍ່ສາມາດເປັນເຈົ້າຕົນເອງ, ການດໍາເນີນທຸລະກິດຫຼຸບທຶນ, ສ້າງໜີ້ສິນມະຫາສານ ແລະ ບັນຫາອື່ນໆ, ສາເຫດຕົ້ນຕໍ ແມ່ນຍ້ອນການຄຸ້ມຄອງ-ບໍລິ ຫານ ບໍ່ເຂັ້ມແຂງ, ຂາດຄວາມເປັນມີອາຊີບ, ຂາດຄວາມໂປ່ງໃສ, ກົນໄກ, ແບບແຜນການ ນໍາພາຊີ້ນໍາ ຕໍ່ການດໍາເນີນການຜະລິດ-ທຸລະກິດ ບໍ່ຄ່ອງຕົວ, ວິໄນການເງິນ, ການຄຸ້ມຄອງ ລາຍຮັບ-ລາຍຈ່າຍ ບໍ່ເຂັ້ມງວດ, ມີຊ່ອງຫວ່າງສວຍໂອກາດ.

  1. ຕີລາຄາກ່ຽວກັບການຍົກສູງຄຸນນະພາບການດໍາເນີນຄະດີ ຕາມຂະບວນຍຸຕິທໍາ, ຕາມມະຕິເລກທີ 112/ກມສພ, ລົງວັນທີ 2 ມິຖຸນາ 2020 ຂອງກົມການເມືອງສູນກາງພັກ.
  2. ກ່ຽວກັບການປັບປຸງຄຸນນະພາບການສຶກສາ, ການແກ້ໄຂບັນຫາການປະລະ ການຮຽນຂອງນັກຮຽນ ແລະ ການຂາດແຄນຄູສອນ.

ຄະນະບໍລິຫານງານສູນກາງພັກ ໄດ້ທົບທວນຄືນການທີ່ພັກ-ລັດເຮົາ ໄດ້ວາງນະໂຍບາຍ ຖືເອົາ “ການສຶກສາ ໄປກ່ອນກ້າວໜຶ່ງ”, ເອົາ “ຄົນເປັນເປົ້າໝາຍ, ເປັນໃຈກາງ” ໃນການພັດ ທະນາະເສດຖະກິດ-ສັງຄົມ ກໍ່ຄືການກໍ່ສ້າງສັງຄົມນິຍົມ ແມ່ນຍັງຖືກຕ້ອງ, ສາມາດເວົ້າໄດ້ວ່າ ຄຸນນະພາບຂອງການສຶກສາ ແມ່ນປັດໄຈສໍາຄັນ ຕັດສິນຄຸນນະພາບ ຂອງຊັບພະຍາກອນມະ ນຸດ, ຕັດສິນອະນາຄົດ ແລະ ຊະຕາກຳຂອງປະເທດຊາດ.

  1. ການກະກຽມເອກະສານຕົ້ນຕໍ ຂອງກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ.
    ກອງປະຊຸມ ໄດ້ປະກອບຄວາມເຫັນຢ່າງກວ້າງຂວາງ ຕໍ່ໂຄງຮ່າງ ແລະ ເນື້ອໃນໃຫຍ່ ເບື້ອງຕົ້ນ ຮ່າງລາຍງານການເມືອງ, ໂຄງຮ່າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X ແລະ ສະຫຼຸບ 40 ປີແຫ່ງການຈັດຕັ້ງປະຕິບັດແນວທາງປ່ຽນແປງໃໝ່ຮອບດ້ານ ມີ ຫຼັກການ ຂອງພັກ ຕໍ່ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ, ໂດຍພື້ນຖານ ກອງປະຊຸມ ໄດ້ເຫັນດີ ແລະ ເປັນເອກະພາບ ຮັບຮອງເອົາໂຄງຮ່າງ ແລະ ເນື້ອໃນດັ່ງກ່າວ, ແຕ່ໃຫ້ສັບຊ້ອນ, ຈັດວາງເນື້ອໃນແຕ່ລະບັນຫາ ໃຫ້ເປັນລະບົບກວ່າເກົ່າ.

ພາຍຫຼັງປັບປຸງແລ້ວ ໃຫ້ອະນຸກໍາມະການເນື້ອໃນ ແລະ ຄະນະຮັບຜິດຊອບ ສືບຕໍ່ຄົ້ນຄວ້າ ແລະ ນໍາເອົາຮ່າງເອກະສານດັ່ງກ່າວ ລົງທາບທາມຄວາມເຫັນ ຢູ່ສູນກາງ ແລະ ທ້ອງຖິ່ນ ເພື່ອ ລະດົມຄວາມຄິດ, ເສີມຂະຫຍາຍປະຊາທິປະໄຕ ໃນທົ່ວພັກ ແລະ ການມີສ່ວນຮ່ວມ ຂອງທຸກພາກສ່ວນໃນສັງຄົມຢ່າງກວ້າງຂວາງ ແລະ ເລິກເຊິ່ງ.

  1. ກອງປະຊຸມ ໄດ້ມອບໃຫ້ກົມການເມືອງສູນກາງພັກ ແລະ ຄະນະເລຂາທິການສູນກາງ ພັກ ຊີ້ນໍາລັດຖະບານ, ອົງການ ຂອງພັກ ແລະ ລັດ, ຄະນະພັກແຕ່ລະຂັ້ນ ຈັດຕັ້ງປະຕິບັດວຽກງານ ຈຸດສຸມ ແຕ່ນີ້ ຮອດກອງປະຊຸມຄົບຄະນະ ຄັ້ງທີ 9 ໃນທ້າຍປີ 2024.

ໃນຕອນທ້າຍພິທີ ສະຫາຍ ຄໍາພັນ ເຜີຍຍະວົງ ໄດ້ໃຫ້ກຽດໂອ້ລົມທັງເນັ້ນໜັກໃຫ້ພະນັກງານໃນທົ່ວ ຄອສພ ເອົາໃຈໃສ່ຢ່າງເປັນເຈົ້າການໃນການຜັນຂະຫຍາຍມະຕິກອງປະຊຸມຄົບຄະນະບໍລິຫານງານພັກຄັ້ງທີ 8 ສະໄໝ XIຂອງພັກ ອັນທີ່ກ່ຽວພັນ ແລະ ເປັນພັນທະຂອງ ຄອສພ ພວກເຮົາໃຫ້ສໍາເລັດຕາມການມອບໝາຍຈາກຂັ້ນເທິງ.