ກອງປະຊຸມໃຫຍ່ ຄັ້ງທີ II ໜ່ວຍຮາກຖານຊາວໜຸ່ມກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ແລະ ຫ້ອງການສະພາທິດສະດີສູນກາງພັກ ຄະນະໂຄສະນາອົບຮົມສູນກາງພັກ.

ກອງປະຊຸມໃຫຍ່ ຄັ້ງທີ II ໜ່ວຍຮາກຖານຊາວໜຸ່ມກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ແລະ ຫ້ອງການສະພາທິດສະດີສູນກາງພັກ ຄະນະໂຄສະນາອົບຮົມສູນກາງພັກ.

     ໃນຕອນເຊົ້າຂອງວັນທີ 6 ສິງຫາ 2024 ໜ່ວຍຮາກຖານຊາວໜຸ່ມກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ແລະ ຫ້ອງການສະພາທິດສະດີສູນກາງພັກ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດ ກອງປະຊຸມໃຫຍ່ ຄັ້ງທີ II ຂອງຕົນຂຶ້ນທີ່ ຫ້ອງປະຊຸມ ຊັ້ນ5 ຂອງ ຄະນະໂຄສະນາອົບຮົມສູນກາງພັກ; ໃຫ້ກຽດເຂົ້າຮ່ວມ ແລະ ເປັນປະທານກອງປະຊຸມໂດຍ ສະຫາຍ ວັນຕຸລາ ຣັກນຸດ ກໍາມະການຄະນະພັກ ຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ, ປະທານຄະນະຫະພັນກໍາມະບານ ຄອສພ, ສະຫາຍ ນາງ ສຸກສະຫວັນ ອິນຄະວິໄລ ກໍາມະການຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ, ເລຂາຄະນະບໍລິຫານງານຊາວໜຸ່ມ ຄອສພ, ຕາງໜ້າໜ່ວຍຮາກຖານກໍາມະບານ ແລະ ໜ່ວຍສະຫະພັນແມ່ຍິງ ຂອງ ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ, ບັນດາແຂກຖືກເຊີນຈາກໜ່ວຍຮາກຖານຊາວໜຸ່ມບັນດາກົມອ້ອມຂ້າງ ຄອສພ ພ້ອມດ້ວຍສະມາຊິກຊາວໜຸ່ມຂອງ ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ແລະ ຫ້ອງການສະພາທິດສະດີສູນກາງພັກ ເຂົ້າຮ່ວມຢ່າງພ້ອມພຽງ.

ກອງປະຊຸມໃຫຍ່ຄັ້ງນີ້ ສະຫາຍ ສຸລິຍາ ອິນທະວົງ ເລຂາໜ່ວຍຊາວໜຸຸ່ມກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ແລະ ຫ້ອງການສະພາທິດສະດີສູນກາງພັກ ໄດ້ຂຶ້ນກ່າວ ເປີດກອງປະຊຸມຢ່າງເປັນທາງການ ພ້ອມທັງຜ່ານບົດລາຍງານການເມືອງຕໍ່ ກອງປະຊຸມໃຫຍ່ຄັ້ງທີ II ຂອງໜ່ວຍຊາວໜຸ່ມກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ແລະ ຫ້ອງການສະພາທິດສະດີສູນກາງພັກອັນເປັນຂີດ ໝາຍສໍາຄັນຍິ່ງຕໍ່ຊີວິດການເມືອງຂອງໜ່ວຍຊາວໜຸ່ມຕະຫຼອດໄລຍະ 5 ປີຜ່ານມາເຊິ່ງສາມາດຍາດໄດ້ຜົນສຳເລັດໃນຫຼາຍດ້ານເປັນກ້າວໆມາ.

ກອງປະຊຸມໃຫຍ່ຄັ້ງທີ II ຄັ້ງນີ້ ຈະໄດ້ສຸມໃສ່ບາງບັນຫາທີ່ສໍາຄັນດັ່ງນີ້:

  1. ກອງປະຊຸມໄດ້ຄົ້ນຄ້ວາ ແລະ ຮັບຮອງເອົາບົດລາຍງານການເມືອງຂອງໜ່ວຍຊາວໜຸ່ມກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ແລະ ຫ້ອງການສະພາທິດສະດີສູນກາງພັກ ຄະນະໂຄສະນາອົບຮົມສູນກາງພັກ ເຊິ່ງໄດ້ສະຫລູບຕີລາຄາດ້ານການຈັດຕັ້ງປະຕິບັດວຽກງານການເຄື່ອນໄຫວວິຊາສະເພາະ ຕິດພັນກັບການປະຕິບັດຂໍ້ແຂ່ງຂັນ 4 ບຸກຂອງຊາວໜຸ່ມໃນໄລຍະຜ່ານມາ; ພ້ອມກັນນັ້ນ ກໍໄດ້ກໍານົດທິດທາງ, ໜ້າທີ່ຈຸດສຸມວຽກງານໃນໄລຍະ 5 ປີ ຕໍ່ໜ້າ.
  2. ກອງປະຊຸມກໍໄດ້ສະຫຼຸບຕີລາຄາຄືນບົດສໍາຫຼວດການນໍາພາຂອງຄະນະໜ່ວຍຊາວໜຸ່ມຊຸດເກົ່າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ແລະ ຫ້ອງການສະພາທິດສະດີສູນກາງພັກ ໃນໄລຍະ 5 ປີຜ່ານມາ. ພ້ອມກັນນີ້ ຄະນະໜ່ວຍຊາວໜຸ່ມຊຸດເກົ່າກໍໄດ້ອຳລາໜ້າທີ່; ກອງປະຊຸມໄດ້ສະເໜີເປົ້າໝາຍໃໝ່ໃນນັ້ນບັນດາສະມາຊິກຊາວໜຸ່ມໄດ້ໃຊ້ສິດປະຊາທິປະໄຕຂອງຕົນເພື່ອເລືອກເອົາຄະນະໜ່ວຍຊາວໜຸ່ມຊຸດໃໝ່ສືບຕໍ່ຊີ້ນຳ-ນຳພາວຽກງານຊາວໜຸ່ມໃຫ້ບັນລຸຄາດໝາຍທີ່ວາງໄວ້.

ຈາກນັ້ນ ສະຫາຍ ນາງ ສຸກສະຫວັນ ອິນຄະວິໄລ ກໍາມະການຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ, ເລຂາຄະນະບໍລິຫານງານຊາວໜຸ່ມ ຄອສພ ໄດ້ມີຄໍາເຫັນໂອ້ລົມຕໍ່ກອງປະຊຸມ ເຊິ່ງກ່ອນອື່ນສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານການເຄື່ອນໄຫວຂອງຄະນະໜ່ວຍຊາວໜຸ່ມກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ແລະ ຫ້ອງການສະພາທິດສະດີສູນກາງພັກ ທີ່ຍາດໄດ້ໃນໄລຍະຜ່ານມາເຊິ່ງສະແດງໃຫ້ເຫັນເຖິງຜົນງານໃນການຊີ້ນໍາ-ນໍາພາ ສະມາຊິກພາຍໃນໜ່ວຍໃນການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານອົງການຈັດຕັ້ງມະຫາຊົນ ຄຽງຄູ່ກັບການຈັດຕັ້ງປະຕິບັດໜ້າທີ່ວຽກງານວິຊາສະເພາະຂອງຕົນ ພ້ອມນັ້ນທ່ານຍັງໄດ້ມີຄໍາເຫັນເນັ້ນໜັກບາງຈຸດສໍາຄັນຕໍ່ບັນດາສະມາຊິກຊາວໜຸ່ມໃນການເລືອກເອົາຄະນະໜ່ວຍຊຸດໃໝ່.

ກອງປະຊຸມໄດ້ປ່ອນບັດເລືອກເອົາຄະນະໜ່ວຍຊາວໜຸ່ມຊຸດໃໝ່ ເຊິ່ງເລືອກໄດ້ 3 ສະຫາຍຄື:

  1. ສະຫາຍ ກົງເພັດ ສີອຸດົມ ເປັນເລຂາໜ່ວຍ
  2. ສະຫາຍ ນ. ສອນນາລີ ຫາວັນນະລາດ ເປັນຮອງເລຂາໜ່ວຍ
  3. ສະຫາຍ ຄອນສະຫວັນ ເນົາວະລັງສີ ເປັນຄະນະ

ໃນຕອນທ້າຍຂອງພິທີ ກອງປະຊຸມຍັງໄດ້ຮັບຟັງການໂອ້ລົມຂອງ ສະຫາຍ ວັນຕຸລາ ຣັກນຸດ ກໍາມະການຄະນະພັກ ຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ, ປະທານຄະນະຫະພັນກໍາມະບານ ຄອສພ ເຊິ່ງທ່ານກ່າວວ່າ ກອງປະຊຸມໃຫຍ່ໜ່ວຍຊາວໜຸ່ມກົມກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ ຄັ້ງທີ່ II ນີ້ ເປັນຂີດໝາຍທີ່ສຳຄັນໃນຊີວິດການເມືອງຂອງໜ່ວຍຊາວໜຸ່ມພວກເຮົາ ເພາະກອງປະຊຸມໃຫຍ່ໄດ້ສັງເກດຕີລາຄາຢ່າງຮອບດ້ານ, ພາວະວິໄສ, ກົງໄປກົງມາຕໍ່ການເຄື່ອນໄຫວຈັດຕັ້ງປະຕິບັດທິດທາງໜ້າທີ່ໃນໄລຍະຜ່ານມາ ໂດຍຊີ້ໃຫ້ເຫັນຜົນງານ ແລະ ຜົນສຳເລັດທີ່ຍາດມາໄດ້ ໃນຕະຫຼອດໄລຍະທີ່ຜ່ານມາເສີມຂະຫຍາຍດ້ານດີທີ່ຕັ້ງໜ້າ ແລະ ດ້ານອ່ອນທີ່ຄົງຄ້າງ ໃຫ້ສອດຄ່ອງກັບເງື່ອນໄຂສະພາບຕົວຈິງ, ກອງປະຊຸມໃຫຍ່ຄັ້ງນີ້ຍັງໄດ້ກຳນົດທິດທາງໜ້າທີ່ຕົ້ນຕໍໄລຍະ 5 ປີຕໍ່ໜ້າ. ໃນໂອກາດນີ້ ປະທານໄດ້ເນັ້ນໃຫ້ຄະນະໜ່ວຍຊາວໜຸ່ມກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ແລະ ຫ້ອງການສະພາທິດສະດີສູນກາງພັກ ຄະນະໂຄະນາອົບຮົມສູນກາງພັກເຮົາ ຕ້ອງໄດ້ເອົາໃຈໃສ່ຍົກສູງຄວາມຮັບຜິດຊອບຈຳນວນໜຶ່ງດັ່ງນີ້:

  1. ຕັ້ງໜ້າຝຶກຝົນຫຼໍ່ຫຼອມຮ່ຳຮຽນໃຫ້ມີຄວາມຮູ້, ຄວາມສາມາດ, ມີຫຼັກໝັ້ນການເມືອງ, ມີຄຸນສົມບັດສິນທຳປະຕິວັດ, ມີຄວາມສາມັກຄີເປັນປຶກແຜ່ນ, ມີຄວາມດຸໝັ່ນພາກພຽນ, ມີນຳໃຈສາມັກຄີເອື້ອເຝື້ອເພື່ອແຜ່, ມີຄວາມບໍລິສຸດສັດຊື່, ມີຄວາມແຂງແຮງທາງດ້ານຮ່າງກາຍ ແລະ ຈິດໃຈ,ຮູ້ປະຕິບັດສິດ ແລະ ພັນທະໜ້າທີ່ ຂອງຕົນເປັນຢ່າງດີ.
  2. ຄົ້ນຄວ້າຮໍ່າຮຽນທິດສະດີມາກ-ເລນິນ, ແນວທາງນະໂຍບາຍ, ມະຕິ, ຄຳສັ່ງຂອງພັກ, ກົດໝາຍຂອງລັດ, ມູນເຊື້ອຂອງພັກ, ຂອງຊາດ, ຂອງບັນດາທ່ານຜູ້ນຳ ແລະ ຊາວໝຸ່ມຮຸ່ນກ່ອນໃຫ້ເລິກເຊິງ ເພື່ອນຳໄປປຸກລະດົມປວງຊົນລາວໃຫ້ຕື່ນຕົວເປັນເຈົ້າການປະກອບສ່ວນຢ່າງຕັ້ງໜ້າ ໃນການປະຕິບັດຕາມແນວທາງນະໂຍບາຍຂອງພັກ ແລະ ລະບຽບກົດໝາຍຂອງລັດໃຫ້ປະກົດຜົນເປັນຈິງ.
  3. ຊາວໜຸ່ມຕ້ອງບຸກໜ້າບື່ນຕົວພັດທະນາຕົນເອງໃຫ້ມີຄວາມຮູ້, ຄວາມສາມາດໃນວິຊາສະເພາະຂອງຕົນທີ່ແນ່ນອນ, ຕັ້ງໜ້າຊອກຮູ້ຮ່ຳຮຽນຈາກຜູ້ມີປະສົບການ, ນໍາເອກະສານຕ່າງໆ ເພື່ອພັດທະນາຕົນເອງຢ່າງບໍ່ຢຸດຢັ້ງ. ສຳຄັນກ່ວາໝູ່ ສຳລັບຊາວໝຸ່ມຄະນະໂຄສະນາອົບຮົມສູນກາງພັກ ຕ້ອງຮູ້ຂຽນ, ຮູ້ສັງລວມບັນຫາ, ຮູ້ໂຄສະນາ-ປາຖະກະຖາ, ເວົ້າໃຫ້ຄົນເຂົ້າໃຈ, ມີເຫດຜົນຊວນເຊື້ອສູງ.
  4. ສະມາຊິກຊາວໜຸ່ມຕ້ອງມີຫຼັກໝັ້ນການເມືອງໜັກແໜ້ນ ໃນການຮັບຮູ້ຂໍ້ມູນຂ່າວສານທີ່ຖືກ ຕ້ອງ ເພາະວ່າປັດຈຸບັນໄດ້ມີພວກຄົນບໍ່ດີພະຍາຍາມຊັກຈູງຊາວໝຸ່ມ-ໄວໜຸ່ມ ເພື່ອຕ້ານພັກ-ລັດເຮົາ ໂດຍນໍາໃຊ້ສື່ສັງຄົມອອນລາຍ ເປັນຕົ້ນແມ່ນ: ຜ່ານທາງ Facebook, ເວັບໄຊຕ່າງໆ…ຕໍານິວິຈານ, ໂຈມຕີໃສ່ຮ້າຍປ້ານສີຕໍ່ແນວທາງນະໂຍບາຍຂອງພັກ. ດັ່ງນັ້ນ, ສະມາຊິກຊາວໝຸ່ມຕ້ອງມີສະຕິລະວັງຕົວ, ໃຊ້ເຫດໃຊ້ຜົນ ແລະ ເປັນເຈົ້າການຕອບຕ້ານຕໍ່ຖ້ອຍທຳນອງບິດເບື່ອນໃສ່ຮ້າຍປ້າຍສີເຫຼົ່ານັ້ນ ຢ່າງທັນການ.
  5. ຄະນະຊາວໜຸ່ມກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມຕ້ອງໄດ້ເອົາໃຈໃສ່ປັບປຸງການຈັດຕັ້ງ, ປັບປຸງແບບແຜນການນຳພາ ແລະ ການເຄື່ອນໄຫວ ເປັນຕົ້ນແມ່ນ: ປະຕິບັດລະບອບດຳເນີນຊີວິດຕ້ອງ ເຮັດເປັນປົກກະຕິ ໂດຍຖືເອົາເນື້ອໃນຂໍ້ແຂ່ງຂັນ 4 ບຸກ ເປັນບ່ອນອີງໃນການສຳຫຼວດກວດກາຕີລາຄາເຄື່ອນໄຫວຂອງຊາວໜຸ່ມໃຫ້ຟົດຟື້ນ ແລະ ພົ້ນເດັ່ນວຽກງານວິຊາສະເພາະ, ຂະບວນການກິລາ, ຂະບວນການສິລະປະ ແລະ ອື່ນໆ.
  6. ໃນເງື່ອນໄຂທີ່ປະເທດຂອງພວກເຮົາ ພວມຫັນໄປສູ່ຍຸກແຫ່ງການເຊື່ອມໂຍງສາກົນ ຊຶ່ງກໍ່ແມ່ນຍຸກການປະຕິວັດອຸດສາຫະກໍາຄັ້ງທີ 4 ( ຍຸກ 4.0 ), ສະມາຊິກຊາວໜຸ່ມພວກເຮົາ ຕ້ອງໄດ້ຕັ້ງໜ້າຮຽນຮູ້ ແລະ ພັດທະນາຕົນເອງ ເພື່ອປັບຕົວເຂົ້າກັບການພັດທະນາດ້ານວິທະຍາສາດເຕັກໂນໂລຊີ, ສາມາດຊົມໃຊ້ທ່າແຮງຂອງນະວັດຕະກໍາແບບໃໝ່ຢ່າງປະດິດສ້າງ ເຂົ້າໃນວຽກໂຄສະນາອົບຮົມໄປສູ່ຄວາມທັນສະໄໝ ແລະ ນຳໃຊ້ເຕັກໂນໂລຊີໃຫ້ເກີດຜົນປະໂຫຍດສູງສຸດໃນການປະຕິບັດວຽກງານ ຄຽງຄູ່ກັບການປົກປັກຮັກສາ ແລະ ເສີມຂະຫຍາຍວັດທະນະທໍາອັນດີງາມທີ່ເປັນເອກະລັກຂອງຊາດໄວ້ ໃຫ້ຢືນຍົງຄູ່ກັບຄົນລາວ, ຊາດລາວເຮົາຕະຫຼອດໄປ.
    ຂ່າວ: ນ.ສົມພິນິດ