ຮູ້ຈັກຫຼວງພະບາງເມືອງມໍລະດົກໂລກ

ຮູ້ຈັກຫຼວງພະບາງເມືອງມໍລະດົກໂລກ

ການສັງລວມໂດຍຫຍໍ້

ເມືອງຫຼວງພະບາງ ເປັນເມືອງມໍລະດົກໂລກທັງເປັນເມືອງທີ່ເກົ່າແກ່ຂອງ ສປປ ລາວ ທີ່ເຕັມໄປດ້ວຍມົນສະເໜ່, ມີຄວາມເປັນເອກະລັກທາງດ້ານວັດທະນະທຳ ແລະ ມີປະຫວັດສາດຄວາມເປັນມາ ຕິດພັນກັບຂະບວນວິວັດຂອງຊາດ ຫຼາຍຍຸກຫຼາຍສະໄໝ.

ຕົ້ນກຳເນີດ ຫຼວງພະບາງ

ອີງຕາມປະຫວັດສາດຂອງສະໄໝຂຸນບູລົມ, ຜູ້ທີ່ເປັນລູກຊາຍຂອງພະຍາແຖນ ເຊິ່ງເພິ່ນໄດ້ພາຊາວໄຕອົບພະຍົບຈາກອານາຈັກໜອງແສ ແລະ ນ່ານເຈົ້າ ພາຍຫຼັງຖືກຮຸກຮານ, ແລ້ວລົງມາຢູ່ຮ່ວມກັບຊາວອາຊີໃຕ້ (Austro-Asiatic) ທີ່ອາໄສຢູ່ເຂດນີ້. ຂຸນບູລົມມີລູກຊາຍ 7 ຄົນ ເຊິ່ງໄດ້ສ້າງເມືອງຂຶ້ນ 7 ເມືອງ ແລະ ໄດ້ສົ່ງລູກຊາຍຂອງແຕ່ລະຄົນໄປປົກຄອງ ແລະ ລູກຊາຍກົກຊື່ ຂຸນລໍ ໄດ້ຖືກສົ່ງມາສ້າງເມືອງຫຼວງພະບາງແຫ່ງນີ້.

ຂໍ້ມູນທີ່ແນ່ນອນ ແລະ ຖືກຕ້ອງກ່ຽວກັບປະຫວັດສາດລາວນັ້ນແມ່ນ ເລີ່ມມາແຕ່ສະຕະວັດທີ XIV, ໃນເວລາທີ່ເຈົ້າຟ້າງຸ່ມໄດ້ປົກຄອງ ແລະ ທ້ອນໂຮມເຂດແດນຕ່າງໆເຂົ້າກັນ ເຊິ່ງປັດຈຸບັນແມ່ນເມືອງຊຽງຂວາງ, ພູພຽງໂຄລາດ (ທິດຕາເວັນອອກຂອງປະເທດໄທ) ແລະ ເມືອງຫຼວງພະບາງ ເຂົ້າເປັນອານາຈັກລ້ານຊ້າງ ຫຼື ເອີ້ນອີກຊື່ໜຶ່ງວ່າ “ແຜ່ນດິນທີ່ມີຊ້າງລ້ານໂຕ”.

ຫຼວງພະບາງ ກັບສາດສະໜາພຸດ

ພະເຈົ້າຟ້າງຸ່ມໄດ້ນຳເອົາສາສະໜາພຸດນິກາຍດີລາວະດາ ແລະ ໄດ້ຮັບເອົາພະພຸດທະຮູບຄຳ (ພະບາງ), ເຊິ່ງເປັນຂອງຂວັນຈາກອານາຈັກຂະເໝນ (ກໍາປູເຈຍ) ຢູ່ທາງໃຕ້ຂອງປະເທດລາວ. ຄໍາວ່າ ຫຼວງພະບາງ ແມ່ນໄດ້ມາຈາກຊື່ຂອງພະພຸດທະຮູບຄຳອົງສັກສິດອົງນີ້ ແລະ ໄດ້ກາຍເປັນຊື່ນະຄອນຫຼວງຂອງອານາຈັກລ້ານຊ້າງ ໃນເວລາຕໍ່ມາ. ຫຼວງພະບາງ ເປັນເມືອງເກົ່າແກ່ຂອງຊາດລາວ ມີຜູ້ຄົນເຂົ້າມາຕັ້ງຖິ່ນຖານບ້ານຊ່ອງ ຢູ່ດິນແດນແຫ່ງນີ້ເປັນເວລາດົນນານກວ່າ XII ສັດຕະວັດແລ້ວ, ທັງຍັງເຄີຍເປັນລາດຊະທານີຂອງອານາຈັກລາວລ້ານຊ້າງນັບແຕ່ສ້າງຕັ້ງປະເທດມາ II ສັດຕະວັດ (ກາງສັດຕະວັດທີ XIV ຫາ ກາງສັດຕະວັດທີ XVI); ຫຼວງພະບາງເປັນແຫຼ່ງອາລິຍະທຳທີ່ໂດດເດັ່ນຂອງເຊື້ອຊາດລາວ ຊຶ່ງໄດ້ຮັບການປົກປັກຮັກສາສືບທອດ ແລະ ພັດທະນາມາຢ່າງຕໍ່ເນື່ອງ ໂດຍສະເພາະແມ່ນມໍລະດົກທາງດ້ານທຳມະຊາດ ແລະ ວັດທະນະທຳທີ່ມີຄວາມຫຼາກຫຼາຍ.

ຫຼວງພະບາງ ເມືອງມໍລະດົກໂລກ

ຫຼວງພະບາງຈຶ່ງໄດ້ຖືກຮັບຮອງເປັນເມືອງມໍລະດົກໂລກ ຈາກອົງການອຸຍແນສໂກ ໃນວັນທີ 9 ທັນວາ ປີ 1995, ໃນວາລະປະຊຸມຂອງຄະນະກໍາມະການມໍລະດົກໂລກທີ່ນະຄອນຫຼວງແບກແລງ, ປະເທດເຢຍລະມັນ ໂດຍສອດຄ່ອງກັບ 3 ເງື່ອນໄຂ ທີ່ອົງການອຸຍແນສໂກໄດ້ກໍານົດໄວ້ ດັ່ງນີ້:

  • ຫຼວງພະບາງໄດ້ສະທ້ອນໃຫ້ເຫັນເຖິງ ການປະສົມປະສານແບບພິເສດຂອງສະຖາປັດຕະຍະກຳລາວດັ້ງເດີມ ແລະ ອາຄານແບບອານານິຄົມຂອງເອີຣົບ ໃນສັດຕະວັດທີ XIX ແລະ XX.
  • ຫຼວງພະບາງ ເປັນຕົວຢ່າງໂດດເດັ່ນຂອງສະຖາປັດຕະຍະກໍາທີ່ສ້າງຂຶ້ນມາຫຼາຍສັດຕະວັດ ຊຶ່ງຮວບຮວມເອົາ ສະຖາປັດຕະຍະກຳຂອງອາຄານສາສະໜາ, ອາຄານແບບພື້ນເມືອງ ແລະ ອາຄານຍຸກອານານິຄົມ.
  • ວັດທີ່ເປັນເອກະລັກ ຂອງຕົວເມືອງຫຼວງພະບາງ ໄດ້ຖືກຮັກສາໄວ້ເປັນຢ່າງດີ ທີ່ສະແດງໃຫ້ເຫັນ ເຖິງຍຸກທີ່ສຳຄັນຂອງການເຊື່ອມໂຍງຂອງ 2 ວັດທະນະທໍາ ປະເພນີທີ່ແຕກຕ່າງກັນ.

ຫຼວງພະບາງ ໃນຍຸກປັດຈຸບັນ

ປັດຈຸບັນ ຫຼວງພະບາງໄດ້ກາຍເປັນເມືອງຍອດນິຍົມ ແລະ ມີຊື່ສຽງແຫ່ງການທ່ອງທ່ຽວຂອງຊາວໂລກ. ມີບັນດາແຫຼ່ງທ່ອງທ່ຽວທີ່ໜ້າປະທັບໃຈເຊັ່ນ: ພະທາດພູສີ, ວັດຊຽງທອງ, ວັດວິຊຸນ, ວັດອາຮາມ ແລະ ອື່ນໆ; ຫໍພິພິທະພັນ, ນໍ້າຕົກຕາດກວາງຊີ, ໝູ່ບ້ານຫັດຖະກຳ, ຕະຫຼາດກາງຄືນ, ບຸນປະເພນີປີໃໝ່ລາວ, ບຸນຫໍ່ເຂົ້າປະດັບດິນຊ່ວງເຮືອເດືອນເກົ້າ, ບຸນອອກພັນສາໄຫຼເຮືອໄຟ, ບຸນປະເພນີປີໃໝ່ຂອງເຜົ່າຕ່າງໆ. ແຫຼ່ງທ່ອງທ່ຽວ ແລະ ງານບຸນປະເພນີເຫຼົ່ານັ້ນໄດ້ເປັນສິ່ງດຶງດູດເອົານັກທ່ອງທ່ຽວ ຈາກທົ່ວທຸກມຸມໂລກ ເຂົ້າມາທ່ອງທ່ຽວ ຫຼວງພະບາງ ນັບມື້ນັບເພີ່ມຂຶ້ນ.

ເພື່ອຍົກລະດັບຈາກເມືອງໃຫ້ເປັນນະຄອນ ຍົກສູງຖານະບົດບາດ, ກຽດຊື່ສຽງຂອງເມືອງຫຼວງພະບາງໃຫ້ສູງເດັ່ນຂຶ້ນ ໃນລະດັບພາກພື້ນ ແລະ ສາກົນ ໂດຍສະເພາະແມ່ນແນ່ໃສ່ການເຊື່ອມໂຍງ ແລະ ພົວພັນຮ່ວມມື ເພື່ອຍາດແຍ່ງ – ດຶງດູດການລົງທຶນ, ການຊ່ວຍເຫຼືອຈາກພາຍໃນ ແລະ ຕ່າງປະເທດ ມາພັດທະນານະຄອນ ໃຫ້ມີຄວາມສີວິໄລ ແລະ ທັນສະໄໝ. ສ້າງ ແລະ ພັດທະນານະຄອນໃຫ້ມີຄວາມເຂັ້ມແຂງຮອບດ້ານ ໂດຍສະເພາະແມ່ນຮັບປະກັນໃຫ້ນະຄອນມີຄວາມເຂັ້ມແຂງທາງດ້ານການເມືອງ, ການປົກຄອງ, ການບໍລິຫານຈັດການ, ສັງຄົມມີຄວາມສະຫງົບປອດໄພ ແລະ ເປັນລະບຽບຮຽບຮ້ອຍ; ພື້ນຖານໂຄງລ່າງ, ຖະໜົນຫົນທາງ, ໄຟຟ້າ, ນໍ້າປະປາ, ລະບົບການຕິດຕໍ່ສື່ສານ – ອິນເຕີເນັດ ໄດ້ຮັບການພັດທະນາຢ່າງເປັນລະບົບຕາມທິດຫັນເປັນອຸດສາຫະກໍາທີ່ທັນສະໄໝ ແລະ ຍືນຍົງ, ພັດທະນາດ້ານການສຶກສາ, ສາທາລະນະສຸກ, ສະຫວັດດີການ – ສັງຄົມ ມີການຂະຫຍາຍຕົວໃນລະດັບສູງ; ສ້າງນະຄອນ – ຫຼວງພະບາງ ໃຫ້ເປັນນະຄອນສີຂຽວ, ສະອາດງາມຕາ, ໜ້າຢູ່ ແລະ ໜ້າທ່ຽວຊົມ ຕິດພັນກັບການປົກປັກຮັກສາສິ່ງແວດລ້ອມແບບຍືນຍົງ ພ້ອມທັງເສີມຂະຫຍາຍທ່າແຮງບົ່ມຊ້ອນຢ່າງຕັ້ງໜ້າ ໂດຍສະເພາະເຮັດໃຫ້ນະຄອນຫຼວງພະບາງ ດໍາລົງບົດບາດ ເປັນຈຸດໃຈກາງບໍລິການທຸກດ້ານຂອງບັນດາແຂວງພາກເໜືອ.

ດັ່ງນັ້ນ, ນະຄອນ – ຫຼວງພະບາງ ຈຶ່ງໄດ້ຖືກສ້າງຕັ້ງຂຶ້ນ ຕາມດໍາລັດຂອງນາຍົກລົດຖະມົນຕີ ເລກທີ126/ນຍ ລົງວັນທີ 11 ເມສາ 2018 ແລະ ໄດ້ປະກາດຢ່າງເປັນທາງການ ໃນເວລາ 14:00 ໂມງ ຂອງວັນທີ 15 ເມສາ 2018 (ກົງກັບມື້ສັງຂານເນົາ ເນື່ອງໃນໂອກາດບຸນປີໃໝ່ລາວ ພສ 2561)

ຂໍ້ມູນ: https://tourismluangprabang.gov.la/