ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ຄະນະໂຄສະນາອົບຮົມສູນ ກາງພັກ ສົມທົບກັບ ຄະນະໂຄສະນາອົບຮົມແຂວງຊຽງຂວາງ ຈັດຝຶກອົບຮົມ ວຽກງານໄອທີ.


ໃນວັນທີ 21-23 ຕຸລາ 2024 ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ ສົມທົບກັບຄະນະໂຄສະນາອົບຮົມແຂວງຊຽງຂວາງ ຈັດຝຶກອົບຮົມວຽກງານໄອທີ ໃຫ້ແກ່ພະນັກງານຄະນະໂຄສະ ນາອົບຮົມແຂວງ, ເມືອງ ແລະ ຂະແໜງການອ້ອມຂ້າງ ພາຍໃຕ້ການເປັນປະທານ ໂດຍ ທ່ານ ວັນຕຸລາ ຣັກນຸດ ກຳມະການພັກ, ຫົວຫນ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ; ມີນັກສໍາມະນາກອນຈາກຄະນະໂຄສະນາອົບຮົມແຂວງ, ເມືອງ, ສະຫະພັນແມ່ຍິງ, ແນວລາວສ້າງຊາດ ແລະ ອົງການກວດກາລັດ ຂອງແຂວງຊຽງຂວາງ ເຂົ້າຮ່ວມ ທັງໝົດ 28 ທ່ານ, ຍິງ 14 ທ່ານ.

ໃນພິທີ ທ່ານ ວັນນະສິນ ຜະລິຈັນ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວຊຽງຂວາງ ໄດ້ກ່າວຈຸດປະສົງ ແລະ ຄວາມສໍາຄັນໃນຊຸດຝຶກອົບຮົມໃນຄັ້ງນີ້; ຈາກນັ້ນ ທ່ານ ວັນຕຸລາ ຣັກນຸດ ກຳມະການພັກ, ຫົວຫນ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ກ່າວເປີດຊຸດຝຶກອົບຮົມຢ່າງເປັນທາງການ ພ້ອມທັງຍົກໃຫ້ເຫັນຄວາມໝາຍຄວາມສຳຄັນໃນການຝຶກອົບຮົມ ແນ່ໃສ່ເພື່ອຍົກລະດັບຄວາມຮູ້ຄວາມສາມາດໃຫ້ແກ່ພະນັກງານໃນການນໍາໃຊ້ເຄື່ອງມືເຕັກໂນໂລຊີທີ່ທັນສະໄໝ ເຂົ້າໃນວຽກງານໂຄສະນາອົບຮົມ ເພື່ອສ້າງບາດ ກ້າວຫັນປ່ຽນໃໝ່ຂອງວຽກງານການເມືອງ-ແນວຄິດ ຕາມທິດຍົກສູງຄຸນນະພາບ ແລະ ຫັນເປັນທັນສະໄໝເທື່ອລະກ້າວ ທັງເປັນການຍົກລະດັບຄວາມຮູ້ຄວາມສາມາດທາງດ້ານວຽກງານໄອທີ ໃຫ້ແກ່ພະນັກງານໂຄສະ ນາອົບຮົມແຂວງ, ເມືອງ ແລະ ຂະແໜງການອ້ອມຂ້າງ ໃຫ້ເຂົ້າໃຈເລິກເຊິ່ງເຖິງບົດບາດຂອງເຕັກໂນໂລຊີຂໍ້ມູນຂ່າວສານ, ການນໍາໃຊ້ລະບົບຄອມພິວເຕີ ແລະ ເຄື່ອງມືເອເລັກໂຕຣນິກເຂົ້າໃນການເຮັດວຽກງານວິຊາສະເພາະ ໃຫ້ມີຄວາມສະດວກ, ວ່ອງໄວ ສາມາດຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານໃນໄລຍະໃໝ່ ທັງສ້າງການຫັນປ່ຽນໃໝ່ໃນວຽກງານການເມືອງ-ແນວຄິດໃນຍຸກ 4.0; ນອກນັ້ນ ທ່ານຍັງໄດ້ເນັ້ນໜັກໃຫ້ນັກສໍາມະກອນທັງໝົດ ຈົ່ງພ້ອມກັນເອົາໃຈໃສ່ຄົ້ນຄວ້າ, ແລກປ່ຽນບົດຮຽນ, ເກັບກ່ຽວເອົາຄວາມຮູ້ໃນການເຂົ້າຮ່ວມຝຶກອົບຮົມຄັ້ງນີ້ໄປໝູນໃຊ້ເຂົ້າໃນການປະຕິບັດໜ້າທີ່ວຽກງານວິຊາສະເພາະຕົວຈິງ ໃຫ້ມີຜົນສໍາເລັດໃໝ່ ໃຫຍ່ຫຼວງກວ່າເກົ່າ. ຊຸດຝຶກອົບຮົມ ຈະໄດ້ດໍາເນີນເປັນເວລາ 3 ວັນ; ເນື້ອໃນການຝຶກອົບຮົມປະກອບມີ 3 ບົດຄື:
1. ຄວາມຮູ້ພື້ນຖານ ຂອງອຸປະກອນຄອມພິວເຕີ (Hardware)
2. ການຕິດຕັ້ງ Windows ແລະ ລົງໂປຣແກຣມຕ່າງໆ
3. ການແກ້ໄຂບັນຫາ ແລະ ວິທີການບໍາລຸງຮັກສາຄອມພິວເຕີ