ສາມອົງການຈັດຕັ້ງມະຫາຊົນກົມອົບຮົມ ຄອສພ ສ້າງຂະບວນ ການທັດສະນະສຶກສາຢູ່ເມືອງວັງວຽງ ແຂວງວຽງຈັນ


ເພື່ອເປັນການຊົມເຊີຍຜົນສໍາເລັດກອງປະຊຸມຂອງອົງການຈັດຕັ້ງມະຫາຊົນ ແລະ ທັງເປັນການສ້າງຂະ ບວນການ ຕ້ອນຮັບກອງປະຊຸມໃຫຍ່ຄັ້ງທີ IX ຂອງໜ່ວຍພັກກົມອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ ທີ່ຈະມາເຖິງໃນມໍ່ໆນີ້. ສາມອົງການຈັດຕັ້ງມະຫາຊົນຂອງກົມອົບຮົມໄດ້ສ້າງຂະບວນການທັດສະນະສຶກສາຢູ່ເມືອງວັງວຽງ ແຂວງວຽງຈັນ ໃນວັນທີ 28-29 ກັນຍາ 2024 ຊຶ່ງຂະບວນການດັ່ງກ່າວນໍາໂດຍສະຫາຍ ຄໍາກອງ ທໍາມະເທວາ ກໍາມະການຄະນະພັກ, ຫົວໜ້າກົມອົບຮົມ ພ້ອມດ້ວຍພະນັກງານພາຍໃນກົມເຂົ້າຮ່ວມຢ່າງພ້ອມພຽງ.


ຈຸດປະສົງຂອງການໄປທັດສະນະສຶກສາໃນຄັ້ງນີ້ ແມ່ນແນໃສ່ສ້າງຂະບວນການໃຫ້ຟົດຟື້ນທັງເປັນການເສີມສ້າງຄວາມສາມັກຄີພາຍໃນກົມອົບຮົມໃຫ້ມີຄວາມແໜ້ນແຟ້ນຍິ່ງຂຶ້ນ ແລະ ເປັນການສ້າງບັນຍາກາດໃນການເຮັດວຽກງານວິຊາສະເພາະ ຊຶ່ງສະຖານທີ່ໄປທັດສະນະປະກອບມີ: ຖໍ້າລົມ, ຖໍ້າຈັງ ແລະ ຖໍ້າປູຄໍາ (ຮູລາກູນ 1).