ກອງປະຊຸມປຶກສາຫາລືໃນການກະກຽມຄວາມພ້ອມເປີດກອງປະຊຸມໃຫຍ່ຊາວໜຸ່ມ ຄອສພ ຄັ້ງທີ V.
ໃນວັນທີ10ກຸມພາ2025, ຢູ່ທີ່ຫ້ອງປະຊຸມໂຕະມົນ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດກອງປະຊຸມປຶກສາຫາລືໃນການກະກຽມເປີດກອງປະຊຸມໃຫຍ່ຊາວໜຸ່ມ ຄອສພ ຄັ້ງທີ V ໂດຍໃຫ້ກຽດເປັນ ປະທານ ຂອງສະຫາຍ ນ ວິລະວອນ ພັນທະວົງ ກຳມະການປະຈຳພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຜູ້ຊີ້ນຳວຽກງານ3ອົງການຈັດຕັ້ງມະຫາຊົນພາຍໃນ ຄອສພ, ມີຄະນະບໍລິຫານງານຊາວໜຸ່ມ ຄອສພ ແລະ ບັນດາຄະນະໜ່ວຍພາຍໃນຄະນະໂຄສະນາອົບຮົມເຂົ້າຮ່ວມຢ່າງພ້ອມພຽງ.
ໃນກອງປະຊຸມ, ສະຫາຍ ນ ສຸກສະຫວັນ ອິນຄະວິໄລ ກຳມະການຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ເລຂາຄະນະບໍລິຫານງານຊາວໜຸ່ມ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ລາຍງານຜົນສຳເລັດຂອງກອງປະຊຸມໃຫຍ່ຂອງບັນດາໜ່ວຍຊາວໜຸ່ມພາຍໃນ ຄອສພ ເຊີ່ງບັນລຸຕາມແຜນການສາມາດຮັບປະກັນໄດ້ຈຸດປະສົງຄາດໝາຍທີ່ວາງໄວ້; ສຳລັບກະກຽມຄວາມພ້ອມກອງປະຊຸມໃຫຍ່ດ້ານເນື້ອໃນແມ່ນໄດ້ສຳເລັດໂດຍພື້ນຖານ, ນອກນັ້ນກອງປະຊຸມທາບທາມບຸກຄະລາກອນກໍ່ສາມາດຄັດເລືອກໄດ້ເປົ້າໝາຍທີ່ຮັບປະກັນ3ຮຸ້ນສືບທອດ. ຫຼັງຈາກນັ້ນ, ສະຫາຍໃນຄະນະບໍລິຫານງານຊາວໜຸ່ມ ຄອສພ ແລະ ບັນດາຄະນະໜ່ວຍພາຍໃນ ຄອສພ ກໍ່ໄດ້ແລກປ່ຽນຄຳຄິດເຫັນ ແລະ ຂໍ້ສະເໜີໃນແຕ່ລະອະນຸກຳມະການດ້ວຍຄວາມຮັບຜິດຊອບສູງ.
ໃນຕອນທ້າຍຂອງກອງປະຊຸມ, ສະຫາຍ ນ ວິລະວອນ ພັນທະວົງ ກຳມະການປະຈຳພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຜູ້ຊີ້ນຳວຽກງານ3ອົງການຈັດຕັ້ງພາຍໃນ ຄອສພ ໄດ້ມີຄຳເຫັນໂອ້ລົມ ແລະ ໃຫ້ທິດຊີ້ນຳແຕ່ລະອະນຸກຳມະການ ເພື່ອໃຫ້ກອງປະຊຸມທີ່ຈະຈັດຂື້ນໃນຕ່ໍໜ້ານີ້ມີຜົນສຳເລັດ ບັນລຸຕາມຄາດໝາຍທີ່ວາງໄວ້ ພ້ອມກັນນັ້ນສະຫາຍຍັງໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດຂອງກອງປະຊຸມໃຫຍ່ບັນດາໜ່ວຍພ້ອມທັງໃຫ້ທິດຊີ້ນຳໃນການຈັດຕັ້ງປະຕິບັດກົດລະບຽບຂອງຊາວໜຸ່ມປະຊາຊົນປະຕິວັດລາວ ເພື່ອໃຫ້ສະມາຊິກຊາວໜຸ່ມ ຄອສພ ມີຄວາມພ້ອມໃນການຈັດຕັ້ງປະຕິບັດທຸກໜ້າທີ່ວຽກງານ.