ຊາວໜຸ່ມຄະນະໂຄສະນາອົບຮົມສູນກາງພັກຈັດກິດຈະກຳກິລາ ເພື່ອຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ V ຂອງສະມາຊິກຊາວໜຸ່ມ ຄະນະໂຄສະນາອົບຮົມສູນກາງພັກທີ່ຈະເປີດຂຶ້ນໃນຕໍ່ໜ້ານີ້.
ໂດຍປະຕິບັດຕາມແຜນການສ້າງຂະບວນການເພື່ອຕ້ອນຮັບກອງປະຊຸມໃຫຍ່ຄັ້ງທີ V ຂອງສະມາຊິກຊາວໜຸ່ມ ຄະນະໂຄສະນາອົບຮົມສູນກາງພັກທີ່ຈະເປີດຂຶ້ນໃນຕໍ່ໜ້າໃຫ້ຟົດຟື້ນມ່ວນຊື່ນ ສະນັ້ນໃນວັນທີ 13 ກຸມພາ 2025 ຊາວໜຸ່ມຄະນະໂຄສະນາອົບຮົມສູນກາງພັກໄດ້ຈັດກິດຈະກຳກິລາມວນຊົນຂື້ນທີ່ຫ້ອງການຄະນະໂຄສະນາອົບຮົມສູນກາງພັກ ໃຫ້ກຽດເປັນປະທານກ່າວເປີດພິທີໂດຍ ສະຫາຍ ນ ສຸກສະຫວັນ ອິນຄະວິໄລ ກຳມະການຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ເລຂາຄະນະບໍລິຫານງານຊາວໜຸ່ມ ຄະນະໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມມີຄະນະບໍລິຫານງານຊາວໜຸ່ມ ຄອສພ ແລະ ສະມາຊິກຊາວໜຸ່ມໃນທົ່ວຄະນະໂຄສະນາອົບຮົມສູນກາງພັກເຂົ້າຮ່ວມຢ່າງພ້ອມພຽງ.
ການຈັດກິດຈະກຳຄັ້ງນີ້ແມ່ນເພື່ອເປັນການສ້າງຂະບວນການຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ V ຂອງສະມາຊິກຊາວໜຸ່ມ ຄະນະໂຄສະນາອົບຮົມສູນກາງພັກທີ່ຈະເປີດຂຶ້ນໃນຕໍ່ໜ້ານີ້, ທັງເປັນການສ້າງຄວາມສາມັກຄີຮັກແພງ ແລະ ເປັນການກະຕຸກຊຖກຍູ້ໃຫ້ບັນດາສະມາຊິກຊາວໜຸ່ມ ຄອສພ ພ້ອມກັນສ້າງຜົນງານໃຫ້ພົ່ນເດັ່ນ ເພື່ອພ້ອມກັນກ້າວເຂົ້າສູ່ກອງປະຊຸມໃຫຍ່ຄັ້ງທີ V ຂອງສະມາຊິກຊາວໜຸ່ມ ຄະນະໂຄສະນາອົບຮົມສູນກາງພັກໂດຍຈິດໃຈຟົດຟື້ນປະຕິວັດ.