ພິທີຫວນຄືນມູນເຊື້ອວັນສ້າງຕັ້ງວາລະສານອະລຸນໃໝ່ ຄົບຮອບ 40 ປີ (22/3/1985 – 22/3/2025)

ພິທີຫວນຄືນມູນເຊື້ອວັນສ້າງຕັ້ງວາລະສານອະລຸນໃໝ່ ຄົບຮອບ 40 ປີ (22/3/1985 – 22/3/2025)

    ໃນວັນທີ 24 ມີນານີ້ ຢູ່ທີ່ສະໂມສອນຄະນະໂຄສະນາອົບຮົມສູນກາງພັກ ໂດຍໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ໝູນ​ແກ້ວ ອໍ​ລະ​ບູນ ອະ​ດີດ​ກຳ​ມະ​ການ​ສູນ​ກາງ​ພັກ ອະ​ດີດຫົວ​ໜ້າບັນ​ນາ​ທິ​ການໃຫຍ່ວາລະສານອະລຸນ​ໃໝ່ ອະດີດລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ; ອະດີດເຈົ້າແຂວງ ວຽງຈັນ; ມີສະຫາຍ ສາ​ຄອນ ພົມ​ມະ​ລາດ ກຳ​ມະ​ການ​ຄະ​ນະພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີບັນດາ​ອະດີດ​ຮອງຫົວໜ້າ ຄອສພ; ອະດີດ ບກ ໃຫຍ່ ວາລະສານ, ບັນດາແຂກທີ່ຖືກເຊີນຈາກບັນດາສື່ຕ່າງໆ​, ພະນັກງານອາວຸໂສ-ບໍານານຂອງວາລະສານອະລຸນ​ໃໝ່ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ກ່ອນເຂົ້າສູ່ພິທີໄດ້ຮັບຊົມວິດີໂອການນຳສະເໜີປະຫວັດ ແລະ ຜົນງານ ຂອງວາລະສານອະລຸນໃໝ່ໃນໄລຍະ 40 ຜ່ານມາໂດຍຫຍໍ້ ແລະ ການສຳພາດອະດີດການນຳ, ອະດີດພະນັກງານວາລະສານອະລຸນໃໝ່ເພື່ອ​ຫວນ​ຄືນ​ມູນເຊື້ອ​ອັນ​ດີງາມຂອງວາລະສານທີ່ສືບທອດມາຈາກ​ໜັງສືພິມ “ແສງ​ສະຫວ່າງ” ຂອງ​ພັກ​ປະຊາຊົນ ປະຕິວັດ​ລາວ ໃນ​ເມື່ອ​ກ່ອນ ຊຶ່ງ​ເປັນຕົ້ນ​ກຳເນີດ​ຂອງ​ວາລະສານ”ອະລຸນ​ໃໝ່”. ເພື່ອສ້າງ​ຄວາມ​ຮັບ​ຮູ້-ເຂົ້າ​ໃຈ ແລະ ກຳ​ໄດ້​ຢ່າງ​ເລິກ​ເຊິ່ງ​ເຖິງຄວາມ​ສຳ​ຄັນ​ ຈຳ​ເປັນ, ບົດ​ບາດທີ່​ຕັ້ງ​ຂອງວາ​ລະ​ສານ​ອະ​ລຸນ​ໃໝ່ ໃນ​ຖາ​ນະ​ເປັນ​ອົງ​ການ​ທິດ​ສະ​ດີ ແລະ              ພຶ​ດຕິ​ກຳ​ຂອງ​ພັກ, ທັງເປັນການປຸກລະດົມເພື່ອປຸກ​ລະ​ດົມ​ການ​ຮ່ວມ​ມື, ເຕົ້າໂຮມ​ສະຕິປັນຍາ, ຄຳ​ຄິດ​ຄຳ​ເຫັນ​ຈາກ​ບັນດາ​ນັກຂີດຂຽນ, ນັກຊ່ຽວຊານ, ນັກວິທະຍາສາດ ເພື່ອ​ປັບ​ປຸງ-​ພັດ​ທະ​ນາວາລະສານອະລຸນ​ໃໝ່ ໃຫ້​ມີ​ຄຸນ​ນະ​ພາບສູງສາ​ມາດ​ຕອບ​ສະໜອງ​ຄວາມ​ຮຽກ ຮ້ອງ​ຕ້ອງການ​ຂອງ​ໜ້າທີ່​ການເມືອງ​ສ່ອງແສງເຖິງທິດສະດີ ແລະ ພຶດຕິກຳຢ່າງສອດຄອງໃນ​ໄລຍະ​ໃໝ່, ໃຫ້​ສົມ​ກັບເປັນ​ເຄື່ອງມື​ອັນ​ແຫຼມ​ຄົມ​ຂອງ​ພັກ. ສະນັ້ນ ເພື່ອ​ລະ​ນຶກ​ເຖິງຜົນ​ງານ, ຄຸນ​ງາມ​ຄວາມ​ດີ ແລະ ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ​ຕໍ່​ອະ​ດີດ​ການ​ນຳ, ພະ​ນັກ​ງານຫຼັກ​ແຫຼ່ງ​ຮຸ່ນ​ກ່ອນ​ຂອງວາ​ລະ​ສານ ແລະ ເພື່ອເປັນການປະກອບສ່ວນເຂົ້າໃນບັ້ນສະເຫຼີມສະຫຼອງ 3 ວັນປະຫວັດ ສາດໃນປີ 2025 ຊຶ່ງເປັນປີທີ່ມີຄວາມໝາຍຄວາມສຳຄັນສຳລັບທົ່ວພັກ, ທົ່ວລັດ, ທົ່ວກຳລັງປະກອບອາວຸດ ແລະ ທົ່ວປວງຊົນລາວທັງຊາດ ໂດຍສະເພາະຕໍ່ກັບວາລະສານອະລຸນໃໝ່ ໃນຖານະວາລະສານທິດສະດີ ແລະ ພຶດຕິກຳຂອງພັກປະຊາຊົນ ປະຕິວັດລາວ.

ໃນໂອກາດດັ່ງກ່າວ, ສະຫາຍ ໝູນ​ແກ້ວ ອໍ​ລະ​ບູນ ໄດ້ເລົ່າຫວນຄືນປະ​ຫວັດ​ຄວາມ​ເປັນ​ມາ, ຕົ້ນ​ກຳ​ເນີດ, ຄວາມ​ສຳ​ຄັ​ນ, ຄວາມຈຳເປັນ, ທີ່​ຕັ້ງ​, ບົດ​ບາດຂອງວາ​ລະ​ສານອະ​ລຸນ​ໃໝ່ ໃນ​ຖາ​ນະ​ເປັນອົງ​ການ​ທິດ​ສະ​ດີ ແລະ ພຶດ​ຕິ​ກຳ​ຂອງ​ສູນ​ກາງ​ພັກ, ເຮັດ​ໜ້າ​ທີ່ຕົ້ນ​ຕໍ​ໃນ​ການ​ຄົ້ນ​ຄວ້າ-​ໂຄ​ສະ​ນາ​ເຜີຍ​ແຜ່​ທັດ​ສະ​ນະ, ແນວ​ທາງນະໂຍບາຍຂອງພັກ, ແຜນ​ນະ​ໂຍ​ບາຍ​ຂອງ​​ລັດ; ​ຊີ້​ແຈງ​ອະ​ທິ​ບາຍ, ຕອບ​ແກ້-ແນະ​ນຳ​ບັນ​ຫາ​ທີ່​ສັງ​ຄົມ​ໃຫ້​ຄວາມ​ສົນໃຈ​ຕໍ່​ສະ​ຖານ​ະ​ການເຫດ​ການ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ ເພື່ອ​ສ້າງ​ຄວາມ​ຮັບ​ຮູ້-ເຂົ້າ​ໃຈ​ທີ່​ຖືກ​ຕ້ອງໃຫ້​ແກ່​ມະ​ຫາ​ຊົນ. ນອກຈາກນັ້ນ ໃນພິທີດັ່ງກ່າວຍັງ​ໄດ້​ຮັບ​ຟັງ​ການ​ປ​ະ​ກອບ​ຄຳ​ເຫັນ​ໃນ​ການ​ເຄື່ອນ​ໄຫວ​ວຽກ​ງານ​ວາ​ລະ​ສານໃນ​ຍຸກ​ຂໍ້​ມູນ​ຂ່າວ​ສານ​​ທີ່​ທັນ​ສະ​ໄໝ ຫຼື ໃນ​ຍຸກ​ດີຈີ​ຕອນ ຊຶ່ງບັນ​ດາ​ຄຳ​ເຫັນດັ່ງກ່າວ ລ້ວນ​ແຕ່​ມີຄວາມສໍາຄັນ, ທັງ​ເປັນ​ບົດ​ຮຽນ, ເປັນ​ບັນ​ຫາ​ທີ່​ວາ​ລະ​ສານ​ອະ​ລຸນ​ໃໝ່ ກໍ​ຄື​ພະ​ນັກ​ງານວາລະສານອະລຸນໃໝ່ທຸກ​ຄົນຈະຕ້ອງ​ໄດ້​ເອົາ​ໃຈໃສ່​​ຄົ້ນ​ຄວ້າກຳ​ແໜ້ນ ເພື່ອ​ເປັນ​ທິດ​ທາງ​ໃນ​ການ​ປັບ​ປຸງ​-ພັດ​ທະ​ນາ​​ວາ​ລະ​ສານ ນັບ​ທັງ​ດ້ານ​ເນື້ອ​ໃນ ແລະ ຮູບ​ການ​ໃຫ້​ກ້າວ​ສູ່​ຄຸນ​ນະ​ພາບ​ໃໝ່, ທັນ​ຍຸກ​ທັນ​ສະ​ໄໝ, ສາ​ມາດ​ປະ​ຕິ​ບັດ​ບົດ​ບາດ​ເປັນ​ອົງ​ການ​ທິດ​ສະ​ດີ ແລະ ພຶດ​ຕິ​ກຳ​ຂອງສູນກາງ​ພັກ​ໄດ້​ຢ່າງ​ໜັກ​ແໜ້ນ ເຂັ້ມ​ແຂງ ແລະ ແຂງ​ແຮງ.