ຄະນະພັກ,ຄະນະນໍາ ຄະນະໂຄສະນາອົບຮົມສູນກາງພັກປະຊາຊົນປະຕິວັດລາວ ໄດ້ເຂົ້າວາງພວງມາລາ ແລະ ໄຫວ້ອາໄລເຖິງ ສະຫາຍ ພົນເອກ ຄຳໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກ, ອະດີດປະທານປະເທດ ແຫ່ງ ສປປ ລາວ
ໃນວັນທີ 04 ເມສາ 2025 ຄະນະພັກ,ຄະນະນໍາ ຄະນະໂຄສະນາອົບຮົມສູນກາງພັກປະຊາຊົນປະຕິວັດລາວ ໄດ້ເຂົ້າວາງພວງມາລາ ແລະ ໄຫວ້ອາໄລເຖິງ ສະຫາຍ ພົນເອກ ຄຳໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກ, ອະດີດປະທານປະເທດ ແຫ່ງ ສປປ ລາວ, ນັກປະຕິວັດອາວຸໂສ ຂອງພັກປະຊາຊົນປະຕິວັດລາວ ໄດ້ເຖິງແກ່ມໍລະນະກຳໃນວັນທີ 02 ເມສາ 2025ທີ່ຜ່ານມາ.
ຄະນະໂຄສະນາອົບຮົມສູນກາງພັກປະຊາຊົນປະຕິວັດລາວ ສະແດງຄວາມໂສກເສົ້າເສຍດາຍ ແລະ ອາໄລອາວອນຢ່າງສຸດຊື້ງຕໍ່ການຈາກໄປຂອງ ສະຫາຍ ພົນເອກ ຄຳໄຕ ສີພັນດອນ ຊຶ່ງການຈາກໄປຂອງສະຫາຍບໍ່ພຽງແຕ່ເປັນການສູນເສຍຜູ້ນໍາປະຕິວັດ ທີ່ອົງອາດກ້າແກ່ນຂອງ ພັກ, ລັດ ແລະ ປະຊາຊົນລາວເທົ່ານັ້ນ ແຕ່ຍັງເປັນການສູນເສຍຜູ້ນຳທີ່ເປັນເພື່ອນມິດຜູ້ໃກ້ຊິດສະໜິດສະໜົມຂອງພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າ; ຕະຫຼອດຊີວິດ ແຫ່ງການເຄື່ອນໄຫວປະຕິວັດຂອງ ສະຫາຍ ພົນເອກ ຄຳໄຕ ສີພັນດອນ ໄດ້ອຸທິດຊີວິດ, ເຫື່ອແຮງ ແລະ ສະຕິປັນຍາເຂົ້າໃນວຽກງານ, ພາລະກິດປົດປ່ອຍຊາດ, ພາລະກິດທ້ອນໂຮມປະເທດຊາດເປັນເອກະພາບ ແລະ ພາລະກິດປ່ຽນແປງໃໝ່ຂອງ ພັກປະຊາຊົນປະຕິວັດລາວ.
ໃນທ່າມກາງບັນຍາກາດແຫ່ງຄວາມໂສກເສົ້າເສຍດາຍອາໄລອາວອນ ຕາງໜ້າໃຫ້ ຄະນະໂຄສະນາອົບຮົມສູນກາງພັກປະຊາຊົນປະຕິວັດລາວ ແລະ ພະນັກງານລັດຖະກອນໂຄສະນາອົບຮົມໃນທົ່ວປະເທດ ຂໍຝາກຄວາມເສົ້າສະຫຼົດໃຈອັນສຸດຊຶ້ງ, ອາໄລອາວອນ ແລະ ຂໍແບ່ງປັນຄວາມທຸກໂສກມາຍັງ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາ; ພ້ອມດ້ວຍຄອບຄົວ ສະຫາຍ ພົນເອກ ຄຳໄຕ ສີພັນດອນ ມານະໂອກາດນີ້ດ້ວຍ.ຂໍໃຫ້ດວງວິນຍານຂອງສະຫາຍຈົ່ງໄປສູ່ສຸຄະຕິເຖີດ.