ກອງປະຊຸມສ່ອງແສງລາຍງານການຈັດຕັ້ງປະຕິບັດວຽກງານເຕັກໂນໂລຊີ-ຂໍ້ມູນຂ່າວສານ(ເວັບໄຊ)ຂອງຄະນະໂຄສະນາອົບຮົມແຂວງທົ່ວປະເທດ ປະຈຳໄຕມາດ I (1,2,3/2025)

ກອງປະຊຸມສ່ອງແສງລາຍງານການຈັດຕັ້ງປະຕິບັດວຽກງານເຕັກໂນໂລຊີ-ຂໍ້ມູນຂ່າວສານ(ເວັບໄຊ)ຂອງຄະນະໂຄສະນາອົບຮົມແຂວງທົ່ວປະເທດ ປະຈຳໄຕມາດ I (1,2,3/2025)

 

ໃນຕອນເຊົ້າຂອງ ວັນທີ 02 ເມສາ 2025, ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ໄດ້ຈັດກອງປະຊຸມສ່ອງແສງລາຍງານການຈັດຕັ້ງປະຕິບັດວຽກງານເຕັກໂນໂລຊີ-ຂໍ້ມູນຂ່າວສານ(ເວັບໄຊ)ຂອງຄະນະໂຄສະນາອົບຮົມແຂວງທົ່ວປະເທດ ປະຈຳໄຕມາດ I (1,2,3)2025 ທີ່ຫ້ອງປະຊຸມທາງໄກ ຊັ້ນ 4 ໂດຍການເປັນປະທານ ແລະ ກ່າວເປີດກອງປະຊຸມຂອງ ທ່ານ ວັນຕຸລາ ຣັກນຸດ ກໍາມະການຄະນະພັກ ຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ, ເຂົ້າຮ່ວມມີ: ທ່ານ ພູວັນ ສຸວັນ ຮອງຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ, ຕາງໜ້າກົມກວດກາ ແລະ ກົມໂຄສະນາ, ມີຮອງຫົວໜ້າຄະນະໂຄສະນາອົບຮົມບັນດາແຂວງ, ຜູ້ຊີ້ນໍາວຽກງານເວັບໄຊສ, ຫົວຫນ້າຂະແໜງການ, ຮອງຫົວຫນ້າຂະແໜງການ, ຄະນະຮັບຜິດຊອບວຽກງານເວັບໄຊສ ຂອງ ຄອຮ.ຂ ແລະ ພະນັກງານພາຍໃນພະແນກເຕັກໂນໂລຊີ-ຂໍ້ມູນຂ່າວສານ ຄອສພ.

ໃນພິທີ ທ່ານ ພູວັນ ສຸວັນ ຮອງຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ໄດ້ກ່າວຈຸດປະສົງຂອງກອງປະຊຸມຄັ້ງນີ້ຫຼັງຈາກນັ້ນໄດ້ສະເໜີໃຫ້ຄະນະໂຄສະນາອົບຮົມແຕ່ລະແຂວງສ່ອງແສງລາຍງານສະພາບລວມໃນການເຄື່ອນໄຫວວຽກງານໂຄສະນາຜ່ານສື່ເອເລັກໂຕຣນິກ (ເວັບໄຊ) ປະຈໍາໄຕມາດ I ແລະ ທິດທາງແຜນການໃນຕໍ່ໜ້າແນ່ໃສ່ເພື່ອເຮັດໃຫ້ການເຄື່ອນໄຫວປະຕິບັດວຽກງານໂຄສະນາຜ່ານສື່ເອເລັກໂຕຼນິກ (ເວັບໄຊ) ຂອງຄະນະໂຄສະນາອົບຮົມແຂວງໃນທົ່ວປະເທດກາຍເປັນເສນາທິການໃນການໂຄສະນາເຜີຍແຜ່ແນວທາງຂອງພັກ, ມະຕິ, ຄໍາສັ່ງທັງສະໜອງຂໍ້ມູນຂ່າວສານທີ່ສໍາຄັນໃຫ້ແກ່ການນໍາຂັ້ນແຂວງ, ຂັ້ນເມືອງຂອງຕົນ ໃຫ້ມີຄວາມວ່ອງໄວທັນກັບສະພາບການ ສາ ມາດຕອບສະໜອງຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ວຽກງານການເມືອງ-ແນວຄິດໃນໄລຍະໃໝ່, ພ້ອມກັນປຶກສາຫາລືແລກປ່ຽນວິທີ ການໃນການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານເວັບໄຊຂອງ ຄະນະໂຄສະນາອົບຮົມແຂວງ ທົ່ວປະເທດ ໃນຮູບແບບເວີຊັ່ນໃໝ່ ໃຫ້ມີຄວາມສະຖຽນລະພາບ, ວ່ອງໄວ ແລະ ມີຄຸນນະພາບສູງ.

ກອງປະຊຸມໄດ້ຮັບຟັງການລາຍງານສະພາບການເຄື່ອນໄຫວການຈັດຕັ້ງປະຕິບັດວຽກງານໂຄສະນາຜ່ານສື່ (ເວັບໄຊ) ໃນໄລຍະ 3 ເດືອນຜ່ານມາ, ບັນດາຂໍ້ຄົງຄ້າງ, ທິດທາງແຜນການໃນຕໍ່ໜ້າ ແລະ ຂໍ້ສະເຫນີຂອງບັນດາຄະນະໂຄສະນາອົບຮົມແຂວງ ທົ່ວປະເທດຕໍ່ກອງປະຊຸມຢ່າງກົງໄປກົງມາ.

ໃນຕອນທ້າຍຂອງກອງປະຊຸມ ທ່ານ ວັນຕຸລາ ຣັກນຸດ ກໍາມະການຄະນະພັກ ຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ໄດ້ມີຄໍາເຫັນໂອ້ລົມເຊິ່ງກ່ອນອື່ນທ່ານໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານການເຄື່ອນໄຫວວຽກງານໂຄສະນາຜ່ານສື່ (ເວັບໄຊ ) ຂອງຄະນະໂຄສະນາອົບຮົມແຂວງໃນໄລຍະຜ່ານມາ ແລະ ເພື່ອແນ່ໃສ່ຍົກສູງວຽກງານໂຄສະນາອົບຮົມພວກເຮົາໃຫ້ກ້າວສູ່ຄວາມທັນສະໄໝ, ສ້າງໃຫ້ຄອຮ.ຂ ບັນດາແຂວງ ມີຄວາມເຂັ້ມແຂງ ແລະ ມີເຄື່ອງມືໃນການໂຄສະນາເຜີຍແຜ່ແນວທາງນະໂຍບາຍ, ມະຕິ, ຄໍາສັ່ງ ຂອງພັກ-ລັດ ລວມເຖີງການເຄື່ອນໄຫວຂອງ ຄະນະນໍາຂອງແຂວງ; ພ້ອມນັ້ນ ທ່ານ ຍັງໄດ້ເນັ້ນໜັກບາງບັນຫາເຊັ່ນ:

ໃຫ້ສືບຕໍ່ຕິດຕາມກວດກາການເຄື່ອນໄຫວໜ້າເວັບໄຊສຂອງແຂວງຕົນ ບັນດາຄໍລຳຕ່າງໆມີເນື້ອໃນອຸດົມສົມບູນ ມີການເຜີຍແຜ່ຂໍ້ມູນຂ່າວສານຂອງຄະນະໂຄສະນາອົບຮົມແຂວງເປັນຕົ້ນ:ພາລະບົດບາດ, ກົງຈັກການຈັດຕັ້ງ, ບັນດາຂ່າວສານ, ເອກະສານຕ່າງໆ, ຍັງຄົງຄ້າງຈຸດໃດໃຫ້ຮີບຮ້ອນກວດກາແກ້ໄຂບໍ່ໃຫ້ແກ່ຍາວ.

ສືບຕໍ່ຍົກສູງຄຸນນະພາບດ້ານເນື້ອໃນເປັນຕົ້ນແມ່ນການຂຽນບົດຂ່າວ, ບົດຄວາມ, ສາລະໜ້າຮູ້ບັນດາແອັດມິນເຮົາຕ້ອງໄດ້ຝຶກຝົນຕົນເອງ ຕັ້ງໜ້າຕິດຕາມຂ່າວສານຈາກຫຼາຍໆແຫຼ່ງ ຊອກຮູ້ຊອກອ່ານ,ຄະນະບັນດາທິການກໍ່ຕ້ອງໄດ້ໃຫ້ທິດທາງເພື່ອກໍ່ສ້າງເປັນລຸ້ນສືບທອດ.

ເອົາໃຈໃສ່ກຳແໜ້ນບັນດາເນື້ອໃນຂອງ ບົດຂ່າວ, ບົດຄວາມ, ເອກະສານຕ່າງໆ, ສາລະໜ້າຮູ້ ແລະ ອື່ນໆ ໃຫ້ມີຫຼາກຫຼາຍຂື້ນກວ່າເກົ່າ ເພີ່ມທະວີການຊອກຮູ້ບັນດາຂໍ້ມູນທີ່ເປັນປະໂຫຍດ ແລະ ມີແຜນການເຄື່ອນໄຫວຈັດຕັ້ງປະຕິບັດໃຫ້ດີຈື່ງຈະສາມາດຍາດໄດ້ຜົນສຳເລັດໃນປະຕິບັດໜ້າທີ່ວຽກງານຂອງຕົນ.