ຫົວໜ້າ ຄອສພ ໃຫ້ສຳພາດສື່ໂທລະພາບລາວ ແລະ ຫວຽດນາມ.
ສະຫາຍ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກໄດ້ໃຫ້ສຳພາດສື່ຂອງລາວ ແລະ ຫວຽດນາມໃນຖານະທີ່ທ່ານເປັນອະດີດເລຂາປະທານ ຄຳໄຕ ສີພັນດອນ ແລະ ການປະກອບສ່ວນຂອງປະທານ ຄໍາໄຕ ສີພັນດອນໃນຕະຫຼອດໄລຍະຜ່ານມາ.
ປະທານ ຄຳໄຕ ສີພັນດອນ ແມ່ນໜຶ່ງໃນບັນດາຜູ້ນຳລຸ້ນທຳອິດຂອງການປະຕິວັດລາວ ໄດ້ຮ່ວມກັບຜູ້ນຳຄົນອື່ນໆ ນຳພາພາລະກິດການຕໍ່ສູ້ປົດປ່ອຍປະເທດຊາດ ອອກຈາກແອກປົກຄອງຂອງຈັກກະ ພັດຕ່າງດ້າວ ກໍ່ຄື ພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ. ເພີ່ນເປັນຜູ້ນຳທີ່ມີນ້ຳໃຈຮັກຊາດອັນສູງສົງ, ຍອມເສຍສະຫຼະທຸກສິ່ງທຸກຢ່າງ, ອຸທິດສະຕິປັນຍາ ແລະ ກໍາລັງວັງຊາຢ່າງບໍ່ຮູ້ອິດຮູ້ເມື່ອຍ ຄຽງບ່າ ຄຽງໄຫຼ່ກັບປະທານ ໄກສອນ ພົມວິຫານ ແລະ ຜູ້ນຳຄົນອື່ນໆ ຈັດຕັ້ງນຳພາຂະບວນການປະຕິວັດລາວໃຫ້ເຕີບໃຫຍ່ຂະຫຍາຍຕົວ ແລະ ຍາດໄດ້ໄຊຊະນະຢ່າງຕໍ່ເນື່ອງພາປະເທດຊາດກ້າວຂຶ້ນສູ່ຈຸດໝາຍສັງຄົມນິຍົມເທື່ອລະກ້າວຢ່າງໜັກແໜ້ນ.
ປະທານ ຄຳໄຕ ສີພັນດອນ ແມ່ນນັກປະຕິວັດທີ່ມີການເຄື່ອນໄຫວອັນໂດດເດັ່ນ ຂອງພັກປປ ລາວເຮົາເຊິ່ງຕະຫຼອດໄລຍະຜ່ານມາເພິ່ນໄດ້ປະກອບສ່ວນຢ່າງໃຫຍ່ຫຼວງ, ເຂົ້າໃນການ ຈັດຕັ້ງນໍາພາ ພາລະກິດປະຕິວັດຂອງພັກ ແລະ ປະຊາຊົນເຮົາ. ປະທານ ຄຳໄຕ ສີພັນດອນ ແມ່ນນັກຍຸດທະສາດທີ່ມີວິໄສທັດທາງການເມືອງ ແລະ ການທະຫານອັນກວ້າງໄກ, ສາມາດຕີລາຄາ ແລະ ຄາດຄະເນການຜັນແປຂອງສະຖານະການ ເພື່ອເປັນເຈົ້າການໃນການແກ້ໄຂ, ເພິ່ນກາຍເປັນເພື່ອນຮ່ວມຮົບທີ່ໃກ້ ຊິດ ແລະ ສະໜິດສະໜົມທີ່ສຸດຂອງປະທານ ໄກສອນ ພົມວິຫານ ແລະ ຄຽງບ່າຄຽງໄຫຼ່ກັບຜູ້ນຳພັກ-ລັດຄົນອື່ນໆ ໃນການຄົ້ນຄວ້າກໍານົດ ແນວທາງ, ແຜນນະໂຍບາຍ ແລະ ຍຸດທະສາດ-ຍຸດທະວິທີປະຕິ ວັດ ທີ່ຖືກຕ້ອງ, ສອດຄ່ອງໃຫ້ແກ່ການປະຕິວັດລາວໃນແຕ່ລະໄລຍະ, ປະທານ ຄຳໄຕ ສີພັນດອນ ແມ່ນໜຶ່ງໃນບັນດາຜູ້ນໍາ ຂອງພັກເຮົາທີ່ກໍາຄັນທຸງແຫ່ງຄວາມສາມັກຄີ ເປັນເອກະພາບຢູ່ພາຍໃນພັກ ແລະ ໃນຖັນແຖວປະຕິວັດ ທັງເປັນສັນຍາລັກແຫ່ງຄວາມສາມັກຄີ, ເປັນປຶກແຜ່ນຂອງທົ່ວປວງຊົນລາວທັງຊາດ; ມີຄວາມເຄົາລົບ ແລະ ປະຕິບັດຢ່າງເຂັ້ມງວດຕໍ່ບັນດາຫຼັກການແຫ່ງການຈັດຕັ້ງເຄື່ອນໄຫວຂອງພັກ; ມີຈິດໃຈເອື້ອເຟື້ອເພື່ອແຜ່ຕໍ່ໝູ່ສະຫາຍ ແລະ ຕໍ່ມະຫາຊົນ; ເດັດດ່ຽວຕ້ານທຸກປະກົດການທີ່ຝືນກັບຫຼັກ ການ ແລະ ລະບຽບວິໄນ ເພື່ອປົກປ້ອງຄວາມປອດໃສຂອງພັກ ແລະ ກໍ່ສ້າງເພື່ອນສະຫາຍ ໃຫ້ມີການປະພຶດປະຕິບັດທີ່ເປັນແບບຢ່າງ ຈຶ່ງເຮັດໃຫ້ເພິ່ນໄດ້ຮັບຄວາມເຄົາລົບນັບຖື ແລະ ເຊື່ອໝັ້ນຈາກການ ຈັດຕັ້ງ ແລະ ເພື່ອນສະຫາຍຢູ່ອ້ອມຂ້າງຕະຫຼອດມາ.
ປະທານ ຄໍາໄຕ ສີພັນດອນ ເປັນຜູ້ໜຶ່ງທີ່ໄດ້ປະກອບສ່ວນ ຢ່າງຕັ້ງໜ້າເຂົ້າໃນການຈັດຕັ້ງປັບປຸງ ແລະ ເພີ່ມທະວີຄວາມສາມັກຄີແບບພິເສດ ລະຫວ່າງສອງພັກສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ ເວົ້າລວມ, ເວົ້າສະເພາະ ເພິ່ນກາຍເປັນສັນຍາລັກແຫ່ງການຮ່ວມສໍາພັນສູ້ຮົບແບບພິເສດລະ ຫວ່າງສອງກອງທັບ ແລະ ປະຊາຊົນລາວກັບກອງທັບ ແລະ ປະຊາຊົນຫວຽດນາມຕະຫຼອດມາ.