ສະຫາຍ ພົນເອກ ຄຳໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກ, ອະດີດປະທານປະເທດ ແຫ່ງ ສປປ ລາວ, ໄດ້ເຖິງແກ່ ມໍລະນະກຳ

ສະຫາຍ ພົນເອກ ຄຳໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກ,

ອະດີດປະທານປະເທດ ແຫ່ງ ສປປ ລາວ, ນັກປະຕິວັດອາວຸໂສ ຂອງພັກປະຊາຊົນປະຕິວັດລາວ ໄດ້ເຖິງແກ່ ມໍລະນະກຳ

ສະຫາຍ ພົນເອກ ຄຳໄຕ ສີພັນດອນ ແມ່ນໜຶ່ງໃນການນໍາຮຸ່ນທໍາອິດ ຂອງພັກເຮົາ ທີ່ໄດ້ ເປັນຫຼັກແຫຼ່ງ ແລະ ແກນນໍາ ຂອງສູນກາງພັກ ນໍາພາຊີ້ນໍາ ການປະຕິວັດຊາດ-ປະຊາທິປະໄຕ ໃນເມື່ອກ່ອນ ແລະ ພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ ກໍຄື ເປັນ ຜູ້ນໍາໜ້າ ໃນການຈັດຕັ້ງປະຕິບັດແນວທາງປ່ຽນແປງໃໝ່ ຮອບດ້ານ ມີຫຼັກການຂອງພັກເຮົາ. ສະຫາຍ ແມ່ນນັກຮັກຊາດ, ແມ່ນນັກປະຕິວັດ ແລະ ເປັນຜູ້ນຳທີ່ດີເດັ່ນ ຂອງພັກ, ຂອງຊາດເຮົາ, ຕະຫຼອດຊີວິດຂອງເພິ່ນ ໄດ້ອຸທິດສະຕິປັນຍາ, ກໍາລັງວັງຊາ ເພື່ອພາລະກິດປະຕິວັດ ຂອງພັກເຮົາ ເພື່ອການພັດທະນາປະເທດຊາດ ແລະ ຄວາມຢູ່ດີກິນດີໃຫ້ແກ່ປະຊາຊົນລາວບັນດາເຜົ່າ.

ການຈາກໄປໂດຍບໍ່ມີວັນຈະກັບຄືນມາ ຂອງສະຫາຍ ພົນເອກ ຄຳໄຕ ສີພັນດອນ ເປັນ ການສູນເສຍ ອັນໃຫຍ່ຫຼວງທີ່ສຸດ ສໍາລັບພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າ.

ໃນເວລາແຫ່ງຄວາມໂສກເສົ້າເສຍໃຈ ແລະ ຄວາມອາໄລອາວອນຢ່າງສຸດຊຶ້ງນີ້ ທົ່ວພັກ, ທົ່ວລັດ, ທົ່ວກຳລັງປະກອບອາວຸດ, ພະນັກງານ, ສະມາຊິກພັກ ແລະ ທົ່ວປວງຊົນລາວທັງຊາດ ຈົງຫັນຄວາມເສົ້າສະຫຼົດໃຈ ແລະ ຄວາມອາໄລຮັກ ຕໍ່ສະຫາຍ ພົນເອກ ຄຳໄຕ ສີພັນດອນ ໃຫ້ກາຍເປັນການກະທໍາຕົວຈິງ, ສາມັກຄີກັນເປັນປຶກແຜ່ນແໜ້ນໜາ ອ້ອມຂ້າງຄະນະບໍລິ ຫານງານສູນກາງພັກ ເສີມຂະຫຍາຍມູນເຊື້ອອັນສະຫງ່າອົງອາດ ຂອງຊາດ ແລະ ຂອງພັກ, ເດັດດ່ຽວໜຽວແໜ້ນ ຜັນຂະຫຍາຍແນວທາງປ່ຽນແປງໃໝ່ ຂອງພັກ ສູ່ລວງເລິກ, ສືບຕໍ່ ບູລະນະລະບອບປະຊາທິປະໄຕປະຊາຊົນ ກ້າວຂຶ້ນຕາມຈຸດໝາຍສັງຄົມນິຍົມ.