ກອງປະຊຸມສະຫຼຸບຕີລາຄາການເຄື່ອນໄຫວວຽກງານໃນໄລຍະຜ່ານມາ ແລະ ເຊື່ອມຊຶມມະຕິ 10 ສະໄໝ XI

ກອງປະຊຸມສະຫຼຸບຕີລາຄາການເຄື່ອນໄຫວວຽກງານໃນໄລຍະຜ່ານມາ

ແລະ ເຊື່ອມຊຶມມະຕິ 10 ສະໄໝ XI

         ໃນຕອນເຊົ້າວັນທີ 16 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ ຄອສພ ໄດ້ຈັດກອງປະຊຸມສະຫຼຸບຕີລາຄາການຈັດຕັ້ງປະຕິບັດໜ້າທີ່ວຽກງານໃນໄລຍະຜ່ານມາຂອງ ຄອສພ ແລະ ເຊື່ອມຊຶມມະຕິກອງປະຊຸມ ຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 10 ສະໄໝ XI  ຂອງພັກ ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າ ຄອສພ, ປະທານສະພາທິດສະດີສູນກາງພັກ, ມີບັນດາຄະນະປະຈໍາພັກ, ຄະນະພັກ, ຄະນະນຳ, ບັນດາຫົວໜ້າ-ຮອງຫົວໜ້າກົມ ແລະ ພະນັກງານທົ່ວ ຄອສພ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນກອງປະຊຸມ, ສະຫາຍ ລາວປາວຊົ່ງ ນະວົງໄຊ ກໍາມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າ ຄອສພ ໄດ້ຂຶ້ນຜ່ານບົດສະຫຼຸບການນຳພາ-ຊີ້ນຳວຽກງານຮອບດ້ານ ໃນໄລຍະ ປີຜ່ານມາ ໂດຍຍົກໃຫ້ເຫັນດ້ານດີ, ດ້ານອ່ອນ, ສາເຫດທີ່ພາໃຫ້ດີ, ດ້ານອ່ອນ, ບົດຮຽນທີ່ຖອດຖອນໄດ້ ແລະ ວາງທິດທາງແຜນການ, ວຽກງານຈຸດສຸມໃນຕໍ່ໜ້າຂອງ ຄອສພ. ຫຼັງຈາກນັ້ນ ສະຫາຍ ນ. ພວງມາລີ ອັກຄະມົນຕີ ຄະນະພັກ, ຫົວໜ້າກົມຈັດຕັ້ງ-ພະນັກງານ ກໍໄດ້ຂື້ນຜ່ານແຈ້ງການ ຂອງຄະນະປັບປຸງກົງຈັກການຈັດຕັ້ງຂັ້ນສູນກາງ ກ່ຽວກັບການໂອນເອົາວຽກງານຖະແຫຼງຂ່າວ ຈາກກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ.

ຫຼັງຈາກນັ້ນ ສະຫາຍ ຄຳພັນ ເຜີຍຍະວົງ ກໍໄດ້ໃຫ້ກຽດເຜີຍແຜ່ເນື້ອໃນຈິດໃຈສຳຄັນ ຂອງມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 10 ສະໄໝທີ XI ຂອງພັກເພື່ອໃຫ້ບັນດາສະມາຊິກພັກ, ພະນັກງານ ຄອສພ ກໍາແໜ້ນເນື້ອໃນຈິດໃຈມະຕິດັ່ງກ່າວ ແລະ ພ້ອມກັນນຳໄປຈັດຕັ້ງປະຕິບັດໃຫ້ມີຜົນສຳເລັດ. ໃນຕອນທ້າຍກອງປະຊຸມ ສະຫາຍຫົວໜ້າ ຄອສພ ກໍໄດ້ໃຫ້ກຽດໂອ້ລົມ ມີບາງຕອນກ່າວວ່າ ການປັບປຸງການຈັດຕັ້ງເປັນບັນຫາໜຶ່ງທີສຳຄັນ, ການສູນກາງພັກ ຕົກລົງຍົກຍ້າຍໂອນເອົາວຽກງານຖະແຫຼງຂ່າວມາຂຶ້ນກັບ ຄອສພ ແມ່ນຄວາມພາກພູມໃຈ, ແມ່ນຄວາມເຊື່ອໝັ້ນ ຂອງກົມການເມືມອງສູນກາງພັກ ທີ່ມີຕໍ່ວຽງການໂຄສະນາອົບຮົມ, ເປັນການສ້າງຄວາມເຂັ້ມແຂງໃຫ້ແກ່ວຽກງານໂຄສະນາອົບຮົມ ຂອງພັກ ເພື່ອໃຫ້ພວກເຮົາມີເຄື່ອງມືຮັບໃຊ້ໃນການໂຄສະນາເຜີຍແຜ່ແນວທາງແຜນນນະໂຍບາຍ ຂອງພັກ, ລັດໃຫ້ທົ່ວເຖິງ ແລະ ເລິກເຊິ່ງ; ພ້ອມນັ້ນ ສະຫາຍຍັງໄດ້ເນັ້ນບາງບັນຫາ ຕື່ມອີກເຊັ່ນ: ເອົາໃຈໃສ່ການສຶກສາອົບຮົມນໍາພາແນວຄິດໃຫ້ພະນັກງານ, ສະມາຊິກພັກມີຄວາມອຸ່ນອຽງທຸ່ນທ່ຽງ, ຍົກສູງຄວາມຮັບຜິດຊອບທາງດ້ານການເມືອງໃຫ້ສູງຂຶ້ນ; ສືບຕໍ່ປັບປຸງກົງຈັກການຈັດຕັ້ງ ໂດຍສະເພາະບັນດາພະແນກ ຂອງກົມໃຫ້ກະທັດຮັດ, ຄົ້ນຄວ້າການບັນຈຸສັບຊ້ອນພະນັກງານຄືນໃໝ່ໃຫ້ເໝາະສົມ; ເພີ່ມທະວີຄວາມສາມັກຄີພາຍໃນ ຄອສພ ມີຄວາມໜັກແໜ້ນເຂັ້ມແຂງ; ກະກຽມກອງປະຊຸມໃຫຍ່ ຂອງໝ່ວຍພັກ ໃຫ້ສໍາເລັດໃນທ້າຍປີ 2025 ຕາມແຜນການທີ່ວາງໄວ້.