ບາງຄຳເຫັນໂອ້ລົມຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດແຫ່ງສປປ ລາວຕໍ່ກອງປະຊຸມໃຫຍ່ສະມາຊິກພັກຄັ້ງທີ V ຂອງອົງຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກ

ບາງຄຳເຫັນໂອ້ລົມຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດແຫ່ງສປປ ລາວຕໍ່ກອງປະຊຸມໃຫຍ່ສະມາຊິກພັກຄັ້ງທີ V ຂອງອົງຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກ
ປັດຈຸບັນໂລກຂອງພວກເຮົາກຳລັງຜັນແປໄປຢ່າງສັບສົນ ເຊິ່ງມີຜົນກະທົບຕໍ່ປະເທດເຮົາໃນຫຼາຍດ້ານຕົ້ນຕໍແມ່ນທາງດ້ານແນວຄິດ, ຈິດຕະສາດຂອງສັງຄົມ. ດັ່ງນັ້ນ, ມັນເລັ່ງທວງໃຫ້ແກ່ນັກຮົບໃນຂົງເຂດເຮັດວຽກ ແນວຄິດທິດສະດີ ຕ້ອງໄດ້ເພີ່ມທະວີການຄົ້ນຄິດ, ວິເຄາະ, ວິໄຈສະພາບໃຫ້ເລິກເຊິ່ງເພື່ອສາມາດຮັບມືໄດ້ກັບສະຖານະການທີ່ຈະເກີດຂຶ້ນ ແລະ ເກີດຂຶ້ນແລ້ວ ໃນປັດຈຸບັນນີ້. ເວົ້າອີກຢ່າງໜຶ່ງ, ນັກຮົບດ້ານແນວຄິດ ຕ້ອງມີອາວຸດປະຈໍາຕົວຂອງຕົນທີ່ຄົມແຫຼມ ເພື່ອຕອບຕ້ານກັບສິ່ງຕ່າງໆ ທີ່ຈະບຸກເຂົ້າມາເຖິງຕົວເຮົາ. ເຊິ່ງສະຫາຍເລຂາທິການໃຫຍ່ໄດ້ເນັ້ນໜັກໃນ 7 ຂໍ້ສຳຄັນດ່ັງນີ້:

  1. ສ້າງການຫັນປ່ຽນຢ່າງແຂງແຮງ ທາງດ້ານເນື້ອໃນ ແລະ ຮູບການ ໃນການເຄື່ອນໄຫວວຽກງານໂຄສະນາອົບຮົມ ເພື່ອສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ການເມືອງໃນໄລຍະໃໝ່ ເປັນຕົ້ນແມ່ນ ການເຜີຍແຜ່ເນື້ອໃນຂອງມະຕິຂອງກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຊິ່ງໄດ້ເລີ່ມມີໜໍ່ແໜງ ການຫັນປ່ຽນໃນແບບວິທີການເຜີຍແຜ່ມາແລ້ວ ແລະ ເອກະສານທີ່ກົມການເມືອງ ມອບໃຫ້ບັນດາສະຫາຍກະກຽມເຜີຍແຜ່ອົບຮົມໃນຮູບແບບໃໝ່ ຂໍໃຫ້ສືບຕໍ່ປັບປຸງປ່ຽນແປງ ໄປຕາມແຕ່ລະເປົ້າໝາຍ ແລະ ແທດຕົວຈິງກັບ ກາລະ, ເທສະ.
  2. ຢາກເຮັດວຽກງານສຶກສາອົບຮົມໃຫ້ມີຄຸນນະພາບດີ, ຕ້ອງກຳໄດ້ແນວຄິດຈິດໃຈ, ຈິດຕະສາດ, ຄວາມຂັດຂ້ອງໝອງໃຈ, ຄວາມມຸ້ງມາດ ປາຖະໜາຂອງປະຊາຊົນ ແລະ ຊັ້ນຄົນຕ່າງໆ ໃນສັງຄົມໃຫ້ເລິກເຊິ່ງ. ຈາກນັ້ນ, ກໍ ຮີບຮ້ອນຈັດສັນເນື້ອໃນ ແລະ ຮູບແບບສຶກສາອົບຮົມ ແຕ່ລະເປົ້າໝາຍໃຫ້ຖືກຕ້ອງ ສອດຄ່ອງກັບຈຸດພິເສດຂອງເປົ້າໝາຍນັ້ນໆ;
  3. ເພື່ອຕອບຕ້ານບັນດາກົນອຸບາຍ, ເລລ່ຽມ ຂອງກຸ່ມຄົນທີ່ບໍ່ຫວັງດີ, ຜູ້ ເຮັດວຽກໃນແນວຮົບແນວຄິດ ຕ້ອງກໍໄດ້ຈຸດພິເສດ, ຈຸດອ່ອນ, ຈຸດແຂງຂອງພວກ ເຂົາເຫຼົ່ານັ້ນ ເພື່ອມີແຜນຮັບມືຢ່າງເດັດດ່ຽວ, ຖືກຕ້ອງ, ເໝາະສົມຕາມສະຖານະ ການ. ໃນນັ້ນ, ຕ້ອງຕອບຕ້ານຢ່າງທັນການ, ແຕ່ຕ້ອງມີຄວາມຮອບຄອບ, ແນບນຽນ, ແຫຼມຄົມ, ຖືກເປົ້າໝາຍ ແລະ ກ້າວໄປເຖິງ ຮັກສາໄດ້ສະຖຽນລະພາບທາງດ້ານການ ເມືອງ, ຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ;
  4. ຕໍ່ວຽກງານໂຄສະນາ ຕ້ອງໂຄສະນາດ້ວຍຫຼາຍຮູບຫຼາຍສີ, ແຕ່ໃຫ້ຮັບ ປະກັນຄວາມເລິກເຊິ່ງ, ກວ້າງຂວາງອັນນີ້ແມ່ນມີຄວາມຈຳເປັນ ໃນສັງຄົມປັດຈຸບັນ. ພວກເຮົາສາມາດນໍາໃຊ້ສື່ມວນຊົນ ຢ່າງກວ້າງຂວາງ ທີ່ເປັນພາຫະນະສໍາຄັນ ທີ່ສັງຄົມ ຕ້ອງການ ແລະ ຫຼາກຫຼາຍ ນອກນັ້ນ, ກໍມີການຈັດປາຖະກະຖາ, ສໍາມະນາຜ່ານອົງ ການຈັດຕັ້ງຕ່າງໆ, ສ້າງເປັນເອກະສານໂຄສະນາ, ອົບຮົມທີ່ມີເນື້ອໃນເລິກເຊິ່ງ ແຕ່ໃຫ້ມີຊີວິດຊີວາ ທີ່ດຶງດູດຄວາມສົນໃຈ ຂອງແຕ່ລະເປົ້າໝາຍ. ຖ້າເປັນໄປໄດ້ ຂ້າພະເຈົ້າ ສະເໜີໃຫ້ຄະນະໂຄສະນາອົບຮົມ ມີພາຫະນະເປັນສື່ທີ່ຂຶ້ນກັບຕົນເອງ ເຊັ່ນ: ໜັງສື ພິມ, ວິທະຍຸກະຈາຍສຽງ, ໂທລະພາບ, ວາລະສານຕ່າງໆ ລວມທັງສ້າງເງື່ອນໄຂໃຫ້ ສາມາດນໍາໃຊ້ສື່ອອນລາຍໃຫ້ເປັນຂອງຕົນເອງ ທີ່ເປັນປະໂຫຍດໃນການເຮັດໜ້າທີ່ ເປັນພາຫະນະໃນການໂຄສະນາອົບຮົມ;
  5. ຄະນະໂຄສະນາອົບຮົມສູນກາງພັກ ຕ້ອງເປັນເຈົ້າການປະສານສົມທົບ ກັບສະພາທິດສະດີສູນກາງພັກ, ສະຖາບັນຕ່າງໆ ສືບຕໍ່ຄົ້ນຄວ້າທາງດ້ານທິດສະດີ ແລະ ສະຫຼຸບພຶດຕິກຳຂອງພັກ; ພົວພັນ, ແລກປ່ຽນບົດຮຽນທາງດ້ານທິດສະດີ ແລະ ພຶດຕິກຳ ກັບບັນດາພັກອ້າຍນ້ອງ ເພື່ອຊ່ວຍກົມການເມືອງ, ຄະນະບໍລິຫານງານສູນ ກາງພັກ ວາງແນວທາງນະໂຍບາຍຂອງພັກ ໃນຊຸມປີຕໍ່ໜ້ານີ້ ໃຫ້ຖືກຕ້ອງ, ສອດ ຄ່ອງກັບສະພາບການ ແລະ ຄວາມຮຽກຮ້ອງຕ້ອງການຕົວຈິງ;
  6. ປັບປຸງພາລະບົດບາດ ແລະ ກົງຈັກການຈັດຕັ້ງ ຂອງຄະນະໂຄສະນາ ອົບຮົມສູນກາງພັກຄືນໃໝ່ ໃຫ້ກະທັດຮັດ, ໜັກແໜ້ນ, ເຂັ້ມແຂງ, ສົມຄູ່ກັບບົດ ບາດ ແລະ ຄວາມສໍາຄັນຂອງວຽກງານໃນໄລຍະໃໝ່. ພ້ອມກັນນັ້ນ, ກໍຕ້ອງເອົາໃຈ ໃສ່ ການບັນຈຸສັບຊ້ອນພະນັກງານ ເຂົ້າໃສ່ບັນດາຕຳແໜ່ງງານໃຫ້ແທດເໝາະ;
  7. ເພີ່ມທະວີການຄຸ້ມຄອງດ້ານລະບຽບວິໄນ ຢູ່ພາຍໃນການຈັດຕັ້ງ ຂອງອົງ ຄະນະພັກ ຕິດພັນກັບການສະກັດກັ້ນ ຕີຖອຍບັນດາປະກົດການຫຍໍ້ທໍ້ ໄປຄຽງຄູ່ກັບ ຍົກລະດັບຄວາມຮູ້, ຄວາມສາມາດໃຫ້ແກ່ຖັນແຖວພະນັກງານ-ສະມາຊິກພັກ ເປັນຂໍ ກຸນແຈໃຫ້ແກ່ການຮັບປະກັນໜ້າວຽກ ທີ່ວາງໄວ້ໃນກອງປະຊຸມໃຫຍ່ຄັ້ງນີ້ ໄດ້ຮັບ ການຈັດຕັ້ງປະຕິບັດຢ່າງເປັນລະບົບ, ຕໍ່ເນື່ອງ, ແຂງແຮງ. ເປົ້າໝາຍໜຶ່ງ ທີ່ສໍາຄັນທີ່ ຜູ້ເຮັດວຽກໂຄສະນາອົບຮົມ, ເຮັດວຽກຄົ້ນຄວ້າທິດສະດີ ແລະ ພຶດຕິກຳ ແມ່ນການ ຫັນປ່ຽນຄວາມຄິດ, ຫັນປ່ຽນຄ່ານິຍົມ ແລະ ຫັນປ່ຽນວິຖີຊີວິດຂອງຄົນ, ຂອງສັງຄົມໃນຍຸກແຫ່ງການປ່ຽນແປງໃໝ່ໃຫ້ກ້າວໜ້າຕໍ່ໄປ. ສິ່ງສໍາຄັນທີ່ສຸດ ແມ່ນຄ່ານິຍົມຂອງສັງຄົມ-ຂອງຊາວໜຸ່ມ ວຽກງານໂຄສະນາອົບຮົມເຮົາຈະຕ້ອງໄດ້ຮັບມື ແລະ ຈັດຕັ້ງປະຕິບັດ.