ຜ່ານຮ່າງເນືື້ອໃນເອກະສານກອງປະຊຸມໃຫຍ່ ແລະ ທາບທາມບຸກຄະລາກອນສະໝັກເຂົ້າຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ


ສະຫະພັນແມ່ຍິງ ຄະນະໂຄສະນະອົບຮົມສູນກາງພັກ ໄດ້ຈັດກອງປະຊຸມຜ່ານຮ່າງເນືື້ອໃນເອກະສານກອງປະຊຸມໃຫຍ່ ແລະ ທາບ ທາມບຸກຄະລາກອນ ສະໝັກເຂົ້າຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ IX (ຮອບທີ 1) ຂຶ້ນໃນວັນທີ 29 ກໍ ລະກົດ ນີ້ ເພື່ອພ້ອມກັນຄົ້ນຄວ້າ ແລະ ປະກອບຄຳເຫັນຕໍ່ຮ່າງເນື້ອໃນເອກະສານ ກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ 9 ໃຫ້ມີເນື້ອໃນຈະແຈ້ງ, ເລິກເຊິ່ງ, ຖືກຕ້ອງ, ຄົບຖ້ວນສົມບູນ. ພ້ອມນີ້ ກໍເພື່ອຄັດເລືອກ-ເລືອກເຟັ້ນ ເອົາບຸກຄະລາກອນ ຜູ້ທີ່ຈະສະໝັກເລືອກຕັ້ງເຂົ້າໃນໂຄງປະກອບຄະນະບໍລິ ຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ 9 ໃຫ້ຖືກຕ້ອງຕາມາດຕະຖານ ມີເງື່ອນໄຂຄົບຖ້ວນ, ຮັບປະກັນລັກສະນະສືບທອດ-ປ່ຽນແທນ ເພື່ອຕອບສະໝອງໄດ້ ກັບຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ການເມືອງໃນໄລຍະໃໝ່.

ໃນໂອກາດນີ້, ທ່ານ ນາງ ວິລະວອນ ພັນທະວົງ ຮອງຫົວໜ້າຄະນະໂຄສະນະອົບຮົມສູນກາງພັກ ໄດ້ກ່າວວ່າ: ປັດຈຸບັນ, ກອງປະຊຸມໃຫຍ່ສະຫະພັນແມ່ຍິງ ນັບແຕ່ຂັ້ນຮາກຖານຮອດຂັ້ນ ກະຊວງ-ອົງການ, ແຂວງ, ນະຄອນຫຼວງ ແມ່ນໄດ້ສຳເລັດໃນຂອບເຂດທົ່ວປະເທດ ສໍາລັບສະຫະພັນແມ່ຍິງ ພາກສ່ວນທີ່ຖືກໂຮມກົງຈັກ ບາງບ່ອນກໍໄດ້ສຳເລັດການບົ່ງຕົວແຕ່ງຕັ້ງແລ້ວ. ການປັບປຸງກົງຈັກການຈັດຕັ້ງ ຂອງຄະນະໂຄສະນາອົບຮົມສູນກາງພັກໂດຍໂຮມເອົາວຽກງານສື່ມວນຊົນ (ວຽກງານຖະແຫຼງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ກໍໄດ້ສໍາເລັດຂັ້ນພື້ນຖານ ສະເພາະຄະນະສະຫະພັນແມ່ຍິງ, ຄະນະໜ່ວຍແມ່ຍິງ ແລະ ຄະນະສະຫະພັນແມ່ຍິງຮາກຖານ ກໍຈະໄດ້ມີການປັບປຸງເຊັ່ນກັນ ໂດຍສອດຄ່ອງຕາມທິດຊີ້ນຳຂອງຂັ້ນເທິງ ກໍຄື ຄະນະຮັບຜິດຊອບ ປັບປຸງກົງຈັກຂັ້ນສູນກາງ. ສຳລັບກອງປະຊຸມຄັ້ງນີ້, ໄດ້ດຳເນີນເປັນ 2 ວາລະຄື: ປະກອບຄຳເຫັນ ຕໍ່ຮ່າງບັນດາເນື້ອໃນເອກະສານ ທີ່ຈະສະເໜີຕໍ່ກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ IX ເພື່ອພິຈາລະນາ ແລະ ຮັບຮອງ, ໃນນີ້ ປະກອບມີ 3 ເອກະສານຕົ້ນຕໍ ຄື: ຮ່າງລາຍງານການເມືອງ; ຮ່າງແຜນພັດທະນາແມ່ຍິງລາວ ໄລຍະ 5 ປີ (2026-2030); ຮ່າງກົດລະບຽບສະຫະພັນແມ່ຍິງລາວ (ສະບັບປັບປຸງ). ນອກຈາກນີ້, ກໍໄດ້ທາບທາມບຸກຄະລາກອນ ເພື່ອສະໝັກຮັບເລືອກຕັ້ງເປັນ ຄະນະບໍລິ ຫານງານ ສູນກາງສະຫະພັນແມ່ຍິງລາວ ສະ ໄໝທີ IX ຊຶ່ງຜົນຂອງກອງປະຊຸມ ຈະກາຍເປັນບ່ອນອີງທີ່ສໍາຄັນ ເພື່ອໃຫ້ຄະນະຮັບຜິດຊອບຊີ້ນໍາການກະກຽມດຳເນີນກອງປະຊຸມໃຫຍ່ ນຳໄປຄົ້ນຄວ້າ, ພິຈາລະນາ ແລະ ປັບປຸງໃຫ້ຖືກຕ້ອງ, ສົມບູນ, ສອດຄ່ອງກັບສະພາບຄວາມຮຽກຮ້ອງຕ້ອງການ ກໍຄືຄວາມມຸ່ງມາດປາຖະໜາຕົວຈິງຂອງແມ່ຍິງລາວບັນດາເຜົ່າ ໃນໄລຍະ 5 ປີ ຕໍ່ໜ້າ.
ໂອກາດດຽວກັນ, ທ່ານ ນາງ ຈັນສຸກ ພິມມະວັນ ປະທານສະຫະພັນແມ່ຍິງ ຄະນະໂຄສະນະອົບຮົມສູນກາງພັກ ໄດ້ຜ່ານຮ່າງບົດລາຍງານການເມືອງຕໍ່ ກອງປະຊຸມແມ່ຍິງລາວທົ່ວປະເທດ ຄັ້ງທີ IX, ຫຼັງຈາກນັ້ນ, ທ່ານ ນາງ ຈັນທະວົງ ຫຼວງລາດ ຮອງປະທານສະຫະພັນແມ່ຍິງ ຄະນະໂຄສະນະອົບຮົມສູນກາພັກ ກໍໄດ້ຜ່ານຮ່າງບົດສະຫຼຸບ ການຈັດຕັ້ງປະຕິບັດແຜນພັດທະນາແມ່ຍິງ ໄລຍະ 5 ປີ (2026 – 2030); ທ່ານ ນາງ ມຸກດາວັນ ທຸມມະອາໄພ ຄະນະສະຫະພັນ ຄະນະໂຄສະນະອົບຮົມສູນກາງພັກ ກໍໄດ້ຜ່ານຮ່າງກົດລະບຽບສະຫະພັນແມ່ຍິງລາວ (ສະບັບປັບປຸງ).
ແຫຼ່ງຂ່າວ: ຂປລ