ພິທີລະນຶກເຖິງ ວັນທີ 15 ກໍລະກົດເຊິ່ງເປັນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດຕວັກກີ

ພິທີລະນຶກເຖິງ ວັນທີ 15 ກໍລະກົດເຊິ່ງເປັນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດຕວັກກີ

ທ່ານ ວັນຕຸລາ ຣັກນຸດ ຄະນະພັກ, ຫົວໜ້າກົມຂໍ້ມູນຂ່າວສານ, ຄະນະໂຄສະນາອົບຮົມສູນກາງພັກ ໄດ້ເຂົ້າຮ່ວມພິທີລະນຶກເຖິງ ວັນທີ 15 ກໍລະກົດ ວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດຕວັກກີ ຄົບຮອບ 9 ປີ ທີ່ສະຖາທູດຕວັກກີປະຈຳສປປ ລາວ, ນະຄອນຫຼວງວຽງຈັນ.

ໃນພິທີ ທ່ານ ນາງ ໂອຢາ ຢາຊາ (Ms Oya Yazar) ເອກອັກຄະລັດຖະທູດຕວັກກີປະຈຳສ ປປ ລາວ ໄດ້ຂຶ້ນກ່າວຄຳປາໄສ ເພື່ອລະນຶກເຖິງເຫດການຄົບຮອບ 9 ປີ ເຊິ່ງເປັນເຫດການທີ່ສຳຄັນທີ່ສຸດໃນປະເທດຕວັກກີແລະ ຖືກຳນົດໃຫ້ເປັນ “ວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ” ຂອງປະເທດຕວັກກີ.

ເຫດການທີ່ເກີດຂຶ້ນໃນຕອນຄ່ຳຂອງວັນທີ 15 ກໍລະກົດ, 2016, “ອົງກອນກໍ່ການຮ້າຍ ເຟທຸລີ” ໄດ້ພະຍາຍາມກໍ່ລັດຖະປະຫານຢ່າງນອງເລືອດຕ້ານປະຊາຊົນ ແລະ ໂຄ່ນລົ້ມລັດຖະບານຂອງຕວັກກີ.ກອງກຳລັງທະຫານໃນເຄືອຂອງ FETO ໄດ້ອອກຈາກຄ້າຍທະຫານເພື່ອໄປຍຶດຄອງສະຖານທີ່ສໍາຄັນຕ່າງໆ ແລະ ໄດ້ນໍາເອົາເຮືອບິນສູ້ຮົບ ແລະ ເຮລິຄອບເຕີ ຖິ້ມລະເບີດໃສ່ ບັນດາສະຖານທີ່ຍຸດທະສາດ ເຊິ່ງລວມມີ ລັດຖະສະພາ, ທໍານຽບປະທານາທິບໍດີ, ສໍານັກງານໃຫຍ່ທະຫານ ແລະ ຕຳຫຼວດ.ໃນຄໍ່າຄົນນັ້ນ, ພົນລະເມືອງຫຼາຍກວ່າພັນຄົນ ໄດ້ອອກມາຕາມເສັ້ນທາງເພື່ອຢຸດການກໍ່ລັດຖະປະຫານອັນໂຫດຮ້າຍທີ່ບໍ່ເຄີຍມີມາກ່ອນນີ້. ຜູ້ສົມຮູ້ຮ່ວມຄິດບໍ່ໄດ້ມີຄວາມລັງເລທີ່ຍິງຝູງຊົນ ແລະ ໄດ້ຂ້າພົນລະເມືອງທີ່ບໍລິສຸດໄປເປັນຈໍານວນ 251 ຄົນ ແລະ ເຮັດໃຫ້ຜູ້ຄົນບາດເຈັບຫຼາຍກວ່າພັນຄົນ, ໃນຄ່ຳຄືນັ້ນ ປະຊາຊົນຊາວຕວັກກີໄດ້ຕໍ່ສູ້ປົກປ້ອງປະຊາທິປະໄຕດ້ວຍຊີວິດຂອງພວກເຂົາ.

ສະນ້ັນໃນແຕ່ລະປີເມືອຮອດວັນທີ 15 ກໍລະກົດ ລັດຖະບານ ແລະ ປະຊາຊົນຊາວຕວັກກີໄດ້ຈັດງານລະນຶກເຖິງເຫດການດ່ັງກ່າວເພື່ອຫວນຄືນເຖິງວິລະຊົນຜູ້ກ້າແກ່ນຕໍ່ສູ້ເພື່ອປົກປັກຮັກສາອະທິປະໄຕຂອງຊາດໄວ້ໄດ້ຢ່າງໝັ້ນຄົງຈົນຮອດທຸກມື້ນີ້.