“ຍົກສູງຄວາມສາມາດນໍາພາຂອງພັກ, ເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນຂອງປະຊາຊົນໃນ ຊາດ, ຮັບປະກັນສະຖຽນລະພາບດ້ານການເມືອງຢ່າງໜັກແໜ້ນ, ຜັນຂະຫຍາຍແນວທາງປ່ຽນແປງໃໝ່ສູ່ລວງເລິກ, ສ້າງການຫັນປ່ຽນການພັດທະນາເສດຖະກິດ – ສັງຄົມໄປສູ່ຄຸນນະພາບໃໝ່ຢ່າງແຂງແຮງ, ຍົກລະດັບຄຸນນະພາບຊີວິດຂອງປະຊາຊົນໃຫ້ສູງຂຶ້ນ, “ສືບຕໍ່ນໍາປະເທດຊາດພົ້ນຈາກສະຖານະພາບດ້ອຍພັດທະນາ ແລະ ກ້າວເດີນສູ່ຈຸດໝາຍສັງຄົມນິຍົມ ”
① “ຍົກສູງຄວາມສາມາດນໍາພາຂອງພັກ” ແມ່ນການສືບຕໍ່ຢືນຢັນຄວາມຈໍາເປັນ ແລະ ຄວາມຮຽກຮ້ອງຕ້ອງການໃນການຍົກສູງຄວາມສາມາດນໍາພາ ແລະ ຄວາມເປັນແບບຢ່າງນໍາໜ້າຂອງພັກເຮົາ ໃນເງື່ອນໄຂໃໝ່ຂອງການປະຕິວັດ ເຊິ່ງແມ່ນບັນຫາພື້ນຖານ, ທັງເປັນບັນຫາຮີບດ່ວນຂອງການປັບປຸງ, ກໍ່ສ້າງພັກເຮົາ, ແມ່ນປັດໄຈຕັດສິນການກ້າວຂຶ້ນ ຂອງພາລະກິດປະຕິວັດຢູ່ປະເທດເຮົາ. ຍົກສູງຄວາມສາມາດນໍາພາຂອງ ພັກສະແດງອອກໃນ 5 ດ້ານຄື: ຄວາມສາມາດໃນການກຳນົດແນວທາງ ບົນພື້ນຖານກຳແໜ້ນທິດສະດີມາກ – ເລນິນ, ແນວຄິດໄກສອນ ພົມວິ ຫານ ແລະ ທິດສະດີກ້າວໜ້າອື່ນໆ, ຮັບຮູ້ບັນດາກົດເກນ ແລະ ໝູນໃຊ້ຢ່າງສອດ ຄ່ອງ, ເພີ່ມທະວີການຄົ້ນຄວ້າທິດສະດີ, ສະຫຼຸບພຶດຕິກຳ ແລະ ໃຫ້ຄໍາຕອບຢ່າງທັນການຕໍ່ກັບບັນຫາທີ່ຕັ້ງຂຶ້ນ. ຄວາມສາມາດໃນການຫັນແນວທາງ, ແຜນນະໂຍບາຍຂອງພັກໃຫ້ກາຍເປັນທິດທາງ, ແຜນການ ແລະ ກົດໝາຍຕ່າງໆທີ່ສ່ອງແສງອອກຢ່າງຖືກ ຕ້ອງ ແລະ ຄົບຖ້ວນເຖິງຜົນປະໂຫຍດ, ເຈດຕະນາລົມ ແລະ ຄວາມມຸ່ງມາດປາດຖະໜາຂອງປະຊາຊົນ, ທັງຊີ້ນໍາການຈັດຕັ້ງປະຕິບັດ ໃຫ້ເກີດຜົນເປັນຈິງຄວາມສາມາດນໍາພາຊີ້ນໍາການຈັດຕັ້ງປະຕິບັດແນວທາງ, ແຜນນະໂຍບາຍຂອງພັກໃຫ້ເກີດຜົນເປັນຈິງ, ນໍາເອົາຜົນປະໂຫຍດສູງສຸດມາໃຫ້ປະເທດຊາດ ແລະ ປະຊາຊົນ. ຄວາມສາມາດໃນການຕິດຕາມ, ກວດກາ, ຊຸກຍູ້ການເຄື່ອນ ໄຫວຂອງທົ່ວລະບົບການເມືອງ ໃນການຈັດຕັ້ງປະຕິ ບັດແນວທາງຂອງພັກ. ຄວາມສາມາດໃນການຄົ້ນເຫັນ ແລະ ຕໍ່ສູ້, ຕ້ານ, ກຳ ຈັດປັດເປົ່າປະກົດການຫຍໍ້ທໍ້ພາຍໃນພັກຢ່າງທັນການ ແລະ ຕ້ານກົນອຸບາຍຫັນປ່ຽນໂດຍສັນຕິຂອງອິດທິກຳລັງປໍລະປັກ.
② “ເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນຂອງປະຊາຊົນໃນຊາດ” ແມ່ນມູນເຊື້ອ, ເປັນກຳລັງແຮງຊະນະເລີດ, ເປັນປັດໄຈພື້ນຖານໃຫ້ແກ່ການສ້າງ ແລະ ຮັກາສະຖຽນລະພາບທາງການເມືອງ, ຄວາມສະຫງົບທາງສັງຄົມຢ່າງໜັກແໜ້ນ, ຮັບປະກັນການປົກປັກຮັກ ສາໝາກຜົນ ຂອງການປະຕິວັດ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດໄວ້ຢ່າງໝັ້ນຄົງ ກໍຄືການສ້າງສາພັດທະນາປະ ເທດຊາດ ໃຫ້ບັນລຸໄດ້ຕາມຈຸດໝາຍທີ່ກຳນົດໄວ້. ໝາຍເຖິງການເພີ່ມທະວີຄວາມເປັນປຶກແຜ່ນ, ຄວາມເປັນຈິດໜຶ່ງໃຈດຽວ ກັນ ແລະ ການຮັກຫອມຕ່ອມຕຸ້ມຂອງປະ ຊາຊົນລາວທຸກເຜົ່າໃນວົງຄະນາຍາດແຫ່ງຊາດລາວ ເອກະພາບຢ່າງໜັກແໜ້ນພາຍ ໃຕ້ການນໍາພາຂອງພັກ ທີ່ເປັນແກ່ນສານຂອງຄວາມສາມັກຄີ ເປັນເອກະພາບຂອງຊາດບົນພື້ນຖານມານະຈິດ ແລະ ອຸດົມຄະຕິຄວາມເປັນຊາດລາວ ກໍຄືການບູລະນະລະບອບປະຊາທິປະໄຕປະຊາຊົນຕາມຈຸດໝາຍສັງຄົມນິຍົມ.
③ “ຮັບປະກັນສະຖຽນລະພາບດ້ານການເມືອງຢ່າງໜັກແໜ້ນ” ພັກເຮົາຍາມໃດ ກໍຢືນຢັນວ່າສະຖຽນລະພາບທາງດ້ານການເມືອງແມ່ນ ປັດໄຈພື້ນຖານທີ່ຕັດສິນຜົນສໍາເລັດໃນການປະຕິບັດແນວທາງປ່ຽນແປງໃໝ່ຮອບດ້ານ ແລະ ມີຫຼັກການຂອງພັກເຮົາ, ຢາກພັດທະນາສ້າງສາປະເທດຊາດຢ່າງແຂງແຮງ ແລະ ຕໍ່ເນື່ອງກໍຕໍ່ເມື່ອການເມືອງມີສະຖຽນລະພາບທີ່ໜັກແໜ້ນ, ຕ້ອງເຮັດໃຫ້ການພັດ ທະນາເສດຖະກິດ – ສັງຄົມມີການສົມທົບແໜ້ນກັບວຽກງານ ປກຊ – ປກສ, ຮັບປະກັນໃຫ້ປະເທດຊາດມີຄວາມສະຫງົບໝັ້ນຄົງ, ຮາກຖານການເມືອງ ມີຄວາມເຂັ້ມແຂງ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ ແລະ ປະຊາຊົນມີຄວາມປອດໄພທາງດ້ານຊີວິດ ແລະ ຊັບສິນ, ພາຍໃນພັກ – ລັດ ມີຄວາມສາມັກຄີເປັນເອກະພາບ, ກໍາລັງປະກອບອາວຸດມີຄວາມເຂັ້ມແຂງ ແລະ ຢູ່ໃນທ່າ ກຽມພ້ອມປະຕິບັດໜ້າທີ່, ສາມາດຕອບຕ້ານກັບທຸກກໍລະນີທໍາລາຍ ມ້າງເພທີ່ອາດຈະເກີດຂຶ້ນ.
④ “ຜັນຂະຫຍາຍແນວທາງປ່ຽນແປງໃໝ່ສູ່ລວງເລິກ” ເປັນການຢືນຢັນຕື່ມຄວາມຖືກຕ້ອງ ຂອງແນວທາງປ່ຽນແປງໃໝ່ຜ່ານພຶດ ຕິກຳ ເກືອບ 50 ປີ ໃນຖານະພັກກຳອຳນາດ ແລະ ໃນໄລຍະ 40 ປີ ແຫ່ງການປ່ຽນແປງ ໃໝ່ເຊິ່ງໄດ້ ນອກຈາກຕ້ອງຢຶດໝັ້ນແນວທາງປ່ຽນແປງໃໝ່ຮອບດ້ານ ແລະ ມີຫຼັກການຂອງພັກຢ່າງເດັດດ່ຽວ ໜຽວແໜ້ນແລ້ວຍັງຕ້ອງໄດ້ຜັນຂະຫຍາຍເຂົ້າສູ່ລວງເລິກ ໂດຍສືບຕໍ່ເສີມຂະຫຍາຍຄວາມຄິດປະດິດສ້າງບົນພື້ນຖານແຫ່ງການຢຶດໝັ້ນ ຄວາມເປັນເອກະລາດແຫ່ງຊາດ ແລະ ຈຸດໝາຍສັງຄົມ ນິຍົມ, ໝູນໃຊ້ ແລະ ຂະຫຍາຍທິດສະດີມາກ-ເລນິນ, ແນວຄິດໄກສອນ ພົມວິຫານ, ສືບທອດ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມຂອງຊາດ ສົມທົບກັບການຮັບເອົາສິ່ງຍອດຍິ່ງຂອງມວນມະນຸດ ເພື່ອຮັບປະກັນການພັດທະນາປະເທດຊາດ ດຳເນີນໄປຖືກທິດ ແລະ ດ້ວຍຖ່ວງທ່າທີ່ໜັກແໜ້ນ.
⑤ “ສ້າງການຫັນປ່ຽນການພັດທະນາເສດຖະກິດ – ສັງຄົມ ໄປສູ່ຄຸນນະພາບໃໝ່ຢ່າງແຂງແຮງ” ໝາຍເຖິງການສ້າງການຫັນປ່ຽນອັນຈະແຈ້ງ ແລະ ແຂງແຮງຂອງການພັດທະນາເສດຖະກິດ ຈາກການອີງໃສ່ ການຂຸດຄົ້ນ ແລະ ຂາຍຊັບພະຍາກອນທຳມະຊາດ (ວັດຖຸດິບ) ເປັນຕົ້ນ ຕໍທີ່ພາໃຫ້ຖານການຜະລິດ – ການບໍລິການ, ວິສາຫະກິດປິ່ນອ້ອມ ກໍຄື ການເຕີບໂຕດ້ານເສດຖະກິດ… ຂາດພື້ນຖານອັນໜັກແໜ້ນ ແລະ ໝັ້ນຄົງ, ບໍ່ຮັບປະກັນການພັດທະນາຕາມທິດສີຂຽວ ແລະ ຍືນຍົງສູ່ການພັດ ທະນາ ທີ່ອີງໃສ່ການເສີມຂະຫຍາຍທຸກທ່າແຮງບົ່ມຊ້ອນຂອງຊາດ ພັນກັບການສ້າງຄວາມເຂັ້ມແຂງ ຂອງກົນໄກຄຸ້ມຄອງເສດຖະກິດ ທີ່ ສອດຄ່ອງກັບກົດ ເກນຂອງຕະ ຫຼາດ ແລະ ການສົ່ງເສີມພັດທະນາຄວາມເຂັ້ມແຂງຂອງວິສາຫະກິດ ແລະ ຜູ້ປະກອບການຢູ່ພາຍໃນ. ໝາຍຄວາມວ່າໄດ້ເນັ້ນເຖິງການສົ່ງເສີມພັດທະນາ ບັນດາທ່າແຮງຕົ້ນຕໍ ໃຫ້ເປັນຂະແໜງເສດຖະກິດປາຍແຫຼມ ແລະ ສົ່ງເສີມພັດທະນາວິສາຫະກິດ ພາຍໃນໃຫ້ເຂັ້ມແຂງ ເຊິ່ງຖືເປັນປັດໄຈສໍາຄັນພື້ນຖານຂອງການສ້າງຖານ ແລະ ລະບອບເສດຖະກິດໃຫ້ເຂັ້ມແຂງ, ກ້າວເຖິງຄວາມເປັນເຈົ້າ, ການ ເຊື່ອມໂຍງ ແລະ ຖືຜົນປະໂຫຍດສູງສຸດຂອງການພັດທະນາ.
⑥ “ຍົກລະດັບຄຸນນະພາບຊີວິດຂອງປະຊາຊົນໃຫ້ສູງຂຶ້ນ” ດ້ານໜຶ່ງ ແມ່ນສູ້ຊົນແກ້ໄຂຄວາມທຸກຍາກຂອງປະຊາຊົນ ເພື່ອ “ບັນລຸເປົ້າໝາຍປະຊາຊົນມີກິນມີໃຊ້”, ປະຈຸບັນປະຊາຊົນເຮົາໂດຍລວມຍັງຢູ່ໃນສະພາບທຸກຍາກ, ຫຍຸ້ງຍາກໃນການດໍາລົງຊີວິດ, ຍັງບໍ່ທັນຮັບປະກັນດ້ານລາຍໄດ້ຕົວຈິງ, ດ້ານສຸຂະພາບພາລານະໄມກໍຄືເງື່ອນ ໄຂການເຂົ້າເຖິງການບໍລິການທາງສັງຄົມທີ່ຍັງຈຳກັດຫຼາຍ; ສະນັ້ນມີ ຄວາມຈໍາເປັນຕ້ອງສູ້ຊົນໃຫ້ບັນລຸເປົ້າໝາຍດັ່ງກ່າວ, ສ່ວນອີກດ້ານ ໜຶ່ງ ແມ່ນຍູ້ແຮງໃຫ້ປະຊາຊົນທີ່ມີເງື່ອນໄຂແລ້ວສືບຕໍ່ພັດທະນາຍົກ ລະດັບ, ສ້າງໃຫ້ມີລາຍຮັບ ແລະ ຊີວິດການເປັນຢູ່ໃຫ້ນັບມື້ສູງຂຶ້ນກວ່າເກົ່າ.
⑦ “ສືບຕໍ່ນໍາປະເທດຊາດພົ້ນຈາກສະຖານະພາບດ້ອຍພັດທະນາ ແລະ ກ້າວເດີນສູ່ຈຸດໝາຍສັງຄົມນິຍົມ” ຍັງແມ່ນໜ້າທີ່ ແລະ ຄາດ ໝາຍໃຫຍ່ສໍາຄັນຂອງພັກເຮົາ ທີ່ຕ້ອງໄດ້ສູ້ຊົນໃຫ້ມີຜົນສໍາເລັດ, ເຖິງວ່າ ຜ່ານມາຫຼາຍມາດຕະຖານໃນການຫຼຸດພົ້ນຈາກສະພາວະດ້ອຍພັດທະນາ ພວກເຮົາສາມາດບັນລຸໄດ້, ແຕ່ກໍຍັງຢູ່ໃນພາວະທີ່ບໍ່ທັນໜັກແໜ້ນ, ຍິ່ງກວ່ານັ້ນມາດຕະຖານທີ່ສາກົນກຳນົດອອກ ກໍມີ ການຍົກລະດັບ ເລື້ອຍໆ, ເຊິ່ງຖ້າບໍ່ສ້າງພື້ນຖານອັນໜັກແໜ້ນກໍມີຄວາມສ່ຽງກັບໄປ ຄືນສູ່ສະຖານະເກົ່າ. ອີກຢ່າງໜຶ່ງໃນ 3 ມາດ ຖານທີ່ສາກົນວາງໄວ້, ມາດຖານຄວາມບອກບາງທາງເສດຖະກິດແມ່ນຮອດປີ 2024 ຈິ່ງ ຈະຕີລາຄາວ່າບັນລຸໄດ້ຫຼືບໍ່, ແຕ່ໃນສະພາບຄວາມຫຍຸ້ງຍາກອັນໜັກໜ່ວງດ້ານເສດຖະກິດ – ການເງິນ ທີ່ພວກເຮົາປະເຊີນຢູ່ກໍບົ່ງບອກ ວ່າພວກເຮົາຍັງຕ້ອງໃຊ້ເວລາ ແລະ ຄວາມທຸ້ມເທຫຼາຍຢ່າງຈິ່ງຈະບັນລຸໄດ້ຕາມມາດຖານທີ່ກຳນົດ. ສ່ວນການ “ກ້າວເດີນສູ່ຈຸດໝາຍ ສັງຄົມນິຍົມ” ແມ່ນການຢືນຢັນອຸດົມການຂອງພັກຢ່າງສະເໝີຕົ້ນ ສະເໝີປາຍ, ຖືເປັນເປົ້າໝາຍອັນຍາວນານ ທີ່ຕ້ອງໄດ້ສືບຕໍ່ຢຶດໝັ້ນ ແລະ ສູ້ຊົນຕໍ່ໄປ.
( ຂໍ້ມູນຈາກ: ເອກະສານເຊື່ອມຊຶມ ແລະ ຜັນຂະຫຍາຍ ຄະນະໂຄສະນາອົບຮົມສູນກາງພັກ ປິ 2021)