ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງສື່ມວນຊົນ ແລະ ພິມຈຳໜ່າຍ ຄົບຮອບ 75 ປີ (13/8/1950-13/8/2025) ຕິດພັນກັບເຫດການພາຍຫຼັງທີ່ມີການໂອນເອົາ 5 ພາກສ່ວນວຽກງານຖະແຫຼງຂ່າວ ຈາກກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ໃນໄລຍະເມື່ອບໍ່ດົນຜ່ານມານີ້ ເຊິ່ງ 1 ໃນ 5 ພາກສ່ວນນັ້ນ ກໍຄືກົມສື່ມວນຊົນ ທີ່ເຮັດບົດບາດຄຸ້ມຄອງສື່ປະເພດຕ່າງໆ ທັງສື່ແບບເກົ່າ ແລະ ສື່ແບບໃໝ່ ເຊິ່ງກົມສື່ມວນຊົນ ມີພາລະບົດບາດ ໜ້າທີ່ ໃນການຄຸ້ມຄອງ ແລະ ບໍລິການສື່ມວນຊົນ ກໍຄືການຄຸ້ມຄອງຜະລິດຕະພັນສື່ມວນຊົນ ແລະ ພັດທະນາເຕັກໂນໂລຊີຖະແຫຼງຂ່າວ ແລະ ສື່ມວນຊົນ ລວມທັງຂໍ້ມູນ-ຂ່າວສານ, ອິນເຕີເນັດ ແລະ ດາວທຽມ.
ສື່ສັງຄົມອອນລາຍ ແມ່ນສື່ແບບໃໝ່ ໝາຍເຖິງການສື່ສານ ຜ່ານລະບົບເຄືອຂ່າຍອິນເຕີເນັດ ເພື່ອເຜີຍແຜ່ຂໍ້ມູນ-ຂ່າວສານ ສູ່ສາທາລະນະ ດ້ວຍການນໍາໃຊ້ວັດຖຸອຸປະກອນຄອມພິວເຕີ, ໂທລະສັບມືຖື ແລະ ອຸປະກອນສື່ສານອື່ນໆ ເຊິ່ງປັດຈຸບັນ ສື່ສັງຄົມມີບົດບາດສໍາຄັນໃນການສະໜອງຂໍ້ມູນ-ຂ່າວສານ, ການໂຄສະນາ ແລະ ສ້າງຄຸນຄ່າ ໃຫ້ບັນດາອົງການຂ່າວສື່ມວນຊົນ ແລະ ນັກຂ່າວ; ມວນຊົນ, ບຸກຄົນທົ່ວໄປ ລວມທັງນັກຂ່າວເອງ ກໍໄດ້ໃຊ້ເວລາ ຢູ່ກັບສື່ສັງຄົມອອນລາຍນັບມື້ຫຼາຍຂຶ້ນ. ປັດຈຸບັນ ມີຫຼາຍຮູບແບບ ຫຼື ຫຼາຍຊ່ອງທາງ ໃນການເຜີຍແຜ່ຂໍ້ມູນ-ຂ່າວສານ ເຊິ່ງມີບົດບາດ ແລະ ອິດທິພົນສູງ ໃນການແຜ່ກະຈາຍຂໍ້ມູນ-ຂ່າວສານໄດ້ຢ່າງວ່ອງໄວ, ກວ້າງຂວາງ ແລະ ສົ່ງຜົນກະທົບໄວ ຕໍ່ການເຄື່ອນໄຫວໃນສັງຄົມ ຜ່ານສື່ສັງຄົມອອນລາຍ ເຊັ່ນ: ເວັບໄຊ (Website), ເຟສບຸ໋ກ (Facebook), ຢູທູບ (YouTube), ຕິກຕ໋ອກ (Tiktck), ວ໋ອດແອັບ (Whatsapp), ລາຍນ໌ (Line) ແລະ ອື່ນໆ.
ອີງຕາມສະຖິຕິຜົນການສໍາຫຼວດຮອດເດືອນມັງກອນ ປີ 2025 ສປປ ລາວ ຈາກກະຊວງເຕັກໂນໂລຊີ ແລະ ການສື່ສານ, ເວບໄຊສູນສະກັດກັ້ນ ແລະ ແກ້ໄຂເຫດສຸກເສີນທາງຄອມພິວເຕີ https://laocert.gov.la. ໃຫ້ຮູ້ວ່າ: “ມີພົນລະເມືອງປະມານ 7,580,000 ກວ່າຄົນ, ແຕ່ມີການເປີດນຳໃຊ້ຊີມໂທລະສັບມືຖືສູງເຖິງ 7,000,000 ກວ່າບັນຊີ ກວມອັດຕາສ່ວນ 90% ຂອງພົນລະເມືອງ; ມີຜູ້ນຳໃຊ້ອິນເຕີເນັດ 4,970,000 ກວ່າຄົນ ເຊິ່ງຄິດເປັນ 63.6% ຂອງພົນລະເມືອງ; ມີຜູ້ໃຊ້ສື່ສັງຄົມອອນລາຍປະມານ 4,250,000 ກວ່າຄົນ ເຊິ່ງຄິດເປັນ 54.3% ຂອງພົນລະເມືອງລາວທົ່ວປະເທດ, ໃນນັ້ນ ຜູ້ໃຊ້ສ່ວນໃຫຍ່ເຂົ້າເຖິງ ຜ່ານອຸປະກອນມືຖື 89.88%; ຄອມພິວເຕີ 25.15%; ໄອແພັດ, ອຸປະກອນເຊື່ອມຕໍ່ອື່ນໆ 1.50%. ມີຜູ້ໃຊ້ ເຟສບຸ໋ກ (Facebook) 4,636,000 ກວ່າຄົນ ກວມ 60% ຂອງພົນລະເມືອງທັງໝົດ, ເມຊເຊັນເຈີ (Messenger) 4,299,800 ຄົນ ກວມ 55.6% ຂອງພົນລະເມືອງທັງໝົດ, ອິນສະຕາແກຣມ (Instagram) 584,200 ຄົນ ກວມ 7.6% ຂອງພົນລະເມືອງທັງໝົດ, ລາຍນ໌ (Line) 178,100 ຄົນ ກວມ 2.3% ຂອງພົນລະເມືອງທັງໝົດ; ກຸ່ມອາຍຸທີ່ໃຊ້ສື່ສັງຄົມຫຼາຍທີ່ສຸດ ແມ່ນອາຍຸລະຫວ່າງ 18-24 ປີ, ຖັດມາແມ່ນກຸ່ມອາຍຸ 25-34 ປີ”.
ເພື່ອໃຫ້ການເຜີຍແຜ່ ຂໍ້ມູນ-ຂ່າວສານ ວ່ອງໄວ ແລະ ເຂົ້າເຖິງທົ່ວສັງຄົມ ສື່ມວນຊົນ ຈະຕ້ອງໄດ້ພັດທະນາຕົນເອງ ໃຫ້ສາມມາດຕອບສະໜອງ ຂໍ້ມູນ-ຂ່າວສານ ໃຫ້ສັງຄົມ ດ້ວຍການປັບປຸງເຄື່ອງມື ແລະ ອຸປະກອນຕ່າງໆ ໃຫ້ມີຄວາມທັນສະໄໝ ໂດຍສະເພາະແມ່ນນຳໃຊ້ສື່ສັງຄົມອອນລາຍ ໃນການເຜີຍແຜ່ ຂໍ້ມູນ-ຂ່າວສານ ເຊິ່ງສະແດງອອກຄື: ບັນດາສຳນັກຂ່າວຕ່າງໆ ທັງສື່ສິ່ງພິມ, ໂທລະພາບ, ວິທະຍຸ ແລະ ອື່ນໆ ນອກຈາກເຜີຍແຜ່ ຂໍ້ມູນ-ຂ່າວສານ ແບບດັ້ງເດີມແລ້ວ ຕ້ອງໄດ້ເພີ່ມຊ່ອງທາງການເຜີຍແຜ່ ທາງເວັບໄຊ, ເຟສບຸ໋ກ, ຢູທູບ…ໃນນັ້ນ ມີເຟສບຸ໋ກ ຂອງສຳນັກຂ່າວສານປະເທດລາວ (Patedlao ປະເທລາວ) ປັດຈຸບັນມີຜູ້ຕິດຕາມຫລາຍກວ່າ 300,000 ຄົນ; ໂທລະພາບແຫ່ງຊາດ ແມ່ນ Laonatoinal TV ມີຜູ້ຕິດຕາມ 400,000 ກວ່າຄົນ , ວິທະຍຸແຫ່ງຊາດລາວ ແມ່ນ laonatoinal Radio ມີຜູ້ຕິດຕາມ 100,000 ກວ່າຄົນ… ນອກນີ້, ອົງການສື່ມວນຊົນຢູ່ບັນດາແຂວງ, ກະຊວງ ແລະ ອົງການຈັດຕັ້ງຕ່າງໆ ກໍມີການເຜີຍແຜ່ ຂໍ້ມູນ-ຂ່າວສານ ຂອງຕົນຜ່ານສື່ສັງຄົມອອນລາຍຕ່າງໆ ເຊິ່ງ “ປັດຈຸບັນ ມີອົງການທີ່ລົງທະບຽນໜ້າຂ່າວອອນລາຍ ທີ່ຖືກຕ້ອງຕາມລະບຽບກົດໝາຍແລ້ວທັງໝົດ 170 ກວ່າໜ້າຂ່າວ” (ອ້າງອີງຈາກບົດສະຫຼຸບຜົນງານພົ້ນເດັ່ນວຽກງານສື່ມວນຊົນ ປະຈໍາປີ 2024 ແລະ ທິດທາງແຜນການ 2025 ກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ).
ປັດຈຸບັນ, ສື່ມວນຊົນ ໄດ້ນໍາໃຊ້ສື່ສັງຄົມອອນລາຍ ເປັນພາຫະນະ ແລະ ເຄື່ອງມືຊ່ວຍວຽກໃນການເຜີຍແຜ່ ຂໍ້ມູນ-ຂ່າວສານ ໃຫ້ແກ່ສັງຄົມໄດ້ຮັບຮູ້ ແລະ ເຂົ້າໃຈແນວທາງນະໂຍບາຍຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມຂອງລັດ, ເປັນຕົ້ນແມ່ນ: ໂຄສະນາການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 05 ປີ ຄັ້ງທີ IX, ວຽກງານຈຸດສຸມ ຂອງລັດຖະບານ ໃນນັ້ນການຈັດຕັ້ງປະຕິບັດວຽກງານ 2 ວາລະແຫ່ງຊາດ ກໍຄືການແກ້ໄຂບັນຫາຢາເສບຕິດ ແລະ ການແກ້ໄຂບັນຫາຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ, ວຽກງານສະພາແຫ່ງຊາດ, ວຽກງານກໍ່ສ້າງຮາກຖານການເມືອງ, ວຽກງານການເມືອງ-ແນວຄິດ, ການພັດທະນາຊົນນະບົດຮອບດ້ານ ແລະ ການແກ້ໄຂບັນຫາຫຍໍ້ທໍ້ ໃນສັງຄົມ. ສື່ມວນຊົນ ຍັງໃຊ້ສື່ສັງຄົມອອນລາຍ ເປັນບ່ອນສື່ສານກັບມວນຊົນ ຜ່ານການວິເຄາະ-ວິຈານ ເພື່ອສະແດງໃຫ້ເຫັນເຖິງຄວາມຮັບຜິດຊອບຕໍ່ສັງຄົມ ຕໍ່ກັບບັນຫາທີ່ສ້າງຄວາມແຕກຕື່ນ ຖົກຖຽງກັນ ຢູ່ໃນສັງຄົມ ແລະ ອື່ນໆ.
ຖ້າທຽບໃສ່ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນສະພາບການໃໝ່, ບົດບາດຂອງກົມສື່ມວນຊົນ ໃນການຄຸ້ມຄອງສື່ສັງຄົມອອນລາຍ ກໍຍັງມີບາງຂໍ້ຄົງຄ້າງທີ່ຈະຕ້ອງໄດ້ປັບປຸງແກ້ໄຂ, ເປັນຕົ້ນແມ່ນ: ການນໍາພາ-ຊີ້ນໍາ ແລະ ການຄຸ້ມຄອງວຽກງານສື່ມວນຊົນ ໃນການນຳໃຊ້ສື່ສັງຄົມອອນລາຍ ຍັງມີບາງດ້ານບໍ່ທັນເລິກເຊິ່ງເຖິງຖອງ, ບໍ່ທັນຕອບສະໜອງໄດ້ກັບຄວາມຮຽກຮ້ອງ ຂອງໜ້າທີ່ການເມືອງໃນໄລຍະໃໝ່; ທາງດ້ານເນື້ອໃນ, ຮູບການ, ວິທີການ ແລະ ຄຸນນະພາບ ຂອງຜະລິດຕະພັນສື່ມວນຊົນບາງຄັ້ງຍັງບໍ່ທັນຄົມແຫຼມ, ບໍ່ທັນມີເນື້ອໃນທາງດ້ານການເມືອງ-ແນວຄິດ ແລະ ທິດສະດີອັນເລິກເຊິ່ງ, ບໍ່ມີລັກສະນະຕົວຈິງ, ລັກສະນະຕໍ່ສູ້, ລັກສະນະສຶກສາອົບຮົມ, ລັກສະນະຈັດຕັ້ງຊີ້ນໍາມະຫາຊົນ; ຄວາມສາມາດ ໃນການຄຸ້ມຄອງການນໍາໃຊ້ສື່ສັງຄົມອອນລາຍຍັງຈໍາກັດ ຈຶ່ງເປັນຊ່ອງວ່າງໃຫ້ບັນດາອິດທິກຳລັງປໍລະປັກ ແລະ ກຸ່ມຄົນບໍ່ດີ ນໍາໃຊ້ໂຄສະນາທັບຖົມໂຈມຕີ, ໃສ່ຮ້າຍປ້າຍສີແນວທາງນະໂຍບາຍຂອງພັກ-ລັດເຮົາ ເພື່ອສ້າງຄວາມສັບສົນໃນສັງຄົມ, ການເຄື່ອນໄຫວຕອບໂຕ້-ຕ້ານຂໍ້ມູນທີ່ບິດເບືອນໃສ່ຮ້າຍປ້າຍສີ ຂອງກຸ່ມຄົນບໍ່ດີ ຜ່ານສື່ສັງຄົມອອນລາຍຍັງມີໜ້ອຍ ແລະ ບໍ່ທັນການ; ການຄົ້ນຄວ້ານິຕິກຳ ແລະ ນະໂຍບາຍຕ່າງໆ ອັນເໝາະສົມຕໍ່ສື່ມວນຊົນ ໃນເງື່ອນໄຂຫັນໄປສູ່ກົນໄກເສດຖະກິດຕະຫຼາດ ຍັງບໍ່ທັນສອດຄ່ອງກັບສະພາບການຕົວຈິງ; ງົບປະມານການລົງທຶນເຂົ້າໃນວຽກງານສື່ມວນຊົນຍັງຈໍາກັດ; ການກໍ່ສ້າງບຸກຄະລາກອນ ກໍບໍ່ທັນໜັກແໜ້ນດ້ານວິຊາສະເພາະ, ບໍ່ທັນກຳແໜ້ນແນວທາງແຜນນະໂຍບາຍຂອງພັກ ແລະ ກົດໝາຍຂອງລັດ; ດ້ານວັດຖຸອຸປະກອນຮັບໃຊ້ວຽກງານສື່ມວນຊົນ ກໍບໍ່ທັນຄົບຊຸດ ແລະ ທັນສະໄໝ, ບາງອົງການສື່ທີ່ມີວັດຖຸອຸປະກອນຄົບຊຸດທັນສະໄໝ ແຕ່ກໍຍັງບໍ່ທັນນໍາໃຊ້ໃຫ້ໄດ້ຮັບປະສິດທິພາບ ແລະ ປະສິດທິຜົນເທົ່າທີ່ຄວນ. ປັດຈຸບັນ, ໂລກໄດ້ມີການປ່ຽນແປງຢ່າງຮອບດ້ານ ເຊິ່ງລວມມີທັງດ້ານດີ ແລະ ດ້ານຫຍໍ້ທໍ້, ລະບົບເຕັກໂນໂລຊີ ແລະ ນະວັດຕະກໍາດ້ານການສື່ສານ ໄດ້ມີການພັດທະນາຢ່າງວ່ອງໄວ ແລະ ເຊື່ອມໂຍງຂໍ້ມູນຂ່າວສານຢ່າງກວ້າງຂວາງ ພ້ອມກັບການນໍາເອົາລະບົບປັນຍາປະດິດ (AI) ເຂົ້າມານໍາໃຊ້ໃນຊີວິດປະຈໍາວັນ; ບັນຫາສະພາບເສດຖະກິດຍັງພົບຄວາມຫຍຸ້ງຍາກ ໄດ້ເຮັດໃຫ້ການສ້າງລາຍຮັບວິຊາການ ຂອງອົງການສື່ມວນຊົນແບບດັ້ງເດີມ ແມ່ນມີທ່າອ່ຽງຫຼຸດລົງເລື້ອຍໆ. ນອກນັ້ນ, ສັງຄົມກໍຫັນໄປບໍລິໂພກຂໍ້ມູນ-ຂ່າວສານ ແລະ ໃຊ້ການບໍລິການໂຄສະນາ ຢູ່ສື່ອອນລາຍ; ບຸກຄະລາກອນຜູ້ມີຄວາມຮູ້ ຄວາມສາມາດ ແລະ ຄວາມເປັນຊ່ຽວຊານໃນການຂີດຂຽນເນື້ອໃນບົດວິເຄາະ, ວິໄຈຍັງມີຈໍານວນໜ້ອຍ; ໂຄ່ງລ່າງພື້ນຖານ, ວັດຖຸ-ເຕັກນິກໃນຂົງເຂດວຽກງານສື່ມວນຊົນຍັງບໍ່ທັນເປັນລະບົບຄົບຊຸດ ແລະ ທັນສະໄໝ, ອຸປະກອນເຕັກນິກບາງດ້ານຍັງເກົ່າ ແລະ ເປ່ເພບໍ່ສາມາດເຊື່ອມຕໍ່ ກັບລະບົບໃໝ່; ການນໍາພາແນວຄິດ-ຫາງສຽງສັງຄົມ ແລະ ເນື້ອໃນໂຄສະນາບາງດ້ານ ຍັງບໍ່ທັນເລິກເຊິ່ງ, ແຫຼມຄົມ ແລະ ບໍ່ທັນຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການ ຂອງສັງຄົມ ກໍຄືບັນຫາທີ່ສັງຄົມສົນໃຈ ແລະ ຂ້ອງໃຈໄດ້ທັນເວລາ, ເນື່ອງຈາກບາງຂະແໜງການກ່ຽວຂ້ອງຍັງຖືເບົາບັນຫາ, ຂາດຄວາມເອົາໃຈໃສ່ ຕໍ່ກັບວຽກງານໂຄສະນາຜ່ານສື່ມວນຊົນ ແລະ ບໍ່ທັນໃຫ້ການຮ່ວມມືກັບສື່ມວນຊົນ ໃນການຊີ້ແຈງບັນຫາທີ່ເກີດຂຶ້ນ ເທົ່າທີ່ຄວນ; ການຄຸ້ມຄອງສື່ແບບໃໝ່ໃຫ້ເຂົ້າສູ່ລະບຽບກົດໝາຍ ຍັງພົບຂໍ້ຫຍຸ້ງຍາກ ເຊິ່ງຍັງບໍ່ສາມາດຕິດຕາມ, ກວດກາເນື້ອໃນໄດ້ຢ່າງທົ່ວເຖິງ.
ເພື່ອສືບຕໍ່ຍົກສູງຄຸນນະພາບ ແລະ ບົດບາດ ໃນການຄຸ້ມຄອງສື່ສັງຄົມອອນລາຍໃຫ້ມີການຫັນປ່ຽນທີ່ແຂງແຮງ ແລະ ເລິກເຊິ່ງ, ກ່ອນອື່ນໝົດ ຄວນເອົາໃຈໃສ່ບາງວຽກງານ ດັ່ງຕໍ່ໄປນີ້:
1.ເພີ່ມທະວີຄວາມຮັບຜິດຊອບຂອງຄະນະພັກ, ຄະນະບັນນາທິການ, ອຳນວຍການຂອງອົງການສື່ມວນຊົນທຸກຂັ້ນ ໃນການນຳພາ-ຄຸ້ມຄອງ, ພັດທະນາສື່ມວນຊົນ ຕິດພັນກັບການເຄື່ອນໄຫວວຽກງານການເມືອງ-ແນວຄິດ;
2.ປັບປຸງກົງຈັກທີ່ເຮັດວຽກງານຊີ້ນໍາ-ຄຸ້ມຄອງອົງການສື່ມວນຊົນ ໃຫ້ມີຄວາມສາມາດໃນການຊີ້ນໍາ ແລະ ອໍານວຍຄວບຄຸມວຽກງານສື່ມວນຊົນໄດ້ຢ່າງຄ່ອງຕົວ ເພື່ອຮັບປະກັນການນໍາພາອັນໜັກແໜ້ນຂອງພັກ ແລະ ການຄຸ້ມຄອງຂອງລັດຕໍ່ສື່ມວນຊົນ, ຮັບປະກັນໄດ້ 4 ລັກສະນະຂອງສື່ມວນຊົນ (ຕົວຈິງ, ສຶກສາອົບຮົມ, ແນະນຳ ແລະ ລັກສະນະຕໍ່ສູ້)
3.ຍົກສູງຄວາມຮັບຜິດຊອບໃນການລົງເລິກຄົ້ນຄວ້າ, ສັງລວມບັນດາບົດຮຽນ ແລະ ໝູນໃຊ້ຢ່າງປະດິດສ້າງ, ສະດຸ້ງໄວໃນການກໍາກາລະໂອກາດ, ຜ່ານຜ່າຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍ, ສ້າງການຫັນປ່ຽນໃໝ່ດ້ານເນື້ອໃນ, ຮູບການ ແລະ ວິທີການເຮັດວຽກງານ ເພື່ອຍົກສູງຄຸນນະພາບ, ມີເນື້ອໃນທີ່ຄົມແຫຼມ, ທັນສະໄໝ ແລະ ໄປຖືກທິດ ໂດຍຜ່ານສື່ສັງຄົມອອນລາຍ;
4.ສ້າງ ແລະ ປັບປຸງນິຕິກຳໃນຂົງເຂດສື່ມວນຊົນ ຕິດພັຍກັບການນໍາໃຊ້ສື່ສັງຄົມອອນລາຍ ໃຫ້ມີເນື້ອໃນຄົບຖ້ວນ, ຈະແຈ້ງ, ຮັດກຸມດີຂຶ້ນກວ່າເກົ່າ ເພື່ອກາຍເປັນບ່ອນອີງສຳຄັນໃນການເຄື່ອນໄຫວຂອງສື່ມວນຊົນ; ປັບປຸງລະບອບ-ລະບຽບການຄຸ້ມຄອງ, ກົນໄກການປະສານງານ ລະຫວ່າງອົງການສື່ມວນຊົນກັບພາກສ່ວນອື່ນໆ ແລະ ອົງການສື່ມວນຊົນດ້ວຍກັນໃຫ້ມີຄວາມກົມກຽວ, ຄ່ອງຕົວ ແລະ ໄປລວງດຽວກັນໃນການຈັດຕັ້ງປະຕິບັດ;
5.ເອົາໃຈໃສ່ບໍາລຸງ-ກໍ່ສ້າງບຸກຄະລາກອນສື່ມວນຊົນ ໃນການນໍາໃຊ້ສື່ສັງຄົມອອນລາຍ ທັງທາງດ້ານປະລິມານ ແລະ ຄຸນນະພາບ ກໍຄືການສ້າງໃຫ້ໄດ້ຄົນເກັ່ງດ້ານວິຊາສະເພາະ, ມີລະດັບທິດສະດີການເມືອງ ແລະ ຄຸນສົມບັດສິນທໍາປະຕິວັດ; ຂຶ້ນແຜນພັດທະນາວຽກງານສື່ມວນຊົນ ດ້ວຍການຈັດແບ່ງວຽກງານ, ຈັດວາງໜ້າທີ່-ບຸກຄະລາກອນ ແລະ ການບັນຊາທຸກຂອດວຽກງານສື່ມວນຊົນໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງກວ່າເກົ່າ.
6.ສ້າງ ແລະ ປັບປຸງນິຕິກໍາ, ກົນໄກ, ລະບຽບການໃນວຽກງານໂຄສະນາໃຫ້ສອດຄ່ອງ ກັບສະພາບຕົວຈິງ ກໍຄືການປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ; ປັບປຸງການຈັດຕັ້ງ, ແບບແຜນວິທີນໍາພາ, ຄຸ້ມຄອງວຽກງານຖະແຫຼງຂ່າວ ແລະ ສື່ມວນຊົນໃຫ້ມີການຈັດຕັ້ງທີ່ເຂັ້ມແຂງ, ໜັກແໜ້ນ, ປອດໄສ ເພື່ອກ້າວເຂົ້າສູ່ຄຸນນະພາບໃໝ່ໃນຍຸກ 4.0; ສ້າງກົນໄກ, ປະສານງານ ກັບບັນດາອົງການ, ຂະແໜງການ ໃຫ້ມີຄວາມສະດວກ ແລະ ວ່ອງໄວ ໃນການຕອບໂຕ້ຊີ້ແຈງບັນຫາຂ່າວເທິງໂລກໂຊຊຽວ ທີ່ບິດເບືອນຄວາມຈິງ ຢ່າງເປັນລະບົບຕໍ່ເນື່ອງ.
7.ເອົາໃຈໃສ່ປັບປຸງ ແລະ ກໍ່ສ້າງພື້ນຖານໂຄງລ່າງ, ວັດຖຸ-ເຕັກນິກສື່ມວນຊົນໃຫ້ມີຄວາມເຂັ້ມແຂງ, ມີຄຸນນະພາບ ແລະ ທັນສະໄໝ ດ້ວຍການຈັດສັນງົບປະມານເຂົ້າໃສ່ການພັດທະນາວຽກງານສື່ມວນຊົນໃຫ້ຫຼາຍກວ່າເກົ່າ; ດັ່ງຕອນໜຶ່ງ ໃນບົດຄໍາເຫັນຊີ້ນໍາ ຕໍ່ກອງປະຊຸມວຽກງານການເມືອງ-ແນວຄິດ ທົ່ວປະເທດ ຄັ້ງທີ V (ປີ 2022) ຂອງທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ເວ່າ: “ເຖິງເວລາແລ້ວ ທີ່ພວກເຮົາຕ້ອງໄດ້ເອົາໃຈໃສ່ຍົກລະດັບຄວາມສາມາດໃຫ້ແກ່ພາຫະນະສື່ມວນຊົນໃຫ້ດີກວ່າເກົ່າ; ຫັນໄປສູ່ທັນສະໄໝ, ນໍາໃຊ້ຄວາມກ້າວໜ້າທາງວິທະຍາສາດ, ເຕັກໂນໂລຊີທີ່ທັນສະໄໝເຂົ້າໃນວຽກນີ້ຢ່າງຈິງຈັງ, ທັນການ ແລະ ມີຈຸດສຸມ”.