ລັດຖະທຳມະນູນ ແຫ່ງ ສປປ ລາວ ແມ່ນກົດຫມາຍພື້ນຖານຂອງຊາດ ທີ່ຫັນເອົາແນວທາງປ່ຽນແປງໃຫມ່ຢ່າງຮອບດ້ານທີ່ມີຫລັກການຂອງພັກ ມາເປັນເນື້ອໃນພື້ນຖານ ເຊິ່ງໄດ້ກຳນົດແຈ້ງລະບອບການເມືອງ, ລະບອບເສດຖະກິດ-ສັງຄົມ, ກົງຈັກການຈັດຕັ້ງລັດປະຊາທິປະໄຕປະຊາຊົນ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ສິດ ແລະ ພັນທະຂອງພົນລະເມືອງ, ພາສາ, ຕົວອັກສອນ, ເຄື່ອງຫມາຍຊາດ, ເພງຊາດ, ສະກຸນເງິນ ແລະ ນະຄອນຫລວງປະເທດ.
ຕະຫຼອດໄລຍະເກືອບ 50 ປີ ແຫ່ງການບູລະນະ ແລະ ສ້າງສາພັດທະນາປະເທດຊາດ ນັບແຕ່ປະເທດຊາດໄດ້ຮັບການປົດປ່ອຍ ພາຍໃຕ້ການນຳພາອັນສະຫຼາດສ່ອງໄສ ປີຊາສາມາດຂອງພັກປະຊາຊົນປະຕິວັດລາວ ອັນໄດ້ໄຂສັງກາດໃໝ່ ໃນການພັດທະນາບັນດາພື້ນຖານໂຄງລ່າງ ທາງດ້ານການຈັດຕັ້ງຂອງ ສປປ ລາວ ນັບແຕ່ສູນກາງລົງຮອດທ້ອງຖິ່ນ ໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ, ພື້ນຖານທາງດ້ານເສດຖະກິດ ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ສັງຄົມ ມີຄວາມເປັນລະບຽບຮຽບຮ້ອຍ ອັນໄດ້ເຮັດໃຫ້ຊີວິດການເປັນຢູ່ ຂອງປະຊາຊົນລາວບັນດາເຜົ່ານັບມື້ດີຂຶ້ນເທື່ອລະກ້າວ. ຄຽງຄູ່ກັບການດໍາເນີນແນວທາງການປ່ຽນແປງໃໝ່ຢ່າງຮອບດ້ານ ທີ່ມີຫຼັກການຂອງພັກນັ້ນ ໃນປີ1986 ກອງປະຊຸມໃຫຍ່ຄັ້ງທີ IV ຂອງພັກ ໄດ້ກຳນົດ ແລະ ວາງແນວທາງ ການປ່ຽນແປງໃໝ່ ທາງດ້ານການເມືອງ, ການຄຸ້ມຄອງເສດຖະກິດ-ສັງຄົມ ດ້ວຍມະຕິ, ຄຳສັ່ງໃນເມື່ອກ່ອນ ມາເປັນການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ ດ້ວຍລັດຖະທຳມະນູນ ແລະ ກົດໝາຍ ເທື່ອລະກ້າວ ແນໃສ່ສ້າງ ສປປ ລາວ ໃຫ້ເປັນລັດແຫ່ງກົດໝາຍ. ສະນັ້ນ, ການພັດທະນາກົດໝາຍ ໃຫ້ເປັນລະບົບແນໃສ່ ເພື່ອດັດປັບສາຍພົວພັນສັງຄົມ ໃນສະພາບປັດຈຸບັນ ເຊິ່ງເອີ້ນກັນວ່າ: “ຍຸກໂລກາພິວັດ” ທີ່ມີທັງການແກ່ງແຍ້ງແຂ່ງຂັນກັນສູງນີ້ ມັນຍິ່ງມີຄວາມຈຳເປັນຕ້ອງໄດ້ມີການສ້າງ ແລະ ພັດທະນາກົດໝາຍ ໃຫ້ສອດຄ່ອງກັບຍຸກສະໄໝ ເພື່ອສ້າງຄວາມໝັ້ນຄົງໃຫ້ແກ່ການຄຸ້ມຄອງສັງຄົມ, ສ້າງຄວາມເຊື່ອໝັ້ນໃຫ້ແກ່ການພົວພັນຮ່ວມມື ກັບພາກພື້ນ, ສາກົນ, ດຶງດູດນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາລົງທຶນໃສ່ທຸກຂະແໜງການຜະລິດທຸລະກິດ ໃນ ສປປ ລາວ ໃຫ້ນັບມື້ກວ້າງຂວາງ. ນັບແຕ່ ລັດຖະທຳມະນູນ ແຫ່ງ ສປປ ລາວ ສະບັບທໍາອິດ ໄດ້ຖືກຮັບຮອງເອົາໃນກອງປະຊຸມເທື່ອທີ 6 ຂອງສະພາປະຊາຊົນສູງສຸດ ຊຸດທີ II ປີ 1991 ແລະ ໄດ້ປະກາດໃຊ້ຢ່າງເປັນທາງການ ໃນວັນທີ 15 ສິງຫາ 1991 ເປັນຕົ້ນມາ, ຂະບວນການສ້າງກົດໝາຍຂະແໜງຕ່າງໆ ໄດ້ມີບົດບາດທີ່ພົ້ນເດັ່ນຢູ່ໃນສັງຄົມ ແລະ ກາຍເປັນເຄື່ອງມືອັນສຳຄັນໃຫ້ແກ່ພະນັກງານທີ່ເຮັດໜ້າທີ່ປົກປ້ອງກົດໝາຍ ທັງເປັນບ່ອນອີງພື້ນຖານ ໃຫ້ທຸກຂົງເຂດວຽກງານ ແລະ ເປັນສິ່ງຢັ້ງຢືນຕໍ່ສາກົນວ່າ: ພວກເຮົາໄດ້ມີການຫັນປ່ຽນຈາກການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ ດ້ວຍມະຕິ, ຄຳສັ່ງມາຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ ດ້ວຍລັດຖະທຳມະນູນ ແລະ ກົດໝາຍ ເຊິ່ງການຫັນປ່ຽນນີ້ ແມ່ນມີລັກສະນະວິທະຍາສາດ ທັງສອດຄ່ອງກັບກົດເກນຂອງລະບົບການປົກຄອງ ໃນລະບອບປະຊາທິປະໄຕປະຊາຊົນ ຂອງປະເທດເຮົາ.
ຜ່ານການຈັດຕັ້ງປະຕິບັດຕົວຈິງໄລຍະ 10 ກວ່າປີທໍາອິດ ເຫັນວ່າມີບາງມາດຕາ, ບາງຂໍ້ຄວາມຕ້ອງໄດ້ປັບປຸງໃຫ້ສອດຄ່ອງກັບສະພາບຄວາມເປັນຈິງຂອງປະເທດ ແລະ ສາກົນ ຈົນມາຮອດປີ 2003, ກອງປະຊຸມເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ V ຈຶ່ງໄດ້ຮັບຮອງເອົາການປັບປຸງລັດຖະທຳມະນູນສະບັບດັ່ງກ່າວໃຫ້ຄົບຖ້ວນ ແລະ ສົມບູນກ່ວາເກົ່າ. ພາຍຫຼັງທີ່ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VII ໄດ້ຄົ້ນຄວ້າພິຈາລະນາຢ່າງກວ້າງຂວາງ ແລະ ເລີກເຊິ່ງ ກ່ຽວກັບເນື້ອໃນການປັບປຸງລັດຖະທຳມະນູນ ສະບັບປັບປຸງ ປີ 2015 ໃນວາລະກອງປະຊຸມຕອນບ່າຍ ຂອງວັນທີ 8 ທັນວາ ປີ 2015, ການປັບປຸງລັດຖະທໍາມະນູນສະບັບ ປີ 2015 ແນໃສ່ປັບປຸງລະບົບອໍານາດແຫ່ງລັດ ໃຫ້ມີປະສິດທິພາບສູງ, ສ້າງບາດລ້ຽວໃໝ່ ໃຫ້ແກ່ການປົກປັກຮັກສາ ແລະ ສ້າງສາປະເທດຊາດ, ການເຊື່ອມໂຍງເສດຖະກິດກັບພາກພື້ນ ແລະ ສາກົນ ໃນໄລຍະໃໝ່. ວັນທີ 22 ມີນາ 2025, ທ່ານ ທອງລຸນ ສີສຸລິດ ປະທານເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ອອກລັດຖະດຳລັດ ສະບັບເລກທີ 037/ປປທ, ລົງວັນທີ 22 ມີນາ 2025 ປະກາດໃຊ້ລັດຖະທໍາມະນູນ ສະບັບປີ 2025 ຢ່າງເປັນທາງການ. ການປັບປຸງລັດຖະທໍາມະນູນ ໃນຄັ້ງນີ້, ເປັນຄັ້ງທີ 3 ເຊິ່ງໄດ້ປັບປຸງ, ຕັດອອກ, ຕື່ມໃສ່ ຈັດລຽງບາງຄຳສັບ, ບາງເນື້ອໃນໃຫ້ຖືກຕ້ອງ, ສອດຄ່ອງ, ຮັດກຸມ ແລະ ເໜາະສົມ ຢູ່ ບາງໝວດ, ບາງມາດຕາ. ທັງນີ້, ກໍເພື່ອແກ້ໄຂຈຸດອ່ອນ, ຂໍ້ຄົງຄ້າງ ໃນການຈັດຕັ້ງປະຕິບັດ ລັດຖະທຳມະນູນ ແນໃສ່ປັບປຸງລະບົບອຳນາດແຫ່ງລັດ ໃຫ້ມີປະສິດທິພາບສູງ, ສ້າງບາດລ້ຽວໃໝ່ ໃຫ້ແກ່ການປົກປັກຮັກສາ ແລະ ສ້າງສາປະເທດຊາດ, ການເຊື່ອມໂຍງເສດຖະກິດກັບພາກພື້ນ ແລະ ສາກົນ, ທັງແນໃສ່ສ້າງພື້ນຖານ ທາງດ້ານກົດໝາຍ ກໍຄື ນິຕິກໍາທີ່ຈະວາງອອກໃນຕໍ່ໜ້າ ໃຫ້ຮັບປະກັນແນວທາງການເມືອງຂອງພັກ, ການຄຸ້ມຄອງ-ບໍລິຫານລັດໃນໄລຍະໃໝ່ ເພື່ອຮັບປະກັນ ຫລື ຮອງຮັບແນວທາງການ ເມືອງຂອງພັກ ແລະ ແນວທາງການຈັດຕັ້ງ, ການຄຸ້ມຄອງ-ບໍລິຫານລັດ ໃນໄລຍະໃໝ່ ກໍຄື ແນວທາງປ່ຽນແປງໃໝ່ໃນຊຸມປີຕໍ່ໜ້າ.
ຜ່ານການຈັດຕັ້ງປະຕິບັດລັດຖະທຳມະນູນ ຕະຫລອດໄລຍະ 34 ປີຜ່ານມາ ເຫັນວ່າປະເທດຊາດມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ເສດຖະກິດ-ສັງຄົມ ມີການເຕີບໃຫຍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ; ລະບົບອົງການອຳນາດລັດໄດ້ຮັບການປັບປຸງບູລະນະ ໃຫ້ມີຄວາມເຂັ້ມແຂງເປັນກ້າວໆ; ລະບົບກົງຈັກການຈັດຕັ້ງຂອງອົງການລັດໄດ້ຮັບການສ້າງຕັ້ງ ແລະ ປັບປຸງໃຫ້ໄປຕາມທິດກະທັດຮັດ ແລະ ມີປະສິດທິພາບ ສົມເຫດສົມຜົນເທື່ອລະກ້າວ; ຫຼາຍອົງການໄດ້ມີການປັບປຸງແລ້ວ ມີການປ່ຽນຊື່ໃໝ່ ໃຫ້ແທດເໝາະ, ເປັນຕົ້ນແມ່ນໄດ້ປ່ຽນຊື່ສະພາປະຊາຊົນສູງສຸດມາເປັນສະພາແຫ່ງຊາດ; ປ່ຽນຊື່ສະພາລັດຖະມົນຕີມາເປັນລັດຖະບານ; ປ່ຽນຊື່ອົງການອະທິໄອຍະການປະຊາຊົນມາເປັນອົງການໄອຍະການປະຊາຊົນ; ການແຕ່ງຕັ້ງ ຫຼືປົດຕໍາແໜ່ງນາຍົກລັດຖະມົນຕີ, ຮອງນາຍົກລັດຖະມົນຕີ ໄດ້ຮັບການພິຈາລະນາຮັບຮອງເອົາຈາກສະພາແຫ່ງຊາດ ເຊິ່ງເປັນອົງການຕົວແທນຂອງປະຊາຊົນ. ກົນໄກການແບ່ງຂັ້ນຄຸ້ມຄອງຕາມທິດຂັ້ນສູນກາງເຮັດພາລະບົດບາດຄຸ້ມຄອງມະຫາພາກເປັນຕົ້ນຕໍ, ຂັ້ນທ້ອງຖິ່ນເຮັດພາລະບົດບາດຄຸ້ມຄອງຈຸລະພາກ ດ້ວຍກົດໝາຍທີ່ຮັດກຸມ ແລະ ສອດຄ່ອງກັບຕົວຈິງ; ສິດປະຊາທິປະໄຕ, ສິດເປັນເຈົ້າຂອງປະຊາຊົນຕໍ່ ປະເທດຊາດໄດ້ຮັບການເສີມຂະຫຍາຍ ແລະ ຮັບປະກັນດ້ວຍກົດໝາຍ. ການພົວພັນຮ່ວມມືກັບປະເທດເພື່ອນມິດ, ພາກພື້ນ ແລະ ສາກົນ ໄດ້ຮັບການເສີມຂະຫຍາຍຢ່າງກວ້າງຂວາງ ອັນໄດ້ເຮັດໃຫ້ ສປປ ລາວ ມີບົດບາດຊື່ສຽງ ສູງເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ. ປັດຈຸບັນ, ພວກເຮົາໄດ້ປະກາດໃຊ້ກົດໝາຍໃນແຕ່ລະຂະແໜງການ, ແຕ່ລະຂົງເຂດ ໄດ້ຈໍານວນທັງໝົດ 171 ສະບັບ. ໃນນັ້ນ, ຂົງເຂດ ການປົກຄອງ ແລະ ຍຸຕິທຳ ຈໍານວນ 32 ສະບັບ, ຂົງເຂດເສດຖະກິດ ຈຳນວນ 77 ສະບັບ, ຂົງເຂດວັດທະນະທໍາ-ສັງຄົມ ຈໍານວນ 45 ສະບັບ, ຂົງເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຈຳນວນ 12 ສະບັບ, ຂົງເຂດການຕ່າງປະເທດ ຈຳນວນ 5 ສະບັບ.
ຕະຫຼອດໄລຍະ 34 ປີຜ່ານມາ ໄປຄຽງຄູ່ກັບຜົນງານທີ່ເຮັດໄດ້ ຍັງມີຈຸດອ່ອນຂໍ້ຄົງຄ້າງບາງບັນຫາທີ່ເຮັດໃຫ້ພວກເຮົາຕ້ອງໄດ້ປັບປຸງໃໝ່ ເພື່ອໃຫ້ແທດເໝາະກັບສະພາບການໃໝ່ໃນແຕ່ລະໄລຍະ, ເປັນຕົ້ນແມ່ນການຫັນລັດຖະທໍາມະນູນເປັນກົດໝາຍລຸ່ມ ຍັງບໍ່ທັນຄົບຖ້ວນຄົບຊຸດ, ບໍ່ທັນກວມເອົາທຸກຂົງເຂດວຽກງານ, ມີກົດໝາຍຈໍານວນໜຶ່ງ ສ້າງຂຶ້ນ ແລະ ປະກາດໃຊ້ແລ້ວ ພັດບໍ່ແທດເໝາະກັບສະພາບການຕົວຈິງໃນໄລຍະໃໝ່, ຍ້ອນບໍ່ໄດ້ປັບປຸງໃຫ້ທັນກັບຄວາມຮຽກຮ້ອງຕ້ອງການຕົວຈິງຂອງການພັດທະນາເສດຖະກິດ-ສັງຄົມຂອງຊາດ;ການປະຕິບັດລັດຖະທໍາມະນູນ ແລະ ກົດໝາຍຕ່າງໆບໍ່ທັນສັກສິດເທົ່າທີຄວນ, ຍັງມີປະກົດການພົນລະເມືອງຈໍານວນໜຶ່ງລ່ວງລະເມີດລະບຽບກົດໝາຍ. ນອກຈາກນັ້ນ ບັນດາເອກະສານນິຕິກໍາລຸ່ມກົດໝາຍ, ເປັນຕົ້ນແມ່ນລັດຖະບັນຍັດ ແລະ ດໍາລັດ ທີ່ໄດ້ຖືກຮັບຮອງ ແລະ ປະກາດໃຊ້ຫຼາຍຮ້ອຍສະບັບນັ້ນ ແຕ່ການຈັດຕັ້ງປະຕິບັດຕົວຈິງຍັງບໍ່ທັນເຂັ້ມງວດ ແລະ ເດັດຂາດພ້ອມກັນນັ້ນການໂຄສະນາ-ເຜີຍແຜ່ສຶກສາອົບຮົມລັດຖະທໍາມະນູນ ກໍຄືກົດໝາຍຕ່າງໆໃຫ້ທຸກເປົ້າໝາຍໃນທົ່ວສັງຄົມຍັງບໍ່ທັນກວ້າງຂວາງ, ເລິກເຊິ່ງ, ມີຫຼາຍຂະແໜງການ ແລະ ຮາກຖານປະຊາຊົນບໍ່ມີເງື່ອນໄຂຄົ້ນຄວ້າ ແລະ ເຊື່ອມຊຶມ ຈຶ່ງເຮັດໃຫ້ເກີດປະກົດການຫຍໍ້ທໍ້ຕ່າງໆຂຶ້ນໃນສັງຄົມ ເປັນຕົ້ນແມ່ນການສໍ້ລາດບັງຫຼວງ, ການລະເມີດກົດໝາຍໃນບາງຂົງເຂດ-ທ້ອງຖິ່ນລວມທັງຄວາມບໍ່ຍຸຕິທໍາໃນສັງຄົມຍັງຄົງເກີດຂຶ້ນຢູ່ ແລະບໍ່ທັນໄດ້ຮັບການແກ້ໄຂຢ່າງເຖິງຖອງ ແລະ ເຂັ້ມງວດແທ້. ຕໍ່ໜ້າສະພາບການດັ່ງກ່າວ, ສປປ ລາວ ແມ່ນລັດປະຊາທິປະໄຕປະຊາຊົນ ອໍານາດທັງໝົດ ແມ່ນຂອງປະຊາຊົນ ໂດຍປະຊາຊົນ ແລະ ເພື່ອຜົນປະໂຫຍດຂອງປະຊາຊົນບັນດາເຜົ່າ ມັນຮຽກຮ້ອງໃຫ້ມີການບູລະນະອົງການອຳນາດລັດໃຫ້ເຂັ້ມແຂງ ມີຄວາມສາມາດຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ – ສັງຄົມຕາມກົດໝາຍ, ເຮັດໃຫ້ເສດຖະກິດ-ສັງຄົມສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ເພື່ອໃຫ້ປະເທດຂອງພວກເຮົາຫຼຸຸດພົ້ນອອກຈາກປະເທດດ້ອຍພັດທະນາ.
ດັ່ງນັ້ນ, ລັດຖະທຳມະນູນ ແຫ່ງ ສປປ ລາວ ແມ່ນກົດຫມາຍພື້ນຖານຂອງຊາດ ທີ່ຫັນເອົາແນວທາງປ່ຽນແປງໃຫມ່ຢ່າງຮອບດ້ານທີ່ມີຫລັກການຂອງພັກ ປປ ລາວ ມາເປັນເນື້ອໃນ ຂອງລັດຖະທໍາມະນູນ ເພື່ອການຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍກົດຫມາຍ ແລະ ສ້າງລັດແຫ່ງກົດຫມາຍເທື່ອລະກ້າວ.
(ໂດຍ: ມີໄຊ ພູນວິໄຊ)