ຈີນ-ອາຊຽນ ຮ່ວມກັນສົ່ງເສີມປັນຍາປະດິດ

ຈີນ-ອາຊຽນ ຮ່ວມກັນສົ່ງເສີມປັນຍາປະດິດ

ຈີນ-ອາຊຽນ ໄດ້ຈັດກອງປະຊຸມສຳມະນາສົ່ງເສີມປັນຍາປະດິດ AI ຂຶ້ນຢ່າງເປັນທາງ ການໃນວັນທີ 19 ກໍລະກົດ 2025 ຢູ່ເມືອງໜານໜິງ ແຂວງ ກວາງຊີ ສປ ຈີນ, ພາຍໃຕ້ຫົວຂໍ້ “AI ໃຫ້ພະລັງແກ່ກວາງຊີ, AI ໃຫ້ພະລັງແກ່ປະເທດຈີນ, Al ໃຫ້ພະລັງແກ່ອາຊຽນ” ໂດຍ ມີບໍລິສັດທຸກຂະແໜງການ ຢູ່ພາຍໃນປະເທດຈີນ ແລະ 10 ປະເທດອາຊຽນ ເຂົ້າຮ່ວມ.

ການສໍາມະນາໄດ້ແບ່ງ ອອກເປັນ 3 ປະເພດຄື: ດ້ານນະວັດຕະກຳການປະຍຸກໃຊ້, ການນຳໃຊ້ດ້ານອຸດສາຫະກຳ ແລະ ການ ແຂ່ງຂັນຂັ້ນທ້ອງຖິ່ນ «ປະຊາຊົນປະດິດສ້າງ Al». ເຊິ່ງລົງເລິກເຜີຍແຜ່ 9 ຂະແໜງການທີ່ສຳຄັນຄື: ອຸດສາຫະກຳລົດຍົນ, ວັດທະ ນະທໍາ ແລະ ການທອງທ່ຽວ, ການຄ້າຂ້າມຊາຍແດນ ເອເລັກໂຕຣນິກ, ສາທາລະນະສຸກ ແລະ ການແພດ, ກະສິກຳ, ການເງິນ, ລະບົບຂົນສົ່ງ, ການຄ້າ, ສື່ມວນຊົນ, ວຽກງານສັງຄົມ, ຄວາມປອດໄພ, ການຄຸ້ມຄອງຕະຫຼາດ, ອຸຕຸນິຍົມ, ກິລາ, ການກໍ່ສ້າງ ແລະ ພັດທະນາທີ່ຢູ່ອາໄສ, ນະວັດຕະກຳຊັບພະຍາກອນຂ້າມຊາຍແດນ ແລະ ການນຳໃຊ້ໃນຊີວິດປະຈຳວັນ. ໃນໂອກາດດຽວກັນໄດ້ຈັດໃຫ້ບໍລິສັດຕ່າງໆໄປທັດສະນະສຶກສາຢູ່ວິສາຫະກິດປັນຍາປະດິດໃໝ່ສຳລັບຕະຫຼາດອາຊຽນ ແລະ ສ້າງລະບົບນິເວດໃໝ່ດ້ານການນຳໃຊ້ AI.

ການຈັດສຳມະນາປັນຍາ ປະດິດ AI ຄັ້ງນີ້ ໂດຍມຸ່ງໄປສູ່ ຕະຫຼາດພາຍໃນ ແລະ ອາຊີອາຄະເນ ຊຶ່ງສອດຄ່ອງຕາມວາລະຂອງສະຫະປະຊາຊາດໃນງານຄັ້ງນີ້. ນອກຈາກນັ້ນຜູ້ເຂົ້າຮ່ວມຍັງໄດ້ເຜີຍແຜ່ບັນດາຫົວຂໍ້ທີ່ສຳຄັນເຊັ່ນ: ທ່ານ ເຊີນ ຊຽງຢາງປະທານຄະນະກຳມະການມະຫາວິທະຍາໄລເຕັກໂນໂລຊີຮົງກົງ ສປຈີນ ໄດ້ກ່າວເຖິງ ນະວັດຕະກຳ ແລະ ການຄິດຄົ້ນໃນຍຸກແບບຈຳລອງໃຫຍ່, ທ່ານ ເວີນຍິງກັງ ສະມາຊິກ ສະພາວິສະວະກອນສິງກະໂປ ສາດສະດາຈານດີເດັ່ນ ຂອງ ມະຫາວິທະຍາໄລເຕັກໂນໂລຊີ ນາຍຽງລ໋ອກ ໄດ້ເຜີຍແຜ່ຫົວຂໍ້: ຄວາມຈິງ ແລະ ການຈຳລອງ ຮ່ວມການດຳລົງຊີວິດອະນາຄົດສີຂຽວ; ເຕັກນິກການຝັງຕົວ ຄືຝາເສີມພະລັງ AI ຍືນຍົງໃນອາຊຽນ; ທ່ານ ສີຊຽງຕຸ້ງ ຮອງປະທານ ສະຫະພັນການຄ້າແຫ່ງຊາດຈີນປະທານກຳມະການບໍລິສັດ ສີອັນຊື່ນ ໄດ້ກ່າວເຖິງການເປີດ ພື້ນທີ່ໃໝ່ດ້ວຍພື້ນຖານຄວາມປອດໄພ, ທານ ຫຼຽວຊົງເພິ່ງ ຜູ້ອໍານວຍການສູນຄົ້ນຄວ້າ ແຫ່ງຊາດດ້ານປະມວນຜົນສຽງ ແລະ ພາສາປະທານ ກຳມະການບໍລິສັດ IFLY-TEK ກ່າວໃນຫົວຂໍ້: ການປົດປ່ອຍກຳລັງການຜະລິດ, ປົດປ່ອຍຈິນຕະນາການ – ການກໍ່ສ້າງ ລະບົບນິເວດ, ການປະດິດ ສ້າງ Al;  ທ່ານ ເຢເຈີນເຈີນ ປະທານກຳມະການເວັບໄຊ ປະຊາຊົນຈີນ ຜູ້ອຳນວຍການ ຫ້ອງທົດລອງແຫ່ງຊາດດ້ານຄວາມຮູ້ຄວາມເຂົ້າໃຈເນື້ອຫາສື່ໄດ້ກ່າວຫົວຂໍ້: ຮ່ວມມືກັບ ກຸ່ມປະເທດໂລກໃຕ້ສູ່ການແຜ່ຫຼາຍດ້ານປັນຍາປະດິດ.

ທ່ານ ເຢເຈິນເຈິນ ໄດ້ຊີ້ ແຈ້ງວ່າ: ອີງຕາມການຄົ້ນຄວ້າ ຂອງມະຫາວິທະຍາໄລສະ ແດນຝອກ ຂອງສະຫະລັດອາເມລິກາ, ໃນໂລກມີພາສາໃຊ້ງານທັງໝົດ ເກືອບ 7,000ພາສາ, ແຕ່ປະມານ 5% ເທົ່ານັ້ນທີ່ມີຂໍ້ມູນຢູ່ໜ້າເວັບໄຊໃນ ພາສານັ້ນໆ. ເມື່ອ AI ດຶງຂໍ້ ມູນຈາກທົ່ວລະບົບອິນເຕີເນັດ, ເກືອບ 95% ຂອງພາສາແບບຈຳລອງບໍ່ສາມາດມີການຕິດຕໍ່ ສື່ສານທີ່ມີປະສິດທິຜົນຜ່ານ Chat GPT ເຊັ່ນ: ພາສາລາວ, ກຳປູເຈຍ ແລະ ມຽນມາ ຈຶ່ງເຫັນໄດ້ວ່າໃນຍຸກ Al, ການອະນຸລັກຄວາມຫຼາກຫຼາຍທາງອາລິຍະທຳຂອງມະນຸດແມ່ນສຳຄັນຢ່າງຮີບດ່ວນ, ທີມງານຂອງ ທ່ານ ເຢເຈິນເຈິນ ໄດ້ທົດລອງຕົວຈິງ ແລະ ພົບວ່າ ການເອີ້ນໃຊ້ Chat GPT ໂດຍພາສາຈີນມີຄ່າໃຊ້ຈ່າຍສູງກວ່າພາສາ ອັງກິດ 31%, ການເອີ້ນໃຊ້ໂດຍພາສາຫວຽດນາມສູງກວ່າພາສາອັງກິດ 49%, ສ່ວນການ ເອີ້ນໃຊ້ໂດຍພາສາລາວສູງກວ່າພາສາອັງກິດເຖິງ 6.54 ເທົ່າ. ການນຳໃຊ້ AI ໃນພາສາ ຂະໜາດນ້ອຍປະເຊີນກັບຄວາມຫຍຸ້ງຍາກຫຼາຍດ້ານສິ່ງນີ້. ຍິ່ງເຮັດໃຫ້ມີຄຸນຄ່າ ແລະ ຄວາມໝາຍສໍາຄັນຂອງການ ແຂ່ງຂັນຄັ້ງນີ້ ໃນການຮ່ວມມື ຢ່າງເຕັມຮູບແບບກັບຄູ່ຮ່ວມງານອາຊຽນເດັ່ນຊັດຂຶ້ນ. ທ່ານ ເຢເຈີນເຈີນ ໄດ້ເນັ້ນຕື່ມວ່າ: ຂ້າພະເຈົ້າເຊື່ອຢ່າງໜັກແໜ້ນ ວ່າ ທຸກໆພາສາ, ທຸກໆອາລີຍະທຳ ບໍ່ວ່າຈະມີຜູ້ໃຊ້ໜ້ອຍຊ່ຳໃດລ້ວນແຕ່ສົມຄວນມີ ພາສາຂອງຕົນໃນໂລກຂອງລະບົບ AI ຮັກສາທຸກຊົນຊາດ ຮັກສາທຸກພາສາ ຮັກສາທຸກອະລິຍະທຳ, ການສໍາມະນາປັນຍາປະດິດ Al ຢູ່ກວາງຊີ ຄັ້ງນີ້ເຊື່ອວ່າຈະກາຍເປັນເຫດ ການສໍາຄັນໃນການຮ່ວມມື AI ລະຫວ່າງຈີນ-ອາຊຽນ, ທຸກໆສະຖານະການທຸກໆບັນຫາ ດ້ານເຕັກນິກຈະມີນັກສືບທີ່ເກັ່ງກ້າມາແກ້ໄຂ ແລະ ທຸກໆ ຈິນຕະນາການອະນາຄົດຈະເປີດເຜີຍແຮງບັນດານໃຈໃຫ້ແກ່ນະວັດຕະກຳການປະດິດ ສ້າງດ້ານ Al.

ປັດຈຸບັນ, ຍຸກສະໄໝ ປັນຍາປະດິດ (AI) ໄດ້ເປີດ ກະແສຢ່າງເຕັມສ່ວນແລ້ວ ຊຶ່ງ ເປັນໂອກາດທີ່ດີທີ່ສຸດໃນການ ນຳໃຊ້ AI ມາປະດິດຄິດສ້າງ ໂອກາດການພັດທະນາໃໝ່ໆ. ກວາງຊີ ຢູ່ໃນໄລຍະເວລາສຳຄັນຂອງ ການພັດທະນາແບບກະໂດດຂັ້ນ, ກຳລັງຕ້ອນຮັບໄລຍະພັດທະນາທີ່ດີທີ່ສຸດໃນປະຫວັດສາດ, ໂດຍກຳລັງຮັບເອົາໂອກາດອັນໃຫຍ່ຫຼວງຈາກແຜນການອຸດໜູນສຳລັບການສ້າງຄວາມສາມາດດ້ານ AI ຂອງຈີນ, ພ້ອມທັງສະແດງ ບົດບາດຂອງຕົນເປັນດ່ານໜ້າ ແລະ ປ່ອງຢ້ຽມການຮ່ວມມື ເປີດກວ້າງສູ່ອາຊຽນ, ເພື່ອເສີມຂະຫຍາຍການຮ່ວມມືດ້ານ AI ກັບປະເທດຕ່າງໆໃນອາຊຽນ ແລະ ຂະຫຍາຍຄວາມສາມາດ ໃຫ້ທຸກອຸດສາຫະກຳຜ່ານເຕັກໂນໂລຊີ AI. ຄຸນຄ່າຂອງ Al ທີ່ການປະຕິບັດຕົວຈິງຕ້ອງເຮັດໃຫ້ເຕັກໂນໂລຊີອອກຈາກຫ້ອງທົດລອງ ແລະ ປະສົມປະສານເຂົ້າໃນລະບົບຕ່ອງໂສ້ການຜະລິດ: ຄວາມມີຊີວິດຊີວາ ຂອງ AI ຢູ່ທີ່ການຮ່ວມມືແບບ ເປີດກວ້າງ, ການເຊື່ອມໂຍງ ຕະຫຼາດລະຫວ່າງຈີນ ແລະ ອາຊຽນ ແມ່ນເວທີສ້າງສັນທີ່ໃຫຍ່ທີ່ສຸດ, ໜ້າທີ່ຂອງ AI ຢູ່ທີ່ຜົນປະໂຫຍດ ແລະ ສະດວກສະບາຍຂອງປະຊາຊົນ, ຕ້ອງເຮັດໃຫ້ຜົນງານການປະດິດສ້າງແຫ່ງຄວາມສະຫຼາດສາມາດເບິ່ງເຫັນ, ຈັບຕ້ອງ ແລະ ນຳໃຊ້ໄດ້. ກວາງຊີ ໄດ້ຈັດການແຂ່ງຂັນ Al ຄັ້ງນີ້ ກໍເພື່ອຂະຫຍາຍຄວາມຮັບຮູ້ດ້ານ AI ໃຫ້ປະຊາຊົນຢ່າງກວ້າງຂວາງ, ຊຸກຍູ້ການກ້າວເດີນຕາມຍຸກສະໄໝ ດ້ວຍກິດຈະກຳ ໂດຍຜ່ານການແຂ່ງຂັນເພື່ອລວບລວມປັນຍາສ້າງຄົນເກັ່ງ ແລະ ບຳລຸງດ້ານອຸດສາຫະກຳ ສ້າງເວທີຖ່າຍທອດນະວັດຕະກຳໃຫ້ວິສາຫະກິດ AI ແລະ ນັກຄົ້ນຄວ້າໄດ້ຂະຫຍາຍເຂດທົດລອງນຳໃຊ້ປັນຍາປະດິດ ແລະ ສົ່ງເສີມການປັບປຸງ ໂຄງສ້າງອຸດສາຫະກຳ ແລະ ພັດທະນາເສດຖະກິດ-ສັງຄົມ ຢ່າງມີຄຸນນະພາບສູງໃນກວາງຊີ. ກວາງຊີຍິນດີຕ້ອນຮັບຊາວໜຸ່ມຈາກຫຼາຍວິຊາອາຊີບທີ່ຈະຮັບເອົາໂອກາດໃນຍຸກ Al ແລະ ສົ່ງເສີມໃຫ້ບໍລິສັດຕ່າງໆຈາກປະເທດອາຊຽນ ແລະ ຈີນ ຮ່ວມກັນສ້າງທີມງານເຂົ້າ ຮ່ວມການແຂ່ງຂັນການປະດິດສ້າງເຮັດໃຫ້ປະເທດຕ່າງໆໃນ ອາຊຽນໄດ້ຮັບຜົນປະໂຫຍດຫຼາຍຂຶ້ນຈາກ AI,  ພ້ອມກັນກ້າວສູ່ອະນາຄົດທີ່ດີງາມໃນຍຸກ AI, ບັນລຸຜົນປະໂຫຍດຮ່ວມກັນ ແລະ ພັດທະນາຮ່ວມກັນ. ໃນອະນາຄົດແຜນການສ້າງຄວາມສາມາດ Al ແບບທົ່ວເຖິງ ທີ່ຈີນເປັນຜູ້ລິເລີ່ມຈະກາຍເປັນວາລະຂອງອົງການສະຫະປະຊາຊາດຢ່າງແນ່ນອນ.