Day: September 4, 2025

ສໍາເລັດພິທີອົບຮົມວຽກງານການເມືອງ-ແນວຄິດ ໃຫ້ແກ່ຄູ-ອາຈານ ສອນວິຊາສັງຄົມ-ການເມືອງ ພາຍໃນເມືອງເລົ່າງາມ ແຂວງສາລະວັນ.

ສໍາເລັດພິທີອົບຮົມວຽກງານການເມືອງ-ແນວຄິດ ໃຫ້ແກ່ຄູ-ອາຈານ ສອນວິຊາສັງຄົມ-ການເມືອງ ພາຍໃນເມືອງເລົ່າງາມ ແຂວງສາລະວັນ.               ໃນວັນທີ 28-29 ສິງຫາ 2025 ນີ້ ຄະນະໂຄສະນາອົບຮົມສູນກາງພັກ (ກົມອົບຮົມ) ໄດ້ຮ່ວມກັບຄະນະໂຄສະນາອົບຮົມແຂວງສາລະວັນ ເປີດຊຸດອົບຮົມວຽກງານການເມືອງ-ແນວຄິດ ໃຫ້ຄູ-ອາຈານສອນວິຊາສັງຄົມ-ການເມືອງ ຢູ່ເມືອງເລົ່າງາມ ທີ່ສະໂມສອນໂຮງຮຽນມັດທະະຍົມສົມບູນເລົ່າງາມ ໂດຍການເປັນທານຂອງສະຫາຍ ຈັນສະໜອນ ພົມມະແສງ ຄະນະປະຈໍາພັກແຂວງ, ຫົວໜ້າຄະນໂຄສະນາອົບຮົມແຂວງສາ ລະວັນ, ມີສະຫາຍ ຄໍາກອງ ທໍາມະວາ ກໍາມະການ ຄະນະພັກ ຫົວໜ້າກົມອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ, ສະຫາຍ ສັງວານ ສາຍແສງ ຮອງເລຂາພັກເມືອງ ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດ ຫົວໜ້າຄະນະຈັດຕັ້ງເມືອງເລົ່າງາມ ພ້ອມດ້ວຍນັກສໍາມະນາກອນອ້ອມຂ້າງເມືອງເລົ່າງາມເຂົ້າຮ່ວມຢ່າງພ້ອມພຽງ.