Day: September 14, 2025

ຄະນະໂຄສະນາອົບຮົມສູນກາງພັກ ຈັດພິທີປະກາດກົງຈັກການຈັດຕັ້ງ.

ໃນຕອນບ່າຍຂອງວັນທີ 12 ກັນຍາ 2025 ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດພິທີປະກາດກົງຈັກການຈັດຕັ້ງ ຢູ່ທີ່ ຫ້ອງປະຊຸມໃຫຍ່ ຄອສພ; ໃຫ້ກຽດເປັນປະທານໂດຍ ທ່ານ ປອ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ, ເຂົ້າຮ່ວມມີ: ຄະນະປະຈໍາພັກ, ຄະນະບໍລິຫານງານພັກ, ຄະນະໂຄສະນາອົບຮົມສູນກາງພັກ, ບັນດາຫົວໜ້າກົມ, ທຽບເທົ່າກົມ, ຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ ທີ່ຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ.