ບຸກທະລຸການເຮັດວຽກງານການເມືອງ-ແນວຄິດໃນໄລຍະໃໝ່
ເພີ່ມທະວີການນໍາພາຂອງພັກ, ສ້າງການຫັນປ່ຽນໃໝ່ຢ່າງແຂງແຮງ, ເລິກເຊິ່ງວຽກງານການເມືອງ-ແນວຄິດ, ທິດສະດີຂອງພັກ ເຂົ້າສູ່ຄຸນນະພາບໃໝ.
ວຽກງານການເມືອງ-ແນວຄິດ ແມ່ນໜຶ່ງໃນວຽກງານຂອງພັກ, ເປັນໜ້າທີ່ຍຸດທະສາດ, ປະກອບສ່ວນສໍາ ຄັນໃນການຮັກສາ ແລະ ເສີມຂະຫຍາຍບົດບາດນໍາພາຮອບດ້ານຂອງພັກໄປຕາມວັດຖຸປະສົງທີ່ກຳນົດໄວ້ ໃນ ເງື່ອນໄຂການພັດທະນາໄວແບບກ້າວກະໂດດຂອງໂລກ ໃນປັດຈຸບັນຮຽກຮ້ອງໃຫ້ພວກເຮົາຕ້ອງປ່ຽນແປງໃໝ່ ດ້ວຍຄວາມຮັບຮູ້, ເຫັນແຈ້ງບັນດາປັດໃຈທີ່ກະທົບຕໍ່ວຽກງານການເມືອງ-ແນວຄິດ ຈາກນັ້ນ, ສ້າງ ແລະ ຈັດຕັ້ງປະຕິບັດ ວິທີການດໍາເນີນວຽກງານເປັນລະບົບຄົບຊຸດ ເຮັດໃຫ້ວຽກງານການເມືອງ-ແນວຄິດ ມີການຫັນປ່ຽນໄປສູ່ຄຸນນະພາບໃໝ່.
ປັດຈຸບັນປະເທດເຮົາ ພວມຢືນຢູ່ຕໍ່ໜ້າຄວາມທ້າທາຍອັນໃຫຍ່ຫຼວງ, ອັນເນື່ອງມາຈາກຜົນສະທ້ອນ ຂອງ ສະພາບການຢູ່ໃນໂລກ ແລະ ພາກພື້ນ ສືບຕໍ່ມີການຜັນແປຢ່າງໄວວາ, ສັບສົນບວກກັບສະພາບຄວາມຫຍຸ້ງຍາກ ດ້ານເສດຖະກິດ-ການເງິນ, ຄວາມຝືດເຄືອງໃນການດໍາລົງຊີວິດ, ຄວາມແຕກໂຕນດ້ານການພັດທະນາຢູ່ແຕ່ລະ ບ່ອນ, ບັນຫາຫຍໍ້ທໍ້ໃນສັງຄົມ, ການເສື່ອມຖອຍຂອງຄວາມເປັນແບບຢ່າງຂອງສະມາຊິກພັກ-ພະນັກງານ, ກົນ ອຸບາຍຫັນປ່ຽນໂດຍສັນຕິ ຂອງກໍາລັງປໍລະປັກຈາກພາຍນອກບວກກັບຜູ້ບໍ່ຫວັງດີຢູ່ພາຍໃນຕໍ່ປະເທດຊາດ ກຳລັງ ສຸມໃສ່ເຄື່ອນໄຫວຫຼາຍຮູບຫຼາຍແບບ ເພື່ອສົ່ງຜົນກະທົບເຖິງແນວຄິດ-ຈິດໃຈ ແລະ ການກະທໍາ ຂອງທຸກຊັ້ນຄົນໃນ ສັງຄົມກໍຄື ຕໍ່ຖັນແຖວສະມາຊິກພັກ, ພະນັກງານຂອງພວກເຮົາ ຢ່າງເປັນປະຈຳເຊິ່ງເປັນໜໍ່ແໜງຄວາມສ່ຽງຕໍ່ ຄວາມສະຫງົບທາງການເມືອງ ແລະ ສັງຄົມ, ເປັນສິ່ງທ້າທາຍ ຕໍ່ການຄົງຕົວຂອງລະບອບການເມືອງ, ຕໍ່ບົດບາດ ການນໍາພາ ຂອງພັກເຮົາ.
ຕໍ່ໜ້າສະພາບການດັ່ງກ່າວ, ມັນຮຽກຮ້ອງໃຫ້ພວກເຮົາ ຕ້ອງໄດ້ເພີ່ມທະວີວຽກງານການເມືອງ-ແນວຄິດ ໂດຍສຸມໃສ່ລົງເລິກຄົ້ນຄວ້າ, ສັງລວມບັນດາບົດຮຽນປະສົບການ ແລະ ໝູນໃຊ້ຢ່າງປະດິດສ້າງ, ສະດຸ້ງໄວໃນການ ກຳກາລະໂອກາດ, ຜ່ານຜ່າຄວາມຫຍຸ້ງຍາກ ແລະ ສິ່ງທ້າທ້າຍ, ເສີມຂະຫຍາຍກຳລັງແຮງສັງລວມໃນທົ່ວສັງຄົມ, ສ້າງການຫັນປ່ຽນໃໝ່ດ້ານເນື້ອໃນ, ຮູບການ ແລະ ວິທີການ ເພື່ອຍົກສູງຄຸນນະພາບ, ປະສິດທິພາບ ຂອງວຽກງານ ການເມືອງ-ແນວຄິດ ໃນສະພາບເງື່ອນໄຂໃໝ່ໆ.
ວຽກງານການເມືອງ-ແນວຄິດນັ້ນ ຖືໄດ້ວ່າເປັນສະໜາມຮົບແຖວໜ້າອັນໜຶ່ງ ໃນວຽກງານຂອງພັກເຮົາ ໃນ ໄລຍະໃໝ່, ແນວຮົບນີ້ ມັນຕ້ອງສອດຫ້ອຍເຂົ້າໄປໝົດທຸກການເຄື່ອນໄຫວຂອງພັກ, ຂອງລັດ, ຂອງອົງການຈັດຕັ້ງ ມະຫາຊົນ, ຂອງທຸກຊັ້ນຄົນໃນສັງຄົມ ເໝືອນດັ່ງສາຍເລືອດ ທີ່ຫຼໍ່ລ້ຽງຮ່າງກາຍ ຂອງຄົນເຮົາ, ການຕໍ່ສູ້ນີ້ ແມ່ນການ ຕໍ່ສູ້ລະຫວ່າງອັນຖືກກັບອັນຜິດ ຢູ່ໃນກະໂຕສະມາຊິກພັກເຮົາ ເພື່ອໃຫ້ແຕ່ລະຄົນເອົາຊະນະຢູ່ກະໂຕແນວຄິດ ແລະ ການກະທໍາ ຂອງຕົນເອງ ທີ່ເປັນສະມາຊິກພັກ ເຮັດໃຫ້ການຕໍ່ສູ້ນີ້ ກ້າວໄປເຖິງຈຸດໝາຍ ທີ່ວ່າ: “ຄວາມຖືກຕ້ອງ, ເປັນທໍານັ້ນ ຕ້ອງຕີຖອຍແນວຄິດຜິດເຂວອອກໄປ, ສຸດທ້າຍ ແນວຄິດຖືກຕ້ອງ, ການກະທໍາທີ່ຖືກຕ້ອງ ຕ້ອງເອົາ ຊະນະແນວຄິດທີ່ບໍ່ຖືກຕ້ອງ ແລະ ຜິດເຂວ ໃຫ້ໄດ້, ເດັດດ່ຽວ ບໍ່ປ່ອຍໃຫ້ຄວາມຄິດ ແລະ ການກະທໍາ ທີ່ຜິດເຂວ ກືນ ກິນເນື້ອທີ່ ແລະ ຄອບງຳ ມັນສະໜອງ ຫຼື ແນວຄວາມຄິດ ຂອງສະມາຊິກພັກ ແລະ ປະຊາຊົນເຮົາ ໄດ້ເປັນອັນຂາດ”.
ຢາກເຮັດວຽກການເມືອງ-ແນວຄິດໄດ້ດີ, ສາມາດເອົາຊະນະໃນສະໜາມຮົບນີ້ ໄດ້ຢ່າງເປັນຮູບປະທຳ, ກ່ອນອື່ນ ການເຄື່ອນໄຫວ ຂອງພະນັກງານ, ສະມາຊິກພັກເຮົາ ແຕ່ເທິງລົງລຸ່ມ ຕ້ອງປະຕິບັດຄໍາຂວັນທີ່ວ່າ: “ເວົ້າ ຕ້ອງໄປຄຽງຄູ່ກັບການປະຕິບັດ ຫຼື ເວົ້າງ່າຍໆວ່າ: “ເວົ້າແລ້ວ ຕ້ອງເຮັດຄືກັບເວົ້າ”, ເຮັດຕ້ອງເຮັດໃຫ້ຖືກ, ເຮັດໃຫ້ ເປັນຮູບປະທຳ, ເຮັດໃຫ້ເກີດດອກອອກຜົນແທ້. ຂໍໃຫ້ກວດເບິ່ງ ຜ່ານມາພວກເຮົາເຮັດໄດ້ຄືກັບເວົ້າແລ້ວບໍ່? ປະຊາຊົນຕິດຕາມພວກເຮົາຄືແນວນັ້ນແຫຼະ.
ພວກເຮົາຕ້ອງຮັບຮູ້ ແລະ ເຊີດຊູສັດຈະທຳ ທີ່ວ່າ: ການນໍາພາທີ່ດີທີ່ສຸດ ແມ່ນການນໍາພາດ້ວຍຄວາມເປັນ ແບບຢ່າງ, ອັນນີ້ໝາຍເຖິງຜູ້ນໍາພານັ້ນ ຕ້ອງເປັນແບບຢ່າງທີ່ດີ; ຜູ້ນໍາພາ ນອກຈາກກຳແໜ້ນແນວທາງ, ນະໂຍບາຍ ແລ້ວ ຍັງຕ້ອງເປັນຜູ້ມີຄຸນນະທຳ, ເປັນຜູ້ມີວິໄສທັດ ແລະ ເປັນຄົນພາວະວິໄສ, ມີໄຫວພິບ, ພະຍາຍາມປົດປ່ອຍ ແນວຄິດອັດຕະວິໄສອອກ; ຮູ້ຈັກເອົາໃຈເຂົາມາໃສ່ໃຈເຮົາ, ຮູ້ຈິດຕະສາດຂອງສັງຄົມລາວ ແລະ ຂອງຄົນລາວ, ຮູ້ ຄວາມມຸ່ງມາດປາຖະໜາຂອງປະຊາຊົນ ເພື່ອດຶງດູດ, ເຕົ້າໂຮມເອົາກໍາລັງແຮງຂອງປະຊາຊົນມາຊ່ວຍພັກ, ຊ່ວຍ ການນໍາ ຢ່າງກວ້າງຂວາງ ດີຄໍາຂວັນທີ່ວ່າ: “ເວົ້າໄປຄຽງຄູ້ກັບເຮັດ, ເຮັດໃຫ້ໄປຄຽງຄູ່ກັບເວົ້າ”, ການຄິດແນວນີ້, ເຮັດ ໄດ້ແນວນີ້, ມີຜູ້ນໍາແບບນີ້ ການເຮັດວຽກງານການເມືອງ-ແນວຄິດ ຈຶ່ງເຮັດໄດ້ດີ, ເຮັດໄດ້ງ່າຍຂຶ້ນ, ເຮັດໄດ້ຮັບຜົນ, ເຮັດໜ້ອຍໄດ້ຫຼາຍ ເພາະປະຊາຊົນເຊື່ອ, ປະຊາຊົນເດິນຕາມ… ນີ້ດີສັດຈະທໍາທີ່ອອກຈາກຄວາມເປັນຈິງ.
ວຽກງານການເມືອງ-ແນວຄິດ ຖ້າຖືວ່າເປັນສະໜາມຮົບທີ່ຕ້ອງມີການຕໍ່ສູ້, ເມື່ອຖືເປັນສະໜາມຮົບແລ້ວ, ຊິເອົາໃຜ, ຕໍ່ສູ້ກັບໃຜ?, ຊີຮົບກັບໃຜ? ເອົາອັນໃດສູ້ກັບອັນໃດ? ແລະ ຮົບແບບໃດ? ສະໜາມຮົບດັ່ງກ່າວແມ່ນບໍ່ ໄດ້ໃຊ້ປືນ ແຕ່ແມ່ນໃຊ້ຄວາມຄິດ, ໃຊ້ສະໜອງ, ໃຊ້ສະຕິປັນຍາ, ໃຊ້ຄວາມດີ, ຄວາມໜັກແໜ້ນ, ຄວາມປອດໃສ ຂອງພັກ ເປັນອາວຸດເພື່ອຕໍ່ສູ້ ເຊັ່ນ:
- ການຕໍ່ສູ້ ລະຫວ່າງ ຈິນຕະນາການໃໝ່ ກັບ ຈິນຕະນາການເກົ່າ, ເວົ້າຢ່າງໜຶ່ງແມ່ນການຕໍ່ສູ້ ລະຫວ່າງ ອັນກ້າວໜ້າ ກັບ ອັນຫຼ້າຫຼັງ;
- ການຕໍ່ສູ້ ລະຫວ່າງ ແນວຄິດບຸກໜ້າກ້າວຂຶ້ນໄປຢ່າງບໍ່ຢຸດຢັ້ງ ກັບ ແນວຄິດທໍ້ຖອຍເສຍກຳລັງໃຈ, ອ່ອນເພຍເປ້ຍລ່ອຍ;
- ການຕໍ່ສູ້ ລະຫວ່າງ ແນວຄິດ, ການກະທໍາ ທີ່ຕັ້ງໜ້າກ້າຫານຊອກຫາສັດຈະທໍາໃນຄວາມເປັນຈິງ ກັບ ແນວຄິດ ແລະ ການກະທໍາ ທີ່ຊອກຫາທາງປົກປິດ, ຫຼົບຫຼີກຄວາມຜິດພາດ, ຄວາມບົກຜ່ອງໄວ້, ຊຸກເຊື່ອງອັນບໍ່ດີໄວ້, ຮູ້ແຕ່ລາຍງານດອກໄມ້; ພວກເຮົາຕ້ອງມີການຕໍ່ສູ້ກັບສິ່ງເຫຼົ່ານີ້ໃຫ້ຫຼາຍໆ ບາງເທື່ອການຕໍ່ສູ້ນີ້ ກໍເຈັບປວດສົມຄວນ ຊາວບ້ານເວົ້າວ່າ: “ເສຍຫຍ້າຖິ້ມຂີ້ໝາ”;
- ການຕໍ່ສູ້ ລະຫວ່າງ ການຍົກສູງຜູ້ອື່ນເກີນໄປ, ຕີຕໍ່າຕົນເອງເກີນໄປ (ມີທັງສ່ວນຕົວ ແລະ ອົງກອນ, ມີ ທັງລະດັບປະເທດ), ເຊິ່ງແນວຄິດ ແລະ ການກະທໍານີ້ ຈະກ້າວໄປເຖິງບໍ່ເຊື່ອໝັ້ນປະຊາຊົນຂອງຕົນ, ຖືຜູ້ອື່ນສູງກວ່າ, ເປັນການຫຍໍ້ທໍ້ຕົນເອງ, ຫຍໍ້ທໍ້ຊາດຕົນ, ບໍ່ຮູ້ຄຸນຄ່າຄວາມເປັນມາທີ່ແທ້ຈິງຂອງຊາດ, ຂອງພັກ ແລະ ບັນພະບູລຸດ ທີ່ນໍາເອົາປະເທດຊາດ ແລະ ເອກະລາດ ມາໃຫ້ຕົນ… ແນວຄິດນີ້ຢູ່ກັບໃຜ ຜູ້ນັ້ນມັກຫຼົງທາງ;
- ແນວຄິດຢາກໄດ້, ຢາກດີໂພດ, ຢາກໃຫ້ໄດ້ໄວເກີນໄປ, ມັກຈູດໄລຍະ ກາຍເປັນລັດທິອາລົມຈົດນິຍົມ, ມັກໃຊ້ຄໍາສັ່ງ… ກັບແນວຄິດການກະທຳທີ່ທຸ່ນທ່ຽງ, ມີຫຼັກການ, ມີກົດເກນ, ໄປຕາມຄວາມສາມາຕົວຈິງ, ຕາມຫຼັກວິທະຍາສາດ ແລະ ກ້າວຂຶ້ນດ້ວຍຈັງຫວະໝັ້ນທ່ຽງ ດ້ວຍຄວາມອົດທົນ, ມີເຫດຜົນ ເພື່ອກ້າວຂຶ້ນຢ່າງໜັກແໜ້ນ ຈາກກ້າວນີ້ໄປສູ່ກ້າວຕໍ່ໆໄປ ດ້ວຍຄວາມເປັນຈິງ ຂອງປະເທດຊາດ ຂອງຕົນເອງ;
- ການຕໍ່ສູ້ ລະຫວ່າງ ແນວຄິດທີ່ມີສະຕິຕໍ່ການຈັດຕັ້ງ, ຕໍ່ລະບຽບກົດໝາຍ, ມີວິໄນເຂັ້ມງວດ ກັບແນວ ຄິດບໍ່ນັບຖືການຈັດຕັ້ງ, ບໍ່ເຄົາລົບກົດໝາຍ, ລະບຽບວິໄນ ຫຼື ລະບຽບວິໄນຫຼົ້ມເຫຼວ;
- ການຕໍ່ສູ້ ລະຫວ່າງແນວຄິດປະຢັດມັດທະຍັດ, ບໍ່ຟຸມເຟືອຍ ກັບ ແນວຄິດຟຸມເຟືອຍ, ຫຼິ້ນກິນ ສະເຫວີຍສຸກ;
- ການຕໍ່ສູ້ ລະຫວ່າງ ແນວຄິດທີ່ຖືເອົາຜົນປະໂຫຍດ ຂອງຊາດຂອງປະຊາຊົນ, ຂອງລວມໝູ່ເປັນໃຫຍ່ (ສູງກວ່າ) ກັບແນວຄິດເຫັນແກ່ຜົນປະໂຫຍດສ່ວນຕົວ, ຈຸ້ມເຈື້ອ, ພັກພວກເປັນໃຫຍ່, ສວຍໂອກາດ ສວຍໃຊ້ໜ້າທີ່ສໍ້ລາດບັງຫຼວງ, ບໍ່ສັດຊື່ທ່ຽງທຳ ແລະ ອື່ນໆ.
ທຸກບັນຫາທີ່ກ່າວມາຂ້າງເທິງນັ້ນ ລ້ວນແຕ່ແມ່ນການຕໍ່ສູ້ ລະຫວ່າງ ແນວຄິດໃໝ່ ແລະ ແນວຄິດເກົ່າຢູ່ໃນ ຍຸກປັດຈຸບັນ.
ສະນັ້ນ ເພື່ອເຮັດໃຫ້ວຽກງານການເມືອງ-ແນວຄິດ ເປັນຂອງປະຊາຊົນຢ່າງແທ້ຈິງ ທີ່ສະແດງອອກດ້ວຍ ນໍ້າ ໃຈຮັກຊາດ, ຮັກລະບອບປະຊາທິປະໄຕປະຊາຊົນ, ພວກເຮົາຕ້ອງປະຕິບັດແນວທາງ ທີ່ວ່າ: “ທຸກວຽກງານຂອງພັກ ຂອງຊາດ ຕ້ອງໃຫ້ປະຊາຊົນຮູ້, ປະຊາຊົນປຶກສາຫາລື ແລະ ປະຊາຊົນເປັນຜູ້ເຮັດ”.