ການພັດທະນາແບບຍືນຍົງ
ການພັດທະນາແບບຍືນຍົງ ໝາຍເຖິງການພັດທະນາ ທີ່ທັງຕອບສະໜອງຄວາມຕ້ອງການ ຂອງຄົນລຸ້ນນີ້ ແຕ່ບໍ່ທໍາລາຍຄວາມອາດສາມາດ ແລະ ຄວາມຕ້ອງການຂອງຄົນລຸ້ນຕໍ່ໄປ ຊຶ່ງແນວຄວາມຄິດ ລິເລີ່ມກ່ຽວກັບການພັດທະນາແບບຍືນຍົງ ແມ່ນສືບເນື່ອງຈາກຜົນການທົບຂອງການນໍາໃຊ້ຊັບພະຍາ ກອນທຳມະຊາດແບບຟຸມເຟືອຍ ແລະ ບັນຫາສິ່ງແວດ ລ້ອມ ທີ່ເກີດຂຶ້ນຢ່າງໜັກ ໃນຊຸມປີ 1960-1970.
ດັ່ງນັ້ນ, ໃນກອງປະຊຸມອົງການສະຫະປະຊາຊາດ ຄັ້ງປະຖົມມະລຶກ ກ່ຽວກັບສິ່ງແວດລ້ອມ ທີ່ຈັດ ຂຶ້ນຢູ່ນະຄອນ ຫຼວງສະຕອກໂຮມ, ປະເທດສະວິເດັນ ລະຫວ່າງ ວັນທີ 5-16 ມິຖຸນາ 19724 ໄດ້ ຕົກລົງສ້າງຕັ້ງອົງການສະຫະປະຊາຊາດ ເພື່ອສິ່ງແວດລ້ອມ (United Nation on Environmental Programme-UNEP) ທີ່ເປັນຫນ່ວຍງານຮັບຜິດຊອບໂດຍກົງ ໃນການກໍານົດທິດທາງໃນການ ພັດທະນາແບບຍືນຍົງ ລວມທັງການປ້ອງກັນບັນຫາສິ່ງແວດ ລ້ອມໃນທົ່ວໂລກ. ມາຮອດປີ 1992, ກອງ ປະຊຸມອົງການສະຫະປະຊາຊາດ ເພື່ອສິ່ງແວດລ້ອມ ໄດ້ຕົກລົງສ້າງຕັ້ງກອງທຶນສິ່ງແວດລ້ອມໂລກ (Global Environmental Facility-GEF) 5 ເພື່ອເປັນກົນໄກສະໜອງທຶນໃນການຄຸ້ມຄອງຊັບພະ ຍາກອນທຳມະຊາດ ແລະ ການປ້ອງກັນບັນຫາມົນລະພິດຕໍ່ສິ່ງແວດລ້ອມຂອງໂລກ.
ຢູ່ ສປປ ລາວພວກເຮົາ ໃນກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກ ຄັ້ງທີ 4 ສະໄໝທີ IX(2012) ໄດ້ຊີ້ນໍາວ່າ: ຕ້ອງຢຶດໝັ້ນການພັດທະນາແບບຍືນຍົງ ແລະ ຕໍ່ເນື່ອງ ໂດຍສົ່ງເສີມກໍາລັງແຮງຂອງບັນດາພາກສ່ວນເສດຖະກິດຕາມກົນໄກເສດຖະກິດຕະຫຼາດ ຕາມທິດສັງຄົມນິຍົມ, ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກ ຄັ້ງທີ 6 ສະໄໝທີ IX(2013) ໄດ້ຕີລາຄາຕື່ມວ່າ: ແຫຼ່ງລາຍຮັບແຫ່ງຊາດ ແມ່ນຍັງອາໄສການນໍາໃຊ້ຊັບພະຍາກອນທຳມະຊາດ ສົ່ງອອກວັດຖຸດິບ ເປັນຕົ້ນຕໍ. ມີຫຼາຍກໍລະນີ ການນໍາໃຊ້ຊັບພະຍາກອນທຳມະຊາດ ຍັງບໍ່ໄປຕາມທິດຍືນຍົງ ແລະ ບໍ່ເປັນມິດກັບສິ່ງແວດລ້ອມ. ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ IX (2014) ໄດ້ຢໍ້າຕື່ມວ່າ:ຕ້ອງຢຶດໝັ້ນທັດສະນະລວມຂອງການພັດທະນາ ໄປຕາມທິດຍືນຍົງ ຫຼີກເວັ້ນບໍ່ສ້າງໃຫ້ມີຂົ້ວທຸກຂົ້ວຮັ່ງ ແລະ ຄວາມແຕກໂຕນກັນດ້ານການພັດທະນາຈົນເກີນໄປ, ນໍາໃຊ້ທ່າແຮງຄວາມສາມາດບົ່ມຊ້ອນຂອງປະ ເທດເຮົາ ເປັນຕົ້ນ ທ່າແຮງດ້ານຊັບພະຍາກອນທຳມະຊາດ (ນໍ້າ, ດິນ, ສິ່ງແວດລ້ອມ) ເພື່ອພັດທະນາປະ ເທດຕາມທິດຍືນຍົງ ແລະ ບໍ່ໃຫ້ບົກແຫ້ງຈັກເທື່ອ ທັງມີມາດຕະການຮັບມືກັບການປ່ຽນແປງດິນຟ້າອາກາດ ແລະ ຕ້ານແລ້ງ, ຕ້ານຖ້ວມ ຢ່າງເປັນເຈົ້າການ, ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກ ຄັ້ງທີ 5 ສະໄໝທີ X(2017) ໄດ້ຊີ້ນໍາລັດຖະບານເອົາ ໃຈໃສ່ ຊີ້ນໍາການຈັດຕັ້ງປະຕິບັດມາດຕະການຄຸ້ມຄອງ, ປົກປັກຮັກສາຊັບພະຍາກອນທຳມະຊາດ ແລະ ການປົກປັກຮັກສາສິ່ງແວດລ້ອມ ໃຫ້ມີຄວາມເຂັ້ມງວດ ຕາມລະບຽບກົດໝາຍ; ຮີບຮ້ອນຫັນມະຕິຂອງສູນກາງພັກ ວ່າດ້ວຍການເພີ່ມທະວີການຄຸ້ມຄອງ ແລະ ພັດທະນາທີ່ດິນ ໃນການໄລຍະໃໝ່ ເປັນແຜນງານ ແລະ ໂຄງການລະອຽດ ເພື່ອຮັບປະກັນການແກ້ໄຂ ບັນຫາຕົວຈິງ.
ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກ ຄັ້ງທີ 9 ສະໄໝທີ X(2019) ໄດ້ຕີລາຄາວ່າ: ການຈັດຕັ້ງປະຕິ ບັດແຜນພັດທະນາເສດຖະກິດ-ສັງຄົມ ບໍ່ທັນເຂົ້າສູ່ລວງເລິກ, ຂາດການປະສານງານກັນ ໃນແຕ່ລະຂົງເຂດ, ການຊີ້ນໍາຂອງຄະນະພັກຂັ້ນຕ່າງໆ ຍັງບໍ່ທັນມີຈຸດສຸມ, ບໍ່ທັນມີແຜນການ ແລະ ໂຄງການທີ່ແທດເໝາະກັບຕົວຈິງ, ການຫັນເປັນທັນສະໄໝໃນການເກັບລາຍຮັບ ຍັງຊັກຊ້າ ແລະ ຍັງມີການຮົ່ວໄຫຼຫຼາຍ. ດັ່ງນັ້ນ, ຄະນະພັກຂັ້ນຕ່າງໆ ຕ້ອງຢຶດໝັ້ນໃນການຊີ້ນໍາ-ບັນຊາ ຄືກັບ ຍຸດທະບັ້ນຮົບ ເສດຖະກິດເພື່ອບຸກແກ້ບັນຫາເສດຖະກິດ ຢ່າງເດັດຂາດ, ເປັນລະບົບ, ຕໍ່ເນື່ອງ ແລະ ເປັນເຈົ້າການໃນ ການແກ້ໄຂ ແລະ ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງປະຊາຊົນ ດ້ວຍການສົມ ທົບຢ່າງກົມກຽວ ລະຫວ່າງດ້ານເສດຖະກິດ ກັບສັງຄົມ ຕິດພັນກັບການປົກປັກຮັກສາສິ່ງແວດລ້ອມ.