ພິທີມອບ-ຮັບໜ້າທີ່ ລະຫວ່າງຫົວໜ້າກົມ, ທຽບເທົ່າກົມ ຜູ້ເກົ່າ ແລະ ຜູ້ໃໝ່.

   ພິທີມອບ-ຮັບໜ້າທີ່ ລະຫວ່າງຫົວໜ້າກົມ, ທຽບເທົ່າກົມ ຜູ້ເກົ່າ ແລະ ຜູ້ໃໝ່.

    ໃນຕອນບ່າຍຂອງວັນທີ 24 ຕຸລາ 2025 ຄະນະໂຄສະນາອົບຮົມສູນກາງພັກ ຈັດພິທີມອບ-ຮັບໜ້າທີ່ ລະຫວ່າງຫົວໜ້າກົມ, ທຽບເທົ່າກົມ ຜູ້ເກົ່າ ແລະ ຜູ້ໃໝ່ຂຶ້ນທີ່ ຫ້ອງປະຊຸມໃຫຍ່; ໂດຍໃຫ້ກຽດເຂົ້າຮ່ວມເປັນສັກຂີພະຍານຂອງສະຫາຍ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ ເຂົ້າຮ່ວມມີ: ຄະນະບໍລິຫານງານພັກ, ຄະນະໂຄສະນາອົບຮົມສູນກາງພັກ, ບັນດາຄະນະກົມ, ທຽບເທົ່າກົມ ແລະ ຫົວໜ້າພະແນກ ທີ່ຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ.

ໃນພິທີສະຫາຍ ນ. ໄພວັນ ວັນນະໄຊ ຮອງຫົວໜ້າກົມຈັດຕັ້ງ-ພະນັກງານ ໄດ້ກ່າວຈຸດປະສົງ ແລະ

ຫຼັງຈາກນັ້ນກໍໄດ້ມີພິທີເຊັນມອບ-ຮັບໜ້າທີ່ລະຫວ່າງຫົວໜ້າກົມ, ທຽບເທົ່າກົມ ຜູ້ເກົ່າ ແລະ ຜູ້ໃໝ່ ຄື:

  1. ທ່ານ ນາງ ພວງມະລີ ອັກຄະມູນຕີ ຄະນະພັກ ຫົວໜ້າກົມຈັດຕັ້ງ-ພະນັກງານ (ຜູ້ເກົ່າ) ມອບໜ້າທີ່ໃຫ້ ທ່ານ ອານົງສັກ ອິນທະວົງ ກໍາມະການຄະນະພັກ ຫົວໜ້າກົມຈັດຕັ້ງ-ພະນັກງານ (ຜູ້ໃໝ່)
  2. ທ່ານ ອານົງສັກ ອິນທະວົງ ກໍາມະການຄະນະພັກ ຫົວໜ້າກົມໂຄສະນາ (ຜູ້ເກົ່າ) ມອບໜ້າທີ່ໃຫ້ ທ່ານ ບົວໄລ ພານຸວົງ ຫົວໜ້າກົມໂຄສະນາ (ຜູ້ໃໝ່)
  3. ທ່ານ ບົວໄລ ພານຸວົງ ອໍານວຍການໃຫຍ່ ວິທະຍຸກະຈາຍສຽງແຫ່ງຊາດ (ຜູ້ເກົ່າ) ມອບໜ້າທີ່ໃຫ້ ທ່ານ ນາງ ສິມມະນີ ແກ້ວແກ່ນ ອໍານວຍການໃຫຍ່ ວິທະຍຸກະຈາຍສຽງແຫ່ງຊາດ

(ຜູ້ໃໝ່)

  1. ທ່ານ ນາງ ສິມມະນີ ແກ້ວແກ່ນ ອໍານວຍການໃຫຍ່ ໂທລະພາບແຫ່ງຊາດລາວ (ຜູ້ເກົ່າ) ມອບໜ້າທີ່ໃຫ້ ທ່ານ ປອ ວັນລາຕີ ຄໍາວານວົງສາ ກໍາມະການຄະນະພັກ ອໍານວຍການໃຫຍ່ ໂທລະພາບແຫ່ງຊາດລາວ (ຜູ້ໃໝ່)
  2. ທ່ານ ປອ ວັນລາຕີ ຄໍາວານວົງສາ ກໍາມະການຄະນະພັກ ບກ ໃຫຍ່ ວາລະສານອະລຸນໃໝ່ (ຜູ້ເກົ່າ) ມອບໜ້າທີ່ໃຫ້ ທ່ານ ຫີນເພັດ ໄຊຍະສີພັນດອນ ຮັກສາການ ບັນນາທິການໃຫຍ່ ວາລະສານອະລຸນໃໝ່ (ຜູ້ໃໝ່)

ໃນພິທີທີ່ມີຄວາມໝາຍສໍາຄັນດັ່ງກ່າວ ສະຫາຍ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ ໄດ້ໃຫ້ກຽດມີຄຳເຫັນໂອ້ລົມເຊິ່ງກ່ອນອື່ນສະຫາຍໄດ້ສະແດງຄວາມຍ້ອງຍໍໍຊົມເຊີຍຕໍ່ຜົນງານອັນພົ້ນເດັ່ນໃນຕະຫຼອດໄລຍະຜ່ານມາ ແລະ ຮຽກຮ້ອງມາຍັງບັນດາສະຫາຍ ເຂົ້າໃຈຢ່າງເລິກເຊິ່ງວ່າຄະນະພັກ ຄອສພ ຕົກລົງຍົກຍ້າຍ ແລະ ແຕ່ງຕັ້ງພະນັກງານການນຳຂັ້ນກົມ ແມ່ນຄວາມຈຳເປັນຂອງໜ້າທີ່ວຽກງານ, ຄວາມຮຽກຮ້ອງຕ້ອງການສຳລັບພັກ-ລັດເຮົາແນ່ໃສ່ປັບປຸງລະບົບການຈັດຕັ້ງຂອງ ຄອສພ ໃຫ້ສອດຄ່ອງກັບໜ້າທີ່ການເມືອງໃນໄລຍະໃໝ່ ແລະ ສອດຄ່ອງກັບລະດັບຄວາມຮູ້ຄວາມສາມາດຂອງແຕ່ລະສະຫາຍ ແລະ ປະທານຍັງໄດ້ເນັ້ນໜັກບາງບັນຫາຄື: ໃຫ້ບັນດາສະຫາຍສຶກສາອົບຮົມນຳພາແນວຄິດຂອງພະນັກງານສະມາຊິກພັກຂອງຕົນ ໃຫ້ຮັບຮູ້ ແລະ ເຂົ້າໃຈ ຢ່າງທົ່ວເຖິງຕໍ່ການສັບຊ້ອນພະນັກງານການນຳກໍເພື່ອຍົກສູງຄຸນນະພາບວຽກງານໂຄສະນາອົບຮົມໃຫ້ໄປສູ່ຄຸນນະພາບໃໝ່; ເສີມຂະຫຍາຍມູນເຊື້ອອັນດີງາມໂດຍສະເພາະຄວາມສາມັກຄີພາຍໃນໃຫ້ແໜ້ນແຟ້ນ, ມີຄວາມເປັນເອກະພາບສູງ, ສືບຕໍ່ເປັນຫຼັກແຫຼ່ງ, ເປັນຄັນທຸງ ແລະ ເປັນແກນນຳໃນການເຕົ້າໂຮມຄວາມສາ ມັກຄີໃນຖັນແຖວພະນັກງານ ແລະ ສະມາຊິກພັກ; ພ້ອມກັນຕັດສິນໃຈແກ້ໄຂບັນຫາທີ່ຍັງອ່ອນ ແລະ ຄົງຄ້າງ ເພື່ອພ້ອມກັນສືບຕໍ່ນຳພາ-ຊີ້ນຳພະນັກງານ, ສະມາຊິກພັກ ຂອງຕົນປະຕິບັດໜ້າທີ່ດ້ວຍຄວາມຮັບຜິດຊອບສູງ ແລະ ປະດິດສ້າງຫັນປ່ຽນຢ່າງແຂງແຮງ ເລິກເຊິ່ງ ແລະ ຮອບດ້ານເຂົ້າໃນວຽກງານຕົວຈິງ ແລະ ພ້ອມນັ້ນ ກໍຕ້ອງປັບປຸງເນື້ອໃນ, ຮູບການ, ວິທີການເຄື່ອນໄຫວວຽກງານໂຄສະນາອົບຮົມໃຫ້ສອດຄ່ອງ, ຕິດແທດກັບສະພາບການ ແລະ ຄວາມຮຽກຮ້ອງຕ້ອງການຕົວຈິງ ຂອງແຕ່ລະເປົ້າໝາຍ, ມີຄຸນນະພາບ ແລະ ມີປະສິດທິຜົນສູງຂຶ້ນກວ່າເກົ່າ.