
ການຝຶກອົບຮົມໄດ້ເປີດຂຶ້ນໃນຕອນເຊົ້າ ຂອງວັນທີ 22 ທັນວາ 2025 ຢູ່ທີ່ຫ້ອງປະຊຸມໃຫຍ່ ຂອງພະແນກອຸດສາຫະກໍາ ແລະ ການຄ້າ ແຂວງສາລະວັນ. ໃຫ້ກຽດເປັນປະທານຮ່ວມໂດຍ ທ່ານ ມະໄລວອນ ສີປະເສີດ ກໍາມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງສາລະວັນ, ທ່ານ ບົວໄລ ພານຸວົງ ເລຂາໜ່ວຍພັກ, ຫົວໜ້າກົມໂຄສະນາ ຄະນະໂຄສະນາອົບຮົມສູນກາງພັກ, ມີ ບັນດາຄະນະພັກຮາກຖານຂອງບັນດາພະແນກການແຂວງ, ຄະນະໂຄສະນາອົບຮົມເມືອງ, ບັນດາຂະແໜງການ ຂອງເມືອງ 60 ທ່ານ, ຍິງ 16 ທ່ານ ເຂົ້າຮ່ວມຊຸດຝຶກອົບຮົມຄັ້ງນີ້ຈະໄດ້ດໍາເນີນເປັນເວລາ 3 ວັນ, ນັບແຕ່ວັນທີ 22-24 ທັນວາ 2025.

ການຝຶກອົບຮົມໃນຄັ້ງນີ້ ນັກສໍາມະນາກອນ ໄດ້ຮຽນຮູ້ໃນ 4 ຫົວຂໍ້ຄື: 1. ຄວາມຮູ້ພື້ນຖານ ຂອງວຽກງານໂຄສະນາ, 2.ບັນດານິຕິກໍາ ແລະ ຂັ້ນຕອນການກະກຽມປາຖະກະຖາ, 3 ການສ້າງນັກໂຄສະນາ-ປາຖະກະຖາ ແລະ ທັກສະສິນລະປະການເວົ້າ, 4 ແມ່ນການເປັນບັນນາທິການ ແລະ ຫຼັກການໃນການຂຽນບົດ-ຂຽນຂ່າວ ; ວິທະຍາກອນ ແມ່ນຈາກກົມໂຄສະນາ ຄະນະໂຄສະນາອົບຮົມສູນກາງພັກ, ໃນການຝຶກອົບຮົມຄັ້ງນີ້, ນອກຈາກຮໍ່າຮຽນທິດສະດີແລ້ວ ຍັງຈະໄດ້ຝຶກເຮັດທົດລອງຕົວຈິງ ໃນການເປັນນັກໂຄສະນາ-ປາຖະກະຖາ, ການເປັນບັນນາທິການ, ພ້ອມທັງສ້າງຄວາມຮັບຮູ້ ແລະ ເຂົ້າໃຈ ໃຫ້ແກ່ພະນັກງານນໍາພາ-ຄຸ້ມຄອງ ຂອງແຂວງສາລະວັນ ແນ່ໃສ່ຍົກສູງຄວາມສາມາດປະຕິບັດໜ້າທີ່ການເມືອງໃນການນໍາເອົາແນວທາງນະໂຍບາຍ, ມະຕິ, ຄໍາສັ່ງ ຂອງພັກ ແລະ ນິຕິກໍາຕ່າງໆຂອງລັດ, ສະພາບການຂອງໂລກເຜີຍແຜ່ໃຫ້ປະຊາຊົນໄດ້ຮັບຮູ້ ແລະ ເຂົ້າໃຈ ໂຄສະນາ-ປາຖະກະຖາ
(ພາບ-ຂ່າວ: ລຽນສີ)
