ໃນວັນທີ 05 ທັນວາ 2025 ທ່ານ ສົມປະສົງ ພົງປະເສີດ ຫົວໜ້າກົມຂໍ້ມູນຂ່າວສານ ພ້ອມພະນັກງານກົມ ໄດ້ພົບປະແລກປ່ຽນ ແລະ ຖອດຖອນບົດຮຽນການເຄື່ອນໄຫວວຽກງານວິຊາສະເພາະ ທີ່ສຳນັກຂ່າວສານປະເທດລາວ ໂດຍໃຫ້ກຽດຕ້ອນຮັບ ຂອງທ່ານ ວັນນະສິນ ສິມມະວົງ ຜູ້ອຳນວຍການໃຫຍ່ສຳນັກຂ່າວສານປະເທດລາວ ພ້ອມດ້ວຍພະນັກງານ.



ໃນໂອກາດດັ່ງກ່າວ, ທ່ານ ວັນນະສີນ ສິມມະວົງ ຜູ້ອຳນວຍການໃຫຍ່ສຳນັກຂ່າວສານປະເທດລາວ ໄດ້ໃຫ້ກຽດນຳສະເໜີກ່ຽວກັບພາລະບົດບາດ ແລະ ສະພາບການເຄື່ອນໄຫວວຽກງານຂອງສຳນັກຂ່າວສານປະເທດລາວ ໄລຍະຜ່ານມາ, ພ້ອມກັນນັ້ນ ສອງຝ່າຍກໍຍັງໄດ້ເປັນເອກະພາບກັນ ກ່ຽວກັບທິດທາງແຜນການຮ່ວມມືກັນໃນຕໍ່ໜ້າ ເພື່ອພ້ອມກັນປັບປຸງປ່ຽນແປງການເຄື່ອນໄຫວວຽກງານວິຊາສະເພາະໃຫ້ມີການຫັນປ່ຽນໄປສູ່ຄຸນນະພາບໃໝ່ ໂດຍສະເພາະ ການໂຄສະນາເຜີຍແຜ່ແນວທາງແຜນນະໂຍບາຍ ຂອງພັກ-ລັດ ໃຫ້ບັນດາຊັ້ນຄົນໃນສັງຄົມ, ໂດຍຜ່ານລະບົບເຕັກໂນໂລຊີຂໍ້ມູນຂ່າວສານ ເປັນຕົ້ນແມ່ນ ການໂຄສະນາທາງເອເລັກໂຕຣນິກ, ວຽກງານການພັດທະນາ ແລະຄຸ້ມຄອງບັນດາເຄື່ອງມື ແລະ ພາຫະນະໂຄສະນາທີທັນສະໄໝ.
ພາຍຫຼັງສໍາເລັດການແລກປ່ຽນ ທ່ານ ຜູ້ອໍານວຍການສໍານັກຂ່າວສານປະເທດລາວ ໄດ້ໃຫ້ກຽດນໍາພາຄະນະທີ່ມາແລກປ່ຽນບົດຮຽນ ໄປຢ້ຽມຢາມເບິ່ງສະຖານທີ່ການເຮັດວຽກຕົວຈິງ ຂອງສຳນັກຂ່າວສານປະເທດລາວ ເຊັ່ນ: ການຄຸ້ມຄອງເຊີເວີ; ວຽກງານພາຍໃນຫ້ອງສະຕູດີໂອ ການຖ່າຍທຳ-ຕັດຕໍ່; ວຽກງານສື່ສິ່ງພິມ; ການສຳເນົາຮູບພາບ ແລະ ຊົມຫ້ອງສະແດງຮູບພາບການເຄື່ອນໄຫວໄລຍະຜ່ານມາ ແຕ່ປີ1968 ຈົນເຖິງປັດຈຸບັນ.
ຫຼັງຈາກນັ້ນ, ທັງສອງພາກສ່ວນກໍ່ໄດ້ເຂົ້າຮ່ວມກິດຈະກຳກິລາ ເພື່ອເປັນການຮັດແໜ້ນຄວາມສາມັກຄີລະຫວ່າງກົມຂໍ້ມູນຂ່າວສານ ແລະ ສຳນັກຂ່າວສານປະເທດລາວດ້ວຍບັນຍາກາດຟົດຟື້ນ.

