
ໃນຕອນເຊົ້າ, ວັນທີ 16 ທັນວາ 2025, ໜ່ວຍພັກຫ້ອງການສະພາທິດສະດີສູນກາງພັກ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ໄຂກອງປະຊຸມໃຫຍ່ ຄັ້ງທີ I ຂຶ້ນຢ່າງເປັນທາງການ ຢູ່ທີ່ຫ້ອງປະຊຸມຫ້ອງການສະພາທິດສະດີສູນກາງພັກ ໂດຍການເປັນປະທານຂອງ ສະຫາຍ ສະຫາຍ ນ. ພອບທິບ ສີຈະເລີນ ເລຂາໜ່ວຍພັກ, ຫົວໜ້າຫ້ອງການສະພາທິດສະດີສູນກາງພັກ, ເປັນກຽດເຂົ້າຮ່ວມຂອງ ສະຫາຍ ປອ. ຄໍາພັນ ເຜີຍຍາວົງ ເລຂາທິການສູນກາງພັກ, ເລຂາຄະນະພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານ ສະພາທິດສະດີສູນກາງພັກ, ມີບັນດາສະຫາຍເລຂາ, ຮອງເລຂາໜ່ວຍພັກ ອ້ອມຂ້າງຄະນະໂຄສະນາອົບຮົມສູນກາງພັກ ແລະ ສະມາ ຊິກພັກສົມບູນ-ສໍາຮອງພາຍໃນໜ່ວຍທັງໝົດເຂົ້າຮ່ວມ.

ກອງປະຊຸມໄດ້ເຫັນດີເປັນເອກະພາບ ຮັບຮອງບັນດາເອກະສານສໍາຄັນຂອງໜ່ວຍພັກ ດັ່ງນີ້:
– ບົດລາຍງານການເມືອງຂອງໜ່ວຍພັກ, ໃນນັ້ນ ໄດ້ສະຫລຸບຕີລາຄາການຈັດຕັ້ງປະຕິບັດວຽກງານຂອງໜ່ວຍພັກໃນໄລຍະປີ 2021-2025, ເຊິ່ງໄດ້ຍົກໃຫ້ເຫັນຜົນສໍາເລັດ ໃນການຈັດຕັ້ງປະຕິບັດວຽກງານຂອງໜ່ວຍພັກໃນໄລຍະໜຶ່ງສະໄໝຜ່ານມາ. ຄຽງຄູ່ກັນນັ້ນ, ກໍ່ໄດ້ຍົກໃຫ້ເຫັນດ້ານອ່ອນ, ຂໍ້ຄົງຄ້າງ ທີ່ຈະຕ້ອງໄດ້ສືບຕໍ່ປັບປຸງແກ້ໄຂ, ຍົກໃຫ້ເຫັນ ສາເຫດທີ່ພາໃຫ້ມີດ້ານດີ, ດ້ານອ່ອນ ແລະ ຂໍ້ຄົງຄ້າງ ທີ່ເຮັດໃຫ້ການຈັດຕັ້ງປະຕິບັດວຽກງານຂອງໜ່ວຍພັກຈໍານວນໜຶ່ງບໍ່ໄດ້ຮັບຜົນສໍາເລັດ ແລະ ບົດຮຽນຈາກພຶດຕິກໍາຕົວຈິງໃນການຈັດຕັ້ງເຄື່ອນໄຫວວຽກງານໃນໄລຍະຜ່ານມາ. ພ້ອມກັນນັ້ນ, ໄດ້ກໍານົດທິດທາງແຜນການຈັດຕັ້ງປະຕິບັດໃນ 5 ປີຕໍ່ໜ້າ 2026-2030.
– ບົດສໍາຫລວດການນໍາພາ-ຊີ້ນໍາ ຂອງໜ່ວຍພັກຫ້ອງການສະພາທິດສະດີສູນກາງພັກ, ໃນນັ້ນ ໄດ້ຕີລາຄາດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ, ບັນດາສາເຫດທີ່ພາໃຫ້ມີດ້ານດີ, ດ້ານອ່ອນ ແລະ ບົດຮຽນທີ່ີຖອດຖອນໄດ້ ໄລຍະ 5 ປີ ຜ່ານມາ; ໄດ້ຮັບຮອງເອົາ ແຜນພັດທະນາ ວຽກງານຫ້ອງການສະພາທິດສະດີສູນກາງພັກ ໃນໄລຍະ 5 ປີຕໍ່ໜ້າ (2026-2030), ເຊິ່ງໄດ້ກໍານົດມີ 5 ແຜນງານ, 6 ໂຄງການ ທີ່ຈະຕ້ອງໄດ້ສູ້ຊົນຈັດຕັ້ງປະຕິ ບັດໃຫ້ສໍາເລັດ; ບັນດາສະຫາຍສະມາຊິກພັກ ຂອງໜ່ວຍພັກຫ້ອງການສະພາທິດສະດີສູນກາງພັກ ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດເລືອກຕັ້ງເອົາຄະນະໜ່ວຍພັກຊຸດໃໝ່ ເພື່ອນຳພາ-ຊີ້ນໍາ ປະຕິບັດໜ້າທີ່ການເມືອງຂອງໜ່ວຍພັກໃນໄລຍະ 5 ປີຕໍ່ໜ້າ, ເຊິ່ງມີຜູ້ສະໝັກຮັບເລືອກຕັ້ງ ຈໍານວນ 04 ສະຫາຍ, ຍິງ 03 ສະຫາຍ, ເລືອກເອົາ ຈໍານວນ 3 ສະຫາຍ, ເຊິ່ງປະກອບດ້ວຍບັນດາສະຫາຍ ດັ່ງນີ້:
1.ສະຫາຍ ນ. ພອນທິບ ສີຈະເລີນ
2. ສະຫາຍ ນ. ແສງສົມຈິດ ຄໍາສີງ
3. ສະຫາຍ ໄຊຊະນະ ວົງຄໍາຊາວ

ກອງປະຊຸມຄັ້ງປະຖົມມະລຶກ ຄັ້ງທີ I ຂອງໜ່ວຍພັກຫ້ອງການສະພາທິດສະດີສູນກາງພັກ ເປັນເອກະສັນເລືອກເອົາຄະນະໜ່ວຍພັກຊຸດໃຫມ່ ດັ່ງນີ້໊:
1.ສະຫາຍ ນ. ພອບທິບ ສີຈະເລີນ ເປັນເລຂາໜ່ວຍພັກ
2. ສະຫາຍ ນ. ແສງສົມຈິດ ຄໍາສີງ ເປັນຮອງເລຂາໜ່ວຍພັກ
3. ສະຫາຍ ໄຊຊະນະ ວົງຄໍາຊາວ ເປັນກຳມະການຄະນະໜ່ວຍພັກ,ປະທານກວດກາໜ່ວຍພັກ
ຫຼັງຈາກນັ້ນບັນດາສະຫາຍສະມາຊິກພັກຂອງໜ່ວຍພັກຫ້ອງການສະພາທິດສະດີສູນກາງພັກ ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕ ປ່ອນບັດຄັດເລືອກເອົາ ຜູ້ແທນສົມບູນ ແລະ ຜູ້ແທນສໍາຮອງ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກຄະນະໂຄສະນາອົບຮົມສູນກາງພັກ, ໃນນັ້ນຜູ້ແທນສົມບູນ 5 ສະຫາຍ ແລະ ຜູ້ແທນສໍາຮອງ 2 ສະຫາຍ
ກອງປະຊຸມໃຫຍ່ຄັ້ງນີ້ ໄດ້ຮັບຟັງການໂອ້ລົມຂອງສະຫາຍ ປອ. ຄໍາພັນ ເຜີຍຍະວົງເລຂາທິການສູນກາງພັກ, ເລຂາຄະນະພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ, ເຊິ່ງສະຫາຍ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ການນຳພາ-ຊີ້ນໍາຂອງຄະນະໜ່ວຍພັກ ໃນການປະຕິບັດໜ້າທີ່ການເມືອງຂອງໜ່ວຍພັກ ເຊິ່ງສາ ມາດຍາດໄດ້ຜົນສໍາເລັດໃນຫລາຍດ້ານ, ພ້ອມກັນນັ້ນ ກໍ່ໄດ້ສະແດງຄວາມເປັນຫວ່ງເປັນໃຍຕໍ່ດ້ານອ່ອນ ແລະ ຂໍ້ຄົງຄ້າງ ທີ່ຄະນະໜ໋ວຍພັກຊຸດໃໝ່ ຈະຕ້ອງໄດ້ສືບຕໍ່ປັບປຸງແກ້ໄຂ. ສະຫາຍ ຍັງໄດ້ໃຫ້ທິດຊີ້ນໍາຕໍ່ວຽກງານຂອງໜ່ວຍພັກຫ້ອງການສະພາທິດສະສູນກາງພັກ ຢ່າງເລິກເຊິ່ງ ແລະ ໃຫ້ຄວາມເຊື່ອໝັ້້ນ ຕໍ່ຄະນະໜ່ວຍພັກຊຸດໃໝ່ ຈະສືບຕໍ່ນໍາພາ-ຊີ້ນໍາ ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ I ຂອງໜ່ວຍພັກຫ້ອງການສະພາທິດສະດີສູນກາງພັກໃຫ້ມີຜົນເລັດ.
ຄໍາເຫັນໂອ້ລົມຂອງສະຫາຍ ແມ່ນເຕັມໄປດ້ວຍເນື້ອໃນທີ່ສຳຄັນ ແລະ ມີຄວາມໝາຍສຳລັບໜ່ວຍພັກຂອງພວກເຮົາ, ເປັນທິດທາງຊີ້ນຳໃຫ້ໜ່ວຍພັກສືບຕໍ່ປະຕິບັດໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ ໃຫ້ມີຜົນສໍາເລັດໃຫຍ່ຫລວງກວ່າເກົ່າ.
ກອງປະຊຸມໃຫຍ່ຄັ້ງນີ້ ໄດ້ຮຽກຮ້ອງມາຍັງບັນດາສະຫາຍສະມາຊິກພັກ-ພະນັກງານ ຈົ່ງເຊີດຊູຄວາມຮັບຜິດຊອບໜ້າທີ່ການເມືອງຂອງຕົນໃຫ້ສູງຂຶ້ນ, ເປັນເຈົ້າການຈັດຕັ້ງປະຕິບັດມະຕິກອງປະຊຸມ ຄັ້ງທີ I ຂອງໜ່ວຍພັກ ໃຫ້ມີຜົນສໍາເລັດ, ເຮັດໃຫ້ວຽກງານຫ້ອງການສະພາທິດສະດີສູນ ກາງພັກ ມີການຫັນປ່ຽນຢ່າງຕັ້ງໜ້າ, ແຂງແຮງ ແລະ ເລິກເຊິ່ງກວ່າເກົ່າ.

