50 ປີ ສປປ ລາວ
ຊາດລາວ ຊົນຊາດເຊື້ອ ຂຶ້ນຊື່ລືນາມ
ມີປະຫວັດສາດຫຼາຍພັນປີ ປະກົດໃນໂລການີ້
ປະຊາຊົນ ມີມູນເຊື້ອ ຂະຫຍັນພຽນດຸໝັ່ນ
ສາມັກຄີຮັກໝັ້ນ ໂຮມຕຸ້ມເຜົ່າປະຊາ
50 ປີ ກ່ອນໜ້ານີ້ ລາວຖືກຮຸກຮານ
ຈັກກະພັດໂຕມານ ຢຶດຄອງເມືອງບ້ານ
ເຂັ່ນຂ້າປະຊາເຊື້ອ ຄົນລາວລະທົມທຸກ
ອຸກອັ່ງໃຈຄັບແຄ້ນ ຝັງແໜ້ນໝາກຫົວໃຈ
ໄຟປະຕິວັດສ່ອງຊີ້ ມີພັກປະຊາຊົນ
ຜູ້ຈັດຕັ້ງນໍາພາ ເຜົ່າປະຊາເໜືອໃຕ້
ວາງແນວທາງໃສແຈ້ງ ແສງສະຫວ່າງເອກະລາດ
ຂັບໄລ່ ຈັກກະພັດຕ່າງດ້າວ ຄືນບ້ານໄກ່ບໍ່ຂັນ
ຫຼາຍສິບປີຕໍ່ຕ້ານ ເຍືອຍືດຍາວນານ
ຕໍ່ສູ້ຈັກກະພັດ ແບບເກົ່າປະລາໄຊແລ້ວ
ໂຕໃໝ່ ພັດກະໂດດເຂົ້າ ຢຶດຄອງແທນທີ່
ຖອກຖິ້ມ ລະເບີດລຸກໄໝ້ ຫຼາຍລ້ານກວ່າໂຕນ
ປະຊາຊົນເຈັບປວດຊໍ້າ ທຸກລະກໍາເພີ່ມທະວີ
ທຸກທີ່ດິນແດນລາວ ລຸກຮືຕີຕ້ານ
ຢາດນໍ້າຕາລິນແກ້ມ ຢາດເລືອດແລະຊີວິດ
ໄຫຼອາບດິນແຜ່ນພື້ນ ມາຕຸພູມແມ່ນີ້
ຊິຂໍສູ້ແມ່ນຕົວຕາຍ
ດ້ວຍຫົວໃຈນັກສູ້ ອົງອາດວິລະຊົນ
ບໍ່ອ່ອນຍອມຈໍານົນ ແມ່ນກຳລັງພົນມີໜ້ອຍ
ໝາກຫົວໃຈເຕັມຮ້ອຍ ປະຈັນບານກ້າແກ່ນ
ທຸງສີແດງປັກຕັ້ງ ໃນບັ້ນຮົບຢ່າງມີໄຊ
ຊາດລາວ ມີເອກະລາດໄດ້ ປະກາດທົ່ວໂລກາ
ສະຖາປະນາ ສປປ ລາວ ເຜົ່າປະຊາເປັນເຈົ້າ
ດິນແດນລາວເໜືອກາງໃຕ້ ສະຫຼອງໄຊສັນຕິພາບ
ນໍ້າໃຈຮັກຊາດຊຶ້ງ ລະບອບໃໝ່ຍາດໄດ້
ພາຍໃຕ້ພັກນໍາພາ
50 ປີ ລາວເອກອ້າງ ວັນທີ່ມີຄວາມໝາຍ
ໄດ້ຫວນເຫັນຄວາມເປັນມາ ກ່ອນຈະມີວັນນີ້
ຜ່ານວິລະກຳຫານກ້າ ພັກນໍາພາອົງອາດ
ດ້ວຍຢາດເຫື່ອ ແລະເລືອດເນື້ອ ທັງນໍ້າຕາຊີວິດພ້ອມ
ຮັກຫອມເຈົ້າຊື່ວ່າລາວ
ວັນນີ້ ເດີນດຸ່ງກ້າວ ລາວໃໝ່ວິໄລສີ
ສາມັກຄີເສີມຂະຫຍາຍ ຊາດວິລະຊົນຄົນກ້າ
ປົກປັກຮັກສາດິນແດນດ້າວ ມາຕຸພູມແສນຮັກ
ພັດທະນາຮອບດ້ານ ຊາດຈະເລີນເຮືອງຮຸ່ງແຈ້ງ
ແຂງເຂັ້ມຕະຫຼອດໄປ ແທ້ແລ້ວ.
ສ. ບົວຄໍາໄຊ
1 ທັນວາ 2025
