Month: December 2025

ພິທີປາຖະກະຖາເນື້ອໃນຈິດໃຈກອງປະຊຸມຄົບຄະນະ ຄັ້ງທີ 4 ສະໄໝທີ XX ຂອງພັກກອມມູນິດຈີນ.

ໃນຕອນເຊົ້າຂອງວັນທີ 25 ທັນວາ 2025 ຄະນະໂຄສະນາອົບຮົມສູນກາງພັກ ສົມທົບກັບ ຄະນະພົວພັນຕ່າງປະເທດສູນກາງພັກ ແລະ ຫ້ອງວ່າການສູນກາງພັກ ໄດ້ຮ່ວມກັນຈັດຕັ້ງພິທີປາຖະກະຖາເນື້ອໃນຈິດໃຈກອງປະຊຸມຄົບຄະນະ ຄັ້ງທີ 4 ສະໄໝທີ XX ຂອງພັກກອມມູນິດຈີນ ຂຶ້ນທີ່ ຫ້ອງປະຊຸມໃຫຍ່ ຂອງຫ້ອງວ່າການສູນກາງພັກ ໃຫ້ກຽດປາຖະກະຖາໂດຍ ສະຫາຍ ເຊັຍ ຊຸນທາວ ກຳມະການສູນກາງພັກກອມມູນິດຈີນ, ຮອງຫົວໜ້າໂຮງຮຽນພັກ ຂອງ ສູນກາງພັກກອມມູນິດຈີນ; ເຂົ້າຮ່ວມມີ: ສະຫາຍ ສຈ.ປອ ກິແກ້ວ ໄຂຄໍາພິທູນ, ກໍາມະການກົມການເມືອງສູນ ກາງພັກ, ຮອງນາຍົກລັດ ຖະມົນຕີ ແຫ່ງ ສປປ ລາວ, ສະຫາຍ ປອ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ,

ຄະນະຜູ້ແທນ ຂອງສູນກາງພັກກອມມູນິດຈີນ ເຂົ້າຢ້ຽມຄໍານັບ ແລະ ພົບປະເຮັດວຽກກັບ ຄະນະນໍາ ຄະນະໂຄສະນາອົບຮົມສູນກາງພັກ.

ໃນຕອນເຊົ້າ ຂອງວັນທີ 24 ທັນວາ 2025, ທີ່ຫ້ອງຮັບແຂກ ຊັ້ນ 5 ຄອສພ ຄະນະຜູ້ແທນຂອງສູນກາງພັກກອມມູນິດຈີນ ເຊິ່ງນໍາໂດຍ ສະຫາຍ ເຊ້ຍ ຊູນທາວ ກໍາມະການສູນກາງພັກ, ຮອງຫົວໜ້າໂຮງຮຽນພັກ ຂອງ ສູນກາງພັກກອມມູນິດຈີນ ພ້ອມດ້ວຍຄະນະ ເຂົ້າພົບປະເຮັດວຽກກັບ ສະຫາຍ ລາວປາວຊົ່ງ ນະວົງໄຊ, ກໍາມະການສູນກາງພັກ, ຮອງຫົວໜ້າ ຄອສພ ເຂົ້າຮ່ວມຝ່າຍ ຄະນະໂຄສະນາອົບຮົມສູນກາງພັກມີ: ສະຫາຍ ວາລະໄຊ ເລັ່ງສະຫວັດ, ຮອງຫົວໜ້າ ຄຕພ, ສະຫາຍ ບຸນມີ ຫຼວງປັນຍາ ຮອງຫົວໜ້າ ຄອສພ, ສະຫາຍ ສະເຫຼີມໄຊ ທະທົງສັກ ຫົວ ໜ້າກົມອາຊີ-ປາຊີຟິກ ແລະ ອາຟຣິກາ, ຄຕພ, ຫົວໜ້າຫ້ອງການ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ສະຫາຍ ທອນ ພົມທິກອນ ຮອງຫົວໜ້າກົມໂຄສະນາ ຄອສພ, […]

ພະນັກງານຫຼັກແຫຼ່ງ 60 ກວ່າຄົນ ຂອງແຂວງສາລະວັນ ໄດ້ຮຽນຮູ້ 4 ຫົວຂໍ້ສຳຄັນ ໃນວຽກງານໂຄສະນາ-ປາຖະກະຖາ

ການຝຶກອົບຮົມໄດ້ເປີດຂຶ້ນໃນຕອນເຊົ້າ ຂອງວັນທີ 22 ທັນວາ 2025 ຢູ່ທີ່ຫ້ອງປະຊຸມໃຫຍ່ ຂອງພະແນກອຸດສາຫະກໍາ ແລະ ການຄ້າ ແຂວງສາລະວັນ.

ກົມຂໍ້ມູນຂ່າວສານ ປືກສາຫາລືວຽກທີ່ຕ້ອງຫັນເປັນທັນສະໄໝໃນຕໍ່ໜ້າ 

ໃນວັນທີ່ 19 ທັນວາ ນີ້ ທີ່ຫ້ອງປະຊຸມ ຄອສພ ຊັ້ນ 4 ກົມຂໍ້ມູນຂ່າວສານ ຮ່ວມກັບບໍລິສັດສີສັນເທັກໂນໂລຊີ ຈຳກັດ ໄດ້ປຶກສາຫາລືວຽກທີ່ຕ້ອງຫັນເປັນທັນສະໄໝໃນຕໍ່ໜ້າ

ຫ້ອງການສະພາທິດສະດີສູນກາງພັກ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ໄຂກອງປະຊຸມໃຫຍ່ ຄັ້ງທີ I ຂອງຕົນຂຶ້ນຢ່າງເປັນທາງການ

ໃນຕອນເຊົ້າ, ວັນທີ 16 ທັນວາ 2025, ໜ່ວຍພັກຫ້ອງການສະພາທິດສະດີສູນກາງພັກ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ໄຂກອງປະຊຸມໃຫຍ່ ຄັ້ງທີ I ຂຶ້ນຢ່າງເປັນທາງການ ຢູ່ທີ່ຫ້ອງປະຊຸມຫ້ອງການສະພາທິດສະດີສູນກາງພັກ ໂດຍການເປັນປະທານຂອງ ສະຫາຍ ສະຫາຍ ນ. ພອບທິບ ສີຈະເລີນ ເລຂາໜ່ວຍພັກ, ຫົວໜ້າຫ້ອງການສະພາທິດສະດີສູນກາງພັກ, ເປັນກຽດເຂົ້າຮ່ວມຂອງ ສະຫາຍ ປອ. ຄໍາພັນ ເຜີຍຍາວົງ ເລຂາທິການສູນກາງພັກ, ເລຂາຄະນະພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານ ສະພາທິດສະດີສູນກາງພັກ, ມີບັນດາສະຫາຍເລຂາ, ຮອງເລຂາໜ່ວຍພັກ ອ້ອມຂ້າງຄະນະໂຄສະນາອົບຮົມສູນກາງພັກ ແລະ ສະມາ ຊິກພັກສົມບູນ-ສໍາຮອງພາຍໃນໜ່ວຍທັງໝົດເຂົ້າຮ່ວມ.

1 2 3