Month: December 2025

ຜົນສຳເລັດກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ X ຂອງໜ່ວຍພັກ ວາລະສານອະລຸນໃໝ່

ຜົນສຳເລັດກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ X ຂອງໜ່ວຍພັກ ວາລະສານອະລຸນໃໝ່ ———————— ໃນວັນທີ 17 ທັນວາ 2025 ທີ່ຫ້ອງປະຊຸມຊັ້ນ 2 ຂອງຄະນະໂຄສະນາອົບຮົມສູນກາງພັກ ໜ່ວຍພັກວາລະສານອະລຸນໃໝ່ ໄດ້ເປີດກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ X

ສະຫາຍ ບົວໄລ ພານຸວົງ ຖືກເລືອກເປັນເລຂາໜ່ວຍພັກ  ໃນກອງປະຊຸມໃຫຍ່ ຄັ້ງທີ IX ຂອງໜ່ວຍພັກກົມໂຄສະນາ

ໃນຕອນເຊົ້າຂອງວັນທີ 16 ທັນວາ 2025 ຜ່ານມາ ຢູ່ທີ່ຫ້ອງປະຊຸມໃຫຍ່ ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໜ່ວຍພັກກົມໂຄສະນາ ຄອສພ  ໄດ້ຈັດກອງປະຊຸມໃຫຍ່ ຄັ້ງທີ IX ຂອງໜ່ວຍພັກກົມໂຄສະນາຂຶ້ນ

ປະທານ ໄກສອນ ພົມວິຫານ ກັບການປ່ຽນແປງໃໝ່ ວຽກງານການເມືອງ-ແນວຄິດ ແລະ ທິດສະດີ ຂອງພັກ

(ເນື່ອງໃນໂອກາດວັນຄ້າຍວັນເກີດຂອງເພິ່ນຄົບຮອບ 105 ປີ 13/12/1920-13/12/2025) ————————– ປະທານ ໄກສອນ ພົມວິຫານ ເຄີຍເວົ້າໃນນິພົນເລືອກເຟັ້ນເຫຼັ້ມທີ 4 ຂອງເພິ່ນ, ສຳນັກພິມຈຳໜ່າຍໂຮງພິມແຫ່ງລັດ, ປີ 2005, ໜ້າ 509 ວ່າ: “ວຽກງານການເມືອງ-ແນວຄິດຂອງພັກ ແມ່ນວຽກທີ່ນຳເອົາທັດສະນະ, ແນວທາງ, ແຜນນະໂຍບາຍຂອງພັກລົງສູ່ມະຫາຊົນ, ເຮັດໃຫ້ກາຍເປັນການກະທຳຂອງມະຫາຊົນ”. ພັກປະຊາຊົນປະຕິວັດລາວ ນັບແຕ່ມື້ກຳເນີດໄດ້ຖືເອົາລັດທິມາກ-ເລນິນເປັນພື້ນຖານແນວຄິດ, ເປັນທິດສະດີ, ພັກເຮົາຍຶດໝັ້ນທັດສະນະທີ່ວ່າ: ບໍ່ມີທິັ້ດສະດີປະຕິວັດ ກໍບໍ່ມີຂະບວນການປະຕິວັດ; ມີແຕ່ພັກໃດທີ່ປະກອບອາວຸດ ໂດຍມີທິດສະດີປະຕິວັດເທົ່ານັ້ນ ຈຶ່ງສາມາດເຮັດສຳເລັດພາລະກຳປະຫວັດສາດຂອງຕົນ. ດັ່ງນັ້ນ ປະທານ ໄກສອນ ພົມວິຫານ ໄດ້ຖືເອົາວຽກງານການເມືອງ-ແນວຄິດເປັນພາຫະນະອັນແຫຼມຄົມ, ເປັນສ່ວນປະກອບໜຶ່ງທີ່ສຳຄັນຂອງວຽກງານກໍ່ສ້າງພັກ, ພະນັກງານ; ເປັນວຽກງານກົກ, ເປັນວຽກທີ່ຕ້ອງໄດ້ເຮັດເປັນປະຈຳ ແລະ ສອດຫ້ອຍໄປທຸກຂົງເຂດວຽກງານ. ປະທານ ໄກສອນ ພົມວິຫານ ຍັງໄດ້ຊີ້ແຈງໃນນິພົນເລືອກເພັ້ນເຫຼັ້ມທີ 4, ໜ້າ 397 ຂອງເພິ່ນ ອີກວ່າ: “ແຕ່ໃດໆມາ, ພວກເຮົາໄດ້ຖືວ່າວຽກງານການເມືອງ-ແນວຄິດ ແລະ ທິດສະດີ […]

ກອງປະຊຸມໃຫຍ່ ຄັ້ງທີ IX ຂອງໜ່ວຍພັກກົມອົບຮົມ

ໃນຕອນເຊົ້າ, ວັນທີ 11 ທັນວາ 2025, ໜ່ວຍພັກກົມອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ໄຂກອງປະຊຸມໃຫຍ່ ຄັ້ງທີ IX ຂຶ້ນຢ່າງເປັນທາງການ ຢູ່ທີ່ຫ້ອງປະຊຸມຊັ້ນ II ຄະນະໂຄສະນາອົບຮົມສູນກາງພັກ ໂດຍການເປັນປະທານຂອງ ສະຫາຍ ຄໍາກອງ ທໍາມະເທວາ ກໍາມະການຄະນະພັກ, ເລຂາໜ່ວຍພັກ, ຫົວໜ້າກົມອົບຮົມ, ເປັນກຽດເຂົ້າຮ່ວມຂອງ ສະຫາຍ ນາງ ວິລະວອນ ພັນທະວົງ ກໍາມະການປະຈໍາພັກ, ຮອງຫົວ ໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີບັນດາສະຫາຍເລຂາ, ຮອງເລຂາໜ່ວຍພັກ ອ້ອມຂ້າງຄະນະໂຄສະນາອົບຮົມສູນກາງພັກ ແລະ ສະມາ ຊິກພັກສົມບູນ-ສໍາຮອງພາຍໃນໜ່ວຍທັງໝົດເຂົ້າຮ່ວມ.

ກອງປະຊຸມໃຫຍ່ຄັ້ງທີ III ຂອງຫນ່ວຍພັກກົມຂໍ້ມູນຂ່າວສານ ຄອສພ ຄັ້ງວັນທີ 15 ທັນວາ 2025.

ໃນຕອນເຊົ້າ ຂອງວັນທີ 15 ທັນວາ 2025, ໜ່ວຍພັກກົມຂໍ້ມູນຂ່າວສານ ຄະນະໂຄສະນາອົບ ຮົມສູນກາງພັກ ຈັດກອງປະຊຸມໃຫຍ່ ຄັ້ງທີ III ຂອງຫນ່ວຍຕົນຂຶ້ນຢ່າງເປັນທາງການ ຢູ່ທີ່ຫ້ອງ ປະຊຸມໃຫຍ່ ຄະນະໂຄສະນາອົບຮົມສູນກາງພັກ ໂດຍການເປັນປະທານຂອງ ສະຫາຍ ສົມປະສົງ ພົງປະເສີດ ເລຂາໜ່ວຍພັກ, ຫົວໜ້າກົມຂໍ້ມູນຂ່າວສານ ແລະ ເປັນກຽດຢ່າງສູງຂອງການເຂົ້າຮ່ວມ ຂອງ ສະຫາຍ ນາງ ວິລະວອນ ພັນທະວົງ ຄະນະປະຈໍາພັກ, ປະທານກວດກາພັກ, ຮອງຫົວໜ້າຄະ ນະໂຄສະນາອົບຮົມສູນກາງພັກ, ຜູ້ຊີ້ນໍາວຽກງານກົມຂໍ້ມູນຂ່າວສານ

1 2 3