ຄວາມສຳຄັນຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ.


ໃນວັນທີ 2 ມັງກອນ ຜ່ານມານີ້ ທີ່ຄະນະໂຄສະນາອົບຮົມສູນກາງພັກ, ສະຫາຍ ຄຳພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະ ນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ ຕາງໜ້າກອງເລຂາກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ໄດ້ໃຫ້ສໍາພາດ ຕໍ່ສື່ມວນຊົນ ກ່ຽວກັບຄວາມໝາຍຄວາມສຳຄັນ ຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ວ່າ: ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ແມ່ນເປັນເຫດການທາງປະຫວັດສາດສໍາຄັນຂອງພັກ ແລະ ຂອງຊາດ, ມີຄວາມໝາຍສຳຄັນພິເສດ, ກອງປະຊຸມໃຫຍ່ເປັນອົງການນຳພາສູງສຸດຂອງພັກ, ຕັດສິນບັນຫາຍຸດທະສາດ, ພື້ນຖານ ແລະ ຍາວນານ ຂອງການປະຕິວັດແຫ່ງການພັດທະນາປະເທດຊາດໃນແຕ່ລະໄລຍະ.
ກອງປະຊຸມຈະໄດ້ເລືອກເອົາ ຄະນະບໍລິຫານງານສູນກາງພັກ ຊຸດໃໝ່ ເພື່ອມາປະຕິບັດເຈດຈຳນົງ, ຄວາມມຸ່ງຫວັງ, ກຳລັງແຮງຄວາມສາມັກຄີຂອງທົ່ວພັກ, ທົ່ວປວງຊົນ, ກອງປະຊຸມໃຫຍ່ມີຄວາມໝາຍທາງການເມືອງ-ສັງຄົມທີ່ເລິກເຊິ່ງ ເປັນການສ້າງຄວາມເຊື່ອໝັ້ນຕໍ່ປະຊາຊົນ ແລະ ເຊີດຊູບົດບາດການນຳພາຂອງພັກ, ສະທ້ອນໃຫ້ເຫັນເຖິງການພັດທະນາປະເທດຊາດໃນຊຸມປີຕໍ່ໜ້າ; ກອງປະຊຸມຄັ້ງນີ້, ດໍາເນີນພາຍໃຕ້ຄໍາຂວັນ “ຍົກສູງບົດບາດການນຳພາທີ່ເຂັ້ມແຂງຂອງພັກ ຕັ້ງໜ້າສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ ສືບຕໍ່ບູລະນະລະບອບປະຊາທິປະໄຕປະຊາຊົນ ໃຫ້ໜັກ ແໜ້ນ ກ້າວຂຶ້ນສູ່ສັງຄົມນິຍົມ”; ກອງປະຊຸມໃນຄັ້ງນີ້, ຈະໄດ້ຄົ້ນຄວ້າພິຈາລະນາ ແລະ ຮັບຮອງເອົາເອກະສານສໍາຄັນຄື:ຮ່າງໂຄງການການເມືອງ ສະບັບທີ 3 ຂອງພັກ, ຮ່າງລາຍງານການເມືອງຂອງ ຄະນະບໍລິຫານງານສູນກາງພັກ ສະໄໝທີ XI, ຮ່າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030), ຮ່າງກົດລະບຽບພັກປະຊາຊົນປະຕິວັດລາວ ສະໄໝທີ XII ແລະ ເອກະສານສໍາຄັນອື່ນໆ. ບັນດາເອກະສານສໍາຄັນດັ່ງກ່າວ ແມ່ນເປັນການກໍານົດແນວທາງການເມືອງ ແລະ ແນວທາງການຈັດຕັ້ງປະຕິບັດຂອງພັກ ໃນຊຸມປີຕໍ່ໜ້າ ຢ່າງມີວິທະຍາສາດ ແລະ ແທດກັບສະພາບຄວາມເປັນຈິງ ຂອງ ສປປ ລາວ ໃນປັດຈຸບັນ ແລະ ອະນາຄົດ, ກອງປະຊຸມຍັງຈະໄດ້ດໍາເນີນການເລືອກຕັ້ງເອົາຄະນະບໍລິຫານງານສູນກາງພັກ ສະໄໝທີ XII ທີ່ເປັນອົງການນໍາພາສູງສຸດຂອງພັກ ເພື່ອແບກຫາບພາລະໜ້າທີ່ອັນໜັກໜ່ວງ ທີ່ພັກ ກໍຄືປະ ຊາຊົນໄດ້ມອບໝາຍໃຫ້ໃນ 5 ປີຕໍ່ໜ້າ.
ສະຫາຍ ຄໍາພັນ ເຜີຍຍະວົງ ໃຫ້ຮູ້ຕື່ມວ່າ: ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກ ໃນຄັ້ງນີ້ ມີລັກສະນະຄ້າຍໆຄືຜ່ານໆມາ, ແຕ່ພິເສດໃນຄັ້ງນີ້ ແມ່ນພວກເຮົາຈະໄດ້ຮັບຮອງເອົາໂຄງການການເມືອງ ສະບັບທີ 3 ຂອງພັກ ພາຍຫຼັງ 50 ກວ່າປີທີ່ພັກ ບໍ່ໄດ້ມີໂຄງການການເມືອງ ແຕ່ນຳພາດ້ວຍການວາງແນວທາງໃນແຕ່ລະສະໄໝກອງປະຊຸມ. ໃນໂຄງການການເມືອງເທື່ອນີ້ ພວກເຮົາກຳນົດແຈ້ງທິດທາງ, ຈຸດໝາຍ ແລະ 11 ນະໂຍບາຍໃຫຍ່. ພິເສດໄດ້ກຳນົດແຈ້ງໄລຍະການພັດທະນາປະເທດຊາດ ຮອດປີ 2055 ເມື່ອວັນສ້າງຕັ້ງພັກຄົບຮອບ 100 ປີ ແມ່ນສູ້ຊົນສ້າງປະເທດເຮົາ ເປັນປະເທດພັດທະນາມີລາຍຮັບປານກາງສູງ ຫຍັບເຂົ້າໃກ້ປະເທດມີລາຍຮັບສູງ. ຄວາມຄາດຫວັງກອງປະຊຸມໃຫຍ່ຄັ້ງນີ້, ແມ່ນສະແດງອອກກວມລວມຫຼາຍດ້ານ: ດ້ານການເມືອງ ແມ່ນເຮັດໃຫ້ມະຕິຂອງພັກ ໄດ້ຮັບການຈັດຕັ້ງປະຕິບັດມີຜົນສໍາເລັດ ເປັນຮູບປະທຳ, ເຮັດໃຫ້ບົດບາດການນຳພາມີຄວາມເຂັ້ມແຂງ, ການຄຸ້ມຄອງບໍລິຫານລັດມີຄວາມສັກສິດ, ປະຊາຊົນພົນລະເມືອງໄດ້ຮັບການຍົກສູງລະດັບຊີ ວິດການເປັນຢູ່ດີຂຶ້ນເປັນກ້າວໆ; ດ້ານເສດຖະກິດ: ແມ່ນຍົກສູງຈິດໃຈຄວາມມຸ່ງໝັ້ນພັດທະນາຢ່າງແຮງກ້າ,​ ຕັ້ງໜ້າສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ, ນໍາໃຊ້ທຸກທ່າແຮງຢ່າງມີປະສິດທິຜົນ, ພັດທະນາເສດຖະກິດ-ສັງຄົມຕາມທິດວ່ອງໄວ, ສີຂຽວ ແລະ ຍືນຍົງ. ຢາກບັນລຸໄດ້ຄືແນວນັ້ນ, ໃນແຜນພັດທະນາຈຶ່ງໄດ້ວາງ 6 ເປົ້າໝາຍສຳຄັນ; ໃນນີ້, ເປົ້າໝາຍທີ່ໜຶ່ງແມ່ນສຸມໃສ່ພັດທະນາເສດຖະກິດ ເຮັດໃຫ້ເສດຖະກິດຂະ ຫຍາຍຕົວຕໍ່ເນື່ອງ, ມີຄຸນນະພາບ, ດ້ວຍການຊຸກຍູ້ການເຕີບໂຕເສດຖະກິດ ທີ່ມີຄຸນນະພາບ ແລະ ຍືນຍົງ; ສ້າງເສດຖະກິດມະຫາພາກ ມີຄວາມເຂັ້ມແຂງ ແລະ ໝັ້ນທ່ຽງ; ຍົກສູງປະສິດທິພາບການລົງທຶນ; ການພັດທະນາຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ຂະໜາດກາງ ໄປສູ່ຄຸນນະພາບໃໝ່ຢ່າງແຂງແຮງ, ພັດທະນາວິສາຫະກິດຂອງລັດ, ເສດຖະກິດລວມໝູ່ຂອງປະຊາຊົນໃຫ້ມີປະສິດທິຜົນສູງ.
ນອກຈາກນັ້ນ, ພວກເຮົາຈະໄດ້ສຸມໃສ່ວຽກງານສຳຄັນຈຳນວນໜຶ່ງຕື່ມອີກຄື: ພັດທະນາຊັບພະຍາກອນມະນຸດໃຫ້ມີຄຸນນະພາບສູງ, ຮູ້ນຳໃຊ້ເຕັກໂນໂລຊີທີ່ທັນສະໄໝ; ປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ, ຕົວເມືອງ ແລະ ຊົນນະບົດໄດ້ຮັບການພັດທະນາຢ່າງສົມຄູ່ ແລະ ຄວາມທຸກຂອງປະຊາຊົນໃຫ້ຫຼຸດລົງເທື່ອລະກ້າວ. ປົກປັກຮັກສາຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມໃຫ້ຍືນຍົງ ແລະ ສາມາດກຽມ ພ້ອມຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ໄພພິບັດຕ່າງໆ; ເຊື່ອມໂຍງ ເຊື່ອມຈອດກັບພາກພື້ນ ແລະ ສາກົນຢ່າງກວ້າງຂວາງ ແລະ ມີປະສິດທິຜົນ;ຄຸ້ມຄອງບໍລິຫານລັດໃຫ້ມີປະສິດທິພາບ. ຄວາມມຸ່ງຫວັງທັງໝົດນີ້, ສະແດງອອກເຖິງມານະຈິດປະຕິວັດ, ຄວາມຫວັງ, ຄວາມຄອງຄອຍຂອງທົ່ວພັກ, ໃນການພັດທະນາປະເທດຊາດ ໃຫ້ເປັນຮູບປະທໍາ ສ້າງພື້ນຖານອັນໜັກແໜ້ນໃຫ້ການສ້າງປະຖົມປັດໄຈກ້າວຂຶ້ນສູ່ສັງຄົມນິຍົມຢູ່ປະເທດເຮົາ.
ແຫຼ່ງຂ່າວຈາກ: (ຂ່າວ-ພາບ: ສໍານານ)